ເປີດພັດຕາຄານເຊັນພິລາ ໃຫ້ບໍລິການຈັດງານລ້ຽງຄົບວົງຈອນ

145

ບໍລິສັດ ສີສົມບັດເຊົ່າສິນເຊື່ອ ທຸ່ມງົບ 20 ລ້ານໂດລາສະຫະລັດ ສ້າງພັດຕາຄານເຊັນພິລາ ເພື່ອເປັນສະຖານທີ່ໃຫ້ບໍລິການຄົບວົງຈອນໃນການຈັດງານລ້ຽງ, ງານດອງ ແລະ ອື່ນໆ ສາມາດຮອງຮັບຄົນມາໃນງານ 8 ພັນຄົນ, ຈອດລົດ 2,5 ພັນຄັນ.

ພິທີເປີດພັດຕາຄານເຊັນພິລາ ມີຂຶ້ນໃນວັນທີ 15 ຕຸລາ 2020 ທີ່ພັດຕະຄານເຊັນພິລາ ບ້ານດົງປ່າແຫຼບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຂົ້າຮ່ວມມີ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ສີສົມບັດ ພິລາວົງ ປະທານພັດຕາຄານເຊັນພິລາ ພ້ອມດ້ວຍແຂກຈາກພາກລັດ – ທຸລະກິດເຂົ້າຮ່ວມ.

ທ່ານ ສີສົມບັດ ພິລາວົງ ກ່າວວ່າ: ການສ້າງພັດຕາຄານເຊັນພິລາ ເພື່ອສ້າງວຽກເຮັດງານທໍາໃຫ້ປະຊາຊົນອ້ອມຂ້າງ, ເນື່ອງຈາກວ່າຜ່ານມາເຫັນວ່າພັດຕາຄານໃນປະເທດເຮົາຍັງບໍ່ທັນພຽງພໍໃນການຕອບສະໜອງການບໍລິການໃນສັງຄົມ, ສ່ວນວິໄສທັດໃນການບໍລິການ ແລະ ດຶງດູດລູກຄ້າ ຈະເນັ້ນການບໍລິການເປັນຫຼັກ, ສອງ ຈະຊື່ສັດຕໍ່ລູກຄ້າ, ສາມ ຈະມີຕົວເລືອກຫຼາກຫຼາຍ ເຮັດແນວໃດໃຫ້ລູກຄ້າມີຄວາມເພິ່ງພໍໃຈ.

ສ່ວນນະໂຍບາຍໄລຍະເປີດໃໝ່ 50 ງານເບື້ອງຕົ້ນ ທາງພັດຕາຄານບໍລິການຈໍແອລອີດີ ຂະໜາດໃຫຍ່ຄວາມລະອຽດສູງໂດຍບໍ່ເກັບຄ່າ, ມີລະບົບໄຟແສງສີທີ່ທັນສະໄໝ. ພ້ອມນັ້ນ, ກໍຈະມີຫ້ອງສະເພາະເຈົ້າບ່າວ – ເຈົ້າສາວ ເຊິ່ງປັດຈຸບັນໄດ້ມີຍອດຈອງຫຼາຍສິບງານ.

ມູນຄ່າການກໍ່ສ້າງທັງໝົດ 20 ລ້ານໂດລາສະຫະລັດ ເຊິ່ງສ້າງພັດຕາຄານເຊັນພິລາໃຫ້ມີທາງອອກສະດວກສະບາຍໄດ້ 3 ທາງ, ສາມາດຈັດງານໄດ້ພ້ອມກັນ 4 ງານແຕ່ລະງານບັນຈຸແຂກໄດ້ 2 ພັນຄົນ, ສັງລວມແລ້ວພັດຕາຄານເຊັນພິລາ ສາມາດຮອງຮັບແຂກໄດ້ທັງໝົດ 8 ພັນຄົນ, ມີບ່ອນຈອດລົດກວ້າງຂວາງ ສາມາດຮອງຮັບລົດໄດ້ 2,5 ພັນຄັນ.

ໃນພິທີ ທ່ານ ຄໍາແພງ ໄຊສົມແພງ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ສີສົມບັດ ພິລາວົງ ທີ່ຕັດສິນໃຈສູງສ້າງພັດຕາຄານເຊັນພິລາ ເພື່ອເປັນສະຖານທີ່ອີກແຫ່ງໜຶ່ງໄວ້ໃຫ້ສັງຄົມໃຊ້ບໍລິການ. ນອກນັ້ນ, ກໍເປັນສ່ວນໜຶ່ງໃນການພັດທະນາເສດຖະກິດ ໂດຍສະເພາະແມ່ນສ້າງວຽກເຮັດງານທໍາໃຫ້ພໍ່ແມ່ປະຊາຊົນໄດ້ອີກທາງໜຶ່ງ.