ຈີນ ພ້ອມຊ່ວຍປະຊາຄົມໂລກເຂົ້າເຖິງວັກແຊັງຕ້ານໂຄວິດ – 19

225

ສຳນັກຂ່າວຊິນຮວາ ລາຍງານວ່າ: ທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ ລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ ກ່າວວ່າ: ສປ ຈີນ ຈະທຸ່ມເທສຸດຄວາມສາມາດໃນການພັດທະນາວັກແຊັງຕ້ານໂຄວິດ – 19 ແລະ ຈະໃຫ້ຄວາມສຳຄັນໃນການຊ່ວຍເຫຼືອວັກແຊັງແກ່ປະເທດກຳລັງພັດທະນາ ລວມທັງປະເທດສະມາຊິກອາຊຽນ.

ທ່ານ ຫວັງ ອີ້ ກ່າວອີກວ່າ: ຈີນຈະເຮັດໃຫ້ວັກແຊັງຕ້ານໂຄວິດ – 19 ກາຍເປັນສິນຄ້າສາທາລະນະ ເນື່ອງຈາກພະຍາດໂຄວິດ – 19 ໄດ້ແຜ່ລະບາດໄປທົ່ວໂລກ ແລະ ຮຸນແຮງຂຶ້ນນັບມື້, ທົ່ວໂລກຈະໄດ້ຮັບໄຊຊະນະກໍຕໍ່ເມື່ອທຸກປະເທດສາມາດກຳຈັດການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ ແລະ ໜຶ່ງໃນອາວຸດທີ່ສຳຄັນທີ່ສຸດກໍຄືວັກແຊັງທີ່ຈະເຮັດໃຫ້ໂລກຂອງເຮົາເອົາຊະນະການແຜ່ລະບາດຂອງພະຍາດໂຄວິດ – 19   ໄດ້, “ ປະຊາຄົມໂລກຄວນຮ່ວມມືກັນ, ເຮົາບໍ່ຄວນຕໍ່ສູ້ພຽງລຳພັງ ບໍ່ຄວນຜູກຂາດຊັບພະຍາກອນ ”.

ໃນຖານະທີ່ ສປ ຈີນ ເປັນຜູ້ພັດທະນາວັກແຊັງຕ້ານໂຄວິດ – 19 ຢູ່ໃນແຖວໜ້າຂອງໂລກ ຈີນໄດ້ແບ່ງປັນດຳລັບພັນທຸກຳຂອງໄວຣັສໃຫ້ແກ່ອົງການອະນາໄມໂລກ ໃນໄລຍະຕົ້ນໆຂອງການລະບາດ ໂດຍສ້າງເງື່ອນໄຂທີ່ຈຳເປັນສຳລັບການພັດທະນາວັກແຊັງຂອງໂລກ.

ທ່ານ ຫວັງ ອີ້ ກ່າວອີກວ່າ: ຈີນ ຈະປະຕິບັດຕາມຄຳໝັ້ນສັນຍາຢ່າງຈິງຈັງໃນການເຮັດໃຫ້ວັກແຊັງກາຍເປັນສິນຄ້າສາທາລະນະລະດັບໂລກທັນທີທີ່ການພັດທະນາປະສົບຜົນສຳເລັດ ແລະ ພ້ອມໃຊ້ງານ ແລະ ຈະຊ່ວຍເຫຼືອບັນດາປະເທດທີ່ກຳລັງພັດທະນາໃຫ້ເຂົ້າເຖິງ ແລະ ມີກຳລັງຊື້ວັກແຊັງໄດ້.