ຜະລິດຕະພັນນ້ຳຢາລ້າງຖ້ວຍສູດທຳມະຊາດ ຈາກ ມລພສ

280

ເພື່ອເປັນການຫາລາຍໄດ້ຊ່ວຍເຫຼືອເດັກນ້ອຍດ້ອຍໂອກາດ, ໄປສ້າງໂຮງຮຽນຢູ່ເຂດຊົນນະບົດມູນນິທິ ແມ່ຍິງລາວກ້າວໜ້າ ເພື່ອພັດທະນາຊ່ວຍເຫຼືອສັງຄົມ ( ມລພສ ) ໄດ້ເຮັດຜະລິດຕະພັນນໍ້າຢາລ້າງຖ້ວຍສູດທຳມະຊາດ ເພື່ອທົດລອງອອກມາຈຳໜ່າຍ. ດັ່ງນັ້ນ, ຄໍລຳຊື້ໄດ້ຂາຍໝານມື້ນີ້ ຈະນຳພາບັນດາທ່ານມາຮູ້ຈັກຈຸດປະສົງ ແລະ ສູດຜະລິດນ້ຳຢາລ້າງຖ້ວຍກັນ.

ທ່ານ ຄຳອົ້ນ ແພງສະຫວັດ ຫົວໜ້າບໍລິຫານ ມລພສ ໄດ້ສຳພາດວ່າ: ການຜະລິດນ້ຳຢາລ້າງຖ້ວຍຂຶ້ນມານີ້ທາງມູນນິທິພວກເຮົາມີຈຸດປະສົງ ເພື່ອຢາກຈະຫາລາຍໄດ້ໄປຊ່ວຍເຫຼືອເດັກນ້ອຍຜູ້ດ້ອຍໂອກາດ ແລະ ມີໂຄງການທີ່ຈະໄປສ້າງໂຮງຮຽນຢູ່ເຂດຊົນນະບົດຢູ່ແຂວງຫຼວງນ້ຳທາ ເຊິ່ງກ່ອນທີ່ຈະຜະລິດອອກມາກໍໄດ້ມີການຜະລິດທົດລອງແຈກໃຫ້ບັນດາກະຊວງ ແລະ ບຸກຄົນລອງໄປໃຊ້ຫຼາຍຮ້ອຍຕຸກ ເພື່ອເຮັດໃຫ້ເປັນທີ່ຮູ້ຈັກລູກຄ້າຫຼາຍຂຶ້ນ.

ດ້ານການຜະລິດ: ນ້ຳຢາລ້າງຖ້ວຍພວກເຮົາ ເປັນສູດທຳມະຊາດ ບໍ່ມີສານເຄມີ, ສ່ວນປະສົມປະກອບມີ: ຂີ້ເທົ່າ, ໝາກນາວ, ເກືອ ແລະ ຫົວເຊື້ອມາປະສົມກັນ ແຕ່ຖ້າຢາກແຕ່ງກິ່ນ ຫຼື ແຕ່ງສີ ກໍຈະມີສູດ. ຄຸນນະພາບຂອງນ້ຳຢາ ແມ່ນເປັນສູດເຂັ້ມຂຸ້ນກວ່ານ້ຳຢາລ້າງຖ້ວຍທີ່ຂາຍທົ່ວໄປໃນຕະຫຼາດ, ສາມາດລ້າງມື, ລ້າງຖ້ວຍ, ລ້າງຈານຕ່າງໆໄດ້ໝົດ ເຊິ່ງການຜະລິດໄລຍະນີ້ແມ່ນຍັງຢູ່ໃນໄລຍະການລອງໃຫ້ໃຊ້ ແລະ ຕໍ່ໄປກໍຈະຊອກຫາຕະຫຼາດ, ຜະລິດອອກຈໍາໜ່າຍ ເພື່ອຫາລາຍໄດ້ນຳໄປສ້າງໂຮງຮຽນໃຫ້ແກ່ເດັກນ້ອຍທີ່ທຸກຍາກດ້ອຍໂອກາດເຂດຊົນນະບົດ ເພາະພວກເຮົາເປັນມູນນິທິຊ່ວຍເຫຼືອ ເຊິ່ງເປັນຜະລິດຕະພັນທຳອິດທີ່ຜະລິດຂຶ້ນມາ ຖ້າຫາກວ່າມັນຈຳໜ່າຍໄດ້ດີກໍຈະມີກຳລັງໃຈ ແລະ ເຮັດໃຫ້ມັນໄດ້ຄຸນນະພາບສູງຂຶ້ນ ພ້ອມຜະລິດຈຳໜ່າຍໃຫ້ທົ່ວເຖິງຕະຫຼາດທຸກແຂວງ ເພາະໂຄງການພວກເຮົານີ້ແມ່ນຈະໄດ້ລົງທຸກແຂວງ ແລະ ດ້ານວັດຖຸດິບກໍມີຄວາມພຽງພໍ ຖ້າຫາກມີຄວາມຕ້ອງການຜະລິດຫຼາຍ, ຂໍໃຫ້ຄົນລາວເຮົາຊ່ວຍສົ່ງເສີມຜະລິດຕະພັນລາວ.

ພ້ອມດຽວກັນນີ້, ຫົວໜ້າບໍລິຫານມູນນິທິ ຍັງໃຫ້ຮູ້ຕື່ມອີກວ່າ: ໃນການຜະລິດນ້ຳຢາລ້າງຖ້ວຍນີ້ ຖ້າຫາກມີຜູ້ສົນໃຈຢາກຮຽນ ຫຼື ເຂົ້າຮ່ວມຝຶກອົບຮົມ ເພື່ອເຮັດເປັນອາຊີບກໍສາມາດເຂົ້າມາຮຽນ ຫຼື ຕິດຕໍ່ມາມູນນິທິໄດ້ ເຊິ່ງການຜະລິດກໍບໍ່ໄດ້ຫຍຸ້ງຍາກ ເມື່ອຝຶກອົບຮົມແລ້ວຢາກໄປເຮັດເປັນຂອງຕົນເອງກໍໄດ້ ເຊິ່ງດ້ານຫົວເຊື້ອທາງມູນນິທິກໍມີຈຳໜ່າຍໃຫ້ໃນລາຄາທີ່ຖືກ ແລະ ດ້ານແຜນໃນອະນາຄົດ ທາງມູນນິທິແມ່ນຈະເຮັດຜະລິດພັນສະບູອາບນ້ຳ ແລະ ແຊມພູສະຜົມ ນຳອີກ.

ມູນນິທິແມ່ຍິງລາວກ້າວໜ້າ ເພື່ອພັດທະນາຊ່ວຍເຫຼືອສັງຄົມ ( ມລພສ ) ຕັ້ງຢູ່ໜ່ວຍ 9 ບ້ານສາຍນ້ຳເງິນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຕິດຕໍ່ເຟສບຸ໊ກແຟນເພຈ໌: ມລພສ, ເບີໂທ: 020 5522 0009.