ລ້ານຊ້າງປະກັນໄພ ຮ່ວມ ດີພີແອວ ໂບຼກເກີ ລາວ ສົ່ງເສີມເຜີຍແຜ່ຂໍ້ມູນດ້ານປະກັນໄພ

227

ບໍລິສັດ ລ້ານຊ້າງປະກັນໄພ ຈັບມືກັບ ບໍລິສັດ ດີພີແອວ ໂບຼກເກີ ລາວ ເພື່ອສົ່ງເສີມການຕະຫຼາດເຜີຍແຜ່ຂໍ້ມູນປະກັນໄພ ແລະ ມີສ່ວນຮ່ວມໃນການຂາຍນໍາກັນ.

ພິທີເຊັນສັນຍາຄູ່ຮ່ວມທຸລະກິດ ມີຂຶ້ນໃນວັນທີ 15 ຕຸລາ 2020 ນີ້, ຮ່ວມລົງນາມລະ ຫວ່າງ ທ່ານ ນາງ ພິດສະໄໝ ຫຼວງລາດ ຜູ້ອຳນວຍການ ບໍລິສັດ ດີພີແອວ ໂບຼກເກີ ລາວ ຈຳກັດຜູ້ດຽວ ກັບ ທ່ານ ໂດດັງ ຄາງ ຜູ້ອຳນວຍການໃຫຍ່ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ຈຸດປະສົງຂອງການເຊັນສັນຍາຮ່ວມມືກັນໃນຄັ້ງນີ້ ກໍເພື່ອສົ່ງເສີມເຜີຍແຜ່ຂໍ້ມູນດ້ານການປະກັນໄພໃຫ້ກັບສັງຄົມລາວ ພ້ອມທັງຊຸກຍູ້ການຕະຫຼາດ ແລະ ການຂາຍ ເພື່ອເປົ້າໝາຍທຸລະກິດໄປພ້ອມໆກັນ ແລະ ເປົ້າໝາຍຫຼັກຂອງທັງສອງບໍລິສັດ ແມ່ນພ້ອມກັນພັດທະນາ, ສົ່ງເສີມການຕະຫຼາດ, ເຜີຍແຜ່ຂໍ້ມູນປະກັນໄພ ແລະ ການຂາຍຮ່ວມກັນ.

ບໍລິສັດ ດີພີແອ ໂບຼກເກີ ລາວ ມີຄວາມພ້ອມໃນການບໍລິການດ້ານການປະກັນໄພທຸກປະເພດ, ໃຫ້ຄຳປຶກສາ ແລະ ຈັດສັນຄຸ້ມຄອງທີ່ດີໃຫ້ແກ່ປະຊາຊົນ ແລະ ອົງກອນທຸລະກິດຕ່າງໆໃນ ສປປ ລາວ. ພ້ອມດຽວກັບນີ້, ລູກຄ້າສາມາດຊື້ປະກັນໄພລ້ານຊ້າງຜ່ານທາງ ບໍລິສັດ ດີພີແອວ ໂບຼກເກີ ລາວ ໄດ້.