ເຈົ້າເເຂວງສະຫວັນນະເຂດ ພ້ອມຄະນະລົງຕິດຕາມນໍ້າຖ້ວມທີ່ເຊໂປນ ພ້ອມນຳເອົາເຄື່ອງບັນເທົາໄພໄປມອບໃຫ້ປະຊາຊົນ

198

ວັນທີ 19 ຕຸລາ 2020 ທ່ານເຈົ້າເເຂວງ ພ້ອມຄອບຄົວ ແລະ ຄະນະ ພ້ອມດ້ວຍພ້ອມດ້ວຍທ່ານ ຫລ້າ ວໍລະຈິດ ນັກທຸລະກິດ, ພະແນກການຕ່າງໆ ໄດ້ນໍາເອົາອາຫານ, ນໍ້າດື່ມ, ເຄື່ອງນຸ່ງຮົ່ມມາຊ່ວຍບັນເທົ່າທຸກປະຊາຊົນຊາວເມືອງເຊໂປນ.

ຕາມຂ່າວຈາກວິທະຍຸແຫ່ງຊາດໃຫ້ຮູ້ວ່າ: ປະຈຸບັນປະຊາຊົນ 8 ເມືອງຄື: ເຊໂປນ, ເມືອງນອງ, ວິລະບູລີ, ເມືອງພິນ ແລະ 4 ເມືອງຕອນລຸ່ມລຽບຕາມລໍານໍ້າເຊບັ້ງຫຽງຄື: ຊົນນະບູລີ, ຈຳພອນ, ສອງຄອນ ແລະທ່າປາງທອງ ແຂວງສະຫວັນນະເຂດ ພວມໄດ້ຮັບຜົນກະທົບຈາກນໍ້າຖ້ວມໜັກ.

ຍ້ອນຝົນຕັກໜັກຕິດຕໍ່ກັນຫລາຍວັນ ໃນນີ້ໜັກກວ່າໝູ່ແມ່ນເມືອງເຊໂປນ ແລະເມືອງນອງ ເນື່ອງຈາກເສັ້ນທາງຖືກຕັດຂາດຈົນບໍ່ສາມາດເຂົ້າເຖິງໄດ້ ແລະລະດັບນໍ້າຍັງສືບຕໍ່ສູງຂື້ນ. ສ່ວນຜົນເສຍຫາຍຍັງບໍ່ສາມາດປະເມີນໄດ້ເທື່ອ.

ສ່ວນພະຍາກອນອາກາດປະຈຳວັນທີ 19/10/2020 ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດລາຍງານວ່າ: ບໍລິເວນຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຍັງສືບຕໍ່ແຜ່ລົງມາປົກຄຸມພາກເໜືອຂອງປະເທດລາວດ້ວຍກໍາລັງອ່ອນ ພ້ອມດຽວກັນ ຮ່ອງຄວາມກົດດັນອາກາດຕໍ່າໄດ້ພາດຜ່ານຢູ່ແຂວງ ພາກກາງ ແລະ ພາກໃຕ້ ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງເໜືອ ຍັງມີກໍາລັງ ແຮງພັດປົກຄຸມເປັນສ່ວນໃຫຍ່.

ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນຢູ່ແຂວງພາກເໜືອ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ຕື່ມອີກ.

ສຳລັບບລະດັບແມ່ນໍ້າສາຂາ ແກ້ງກອກ (ເຊຈໍາພອນ) , ແກ້ງໂດນ (ເຊບັ້ງຫຽງ) ເຊໂປນ (ເຊບັ້ງຫຽງ) ແລະ ລະຫານໍ້າ (ເຊບັ້ງຫຽງ) ແຂວງ ສະຫວັນນະເຂດ ແມ່ນຍັງສູງກ່ວາເຂດອັນຕະລາຍ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນທີ່ອາໄສຢູ່ເຂດແຂວງດັ່ງກ່າວ.

ດັ່ງນັ້ນຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ ນໍ້າສືບຕໍ່ຖ້ວມສູງຂຶ້ນຢູ່ຕື່ມອີກ ແລະ ໃຫ້ຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.