ໂຄວິດ-19 ຍັງສືບຕໍ່ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມປັດຈຸບັນມີ 40 ກວ່າລ້ານຄົນໃນທົ່ວໂລກ, ສປປ ລາວ ຍັງຄົງຕົວຢູ່ທີ່ 23 ກໍລະນີ

336

ຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເລີ່ມມີການລະບາດມາແຕ່ຊ່ວງທ້າຍປີ 2019 ຈົນມາເຖິງປັດຈຸບັນ ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດທົ່ວໂລກເປັນຈຳນວນຫຼວງຫຼາຍ ໂດຍໂຕເລກຜູ້ຕິດເຊື້ອສະສົມຫຼ້າສຸດຢູ່ທີ່ 40 ລ້ານກວ່າຄົນ ແລະ ເສຍຊີວິດ 1 ລ້ານກວ່າຄົນ, ສ່ວນ ສປປ ລາວ ແມ່ນມີການກວດພົບເຊື້ອພະຍາດໂຄວິດ-19 ຄັ້ງທຳອິດໃນຊ່ວງທ້າຍເດືອນມີນາ 2020 ແລະ ເຮັດໃຫ້ມີຜູ້ຕິດເຊື້ອສະສົມມາເຖິງປັດຈຸບັນແມ່ນ 23 ຄົນ ແລະ ຕິດຕາມປິ່ນປົວກໍລະນີທີ 23 ຢູ່ທີ່ໂຮງໝໍມິດຕະພາບ.

ໃນວັນທີ 19 ຕຸລາ 2020, ທີ່ກະຊວງສາທາລະນະສຸກ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານວ່າ: ສະພາບການໃນທົ່ວໂລກມີການລາຍງານການລະບາດ ທັງໝົດ 214 (ປະເທດ/ເຂດ); ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 40.245.960 ຄົນ; ເສຍຊິວິດ 1.117.913 ຄົນ ເຊິ່ງກວມເອົາ 2,77 % ຂອງຜູ້ຕິດເຊື້ອທັງໝົດ; ປິ່ນປົວຫາຍດີ 30.064.289 ຄົນ ເຊິ່ງກວມເອົາ 74,7 % ຂອງຜູ້ຕິດເຊື້ອທັງໝົດ ໂດຍປະເທດທີ່ມີການລາຍງານການຕິດເຊື້ອ ແລະ ເສຍຊີວິດຫຼາຍກວ່າໝູ່ແມ່ນ ສະຫະລັດອາເມຣິກາ ເຊິ່ງມີຜູ້ຕິດເຊື້ອສະສົມ 8.386.148 ຄົນ, ເສຍຊີວິດສະສົມ 224.726 ຄົນ; ສ່ວນຢູ່ໃນຂົງເຂດອາຊີກໍ່ແມ່ນ ປະເທດອິນເດຍ ທີ່ມີທ່າອ່ຽງໃນການຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ ເຊິ່ງມີຜູ້ຕິດເຊື້ອສະສົມ 7.547.762 ຄົນ ແລະ ຜູ້ຕິດເຊື້ອມື້ດຽວສູງເຖິງ 55.035 ຄົນ; ໃນບັນດາກຸ່ມປະເທດອາຊຽນ ມາຮອດວັນທີ 19 ຕຸລາ 2020 ມີການຢັ້ງຢືນຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 838.192 ຄົນ ແລະ ເສຍຊີວິດ 20.355 ຄົນ.

ທ່ານຍັງໄດ້ກ່າວຕື່ມວ່າ: ສໍາລັບການເຝົ້າລະວັງໂຄວິດ-19 ຢູ່ ສປປ ລາວ ຮອດຕອນແລງ ຂອງວັນທີ 18 ຕຸລາ 2020 ມີຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ທັງໝົດ 1.256 ຄົນ, ໃນນັ້ນຈຸດຜ່ານດ່ານ ລາວ-ໄທ 512 ຄົນ (ແຮງງານລາວກັບມາແຕ່ໄທ 84 ຄົນ); ຈຸດຜ່ານດ່ານ ລາວ-ຈີນ 109 ຄົນ, ໃນນັ້ນ ແຮງງານລາວ 7 ຄົນ, ແຮງງານຈີນ 92 ຄົນ ຜ່ານດ່ານບໍ່ເຕັນ, ແຂວງຫຼວງນ້ຳທາ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ; ຈຸດຜ່ານດ່ານ ລາວ-ຫວຽດນາມ 507 ຄົນ ເຊິ່ງເຂົ້າມາໂດຍຖືກອະນຸຍາດຈາກຄະນະສະເພາະກິດ, ໃນນັ້ນ ມີນັກສຶກສາ 9 ຄົນ, ແຮງງານຫວຽດນາມ 178 ຄົນ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ ເຊິ່ງສ່ວນຫຼາຍ ແມ່ນເຂົ້າມາປ່ຽນຖ່າຍສິນຄ້າ ແລະ ປ່ຽນຜູ້ຂັບລົດຢູ່ດ່ານ); ຈຸດຜ່ານດ່ານ ລາວ-ກຳປູເຈຍ ທັງໝົດ 4 ຄົນ; ເດີນທາງຜ່ານດ່ານ ລາວ-ມຽນມ້າ ແມ່ນບໍ່ມີ; ເດີນທາງຜ່ານສະໜາມບິນສາກົນວັດໄຕ ທັງໝົດ 124 ຄົນ (ລາວ 99 ຄົນ, ຄົນຕ່າງປະເທດ 25 ຄົນ); ທຸກຄົນແມ່ນໄດ້ວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.475 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ; ສ່ວນການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ຮອດວັນທີ 18 ຕຸລາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 332 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 102 ຕົວຢ່າງ, ແຮງງານຈີນ 5 ຕົວຢ່າງ, ແຮງງານຫວຽດນາມ 188 ຕົວຢ່າງ, ແຮງງານໄທ 2 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 34 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 1 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ, ໝາຍຄວາມວ່າໃນວັນທີ 18 ຕຸລາ 2020 ບໍ່ມີຜູ້ຕິດເຊື້ອໃໝ່; ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 18 ຕຸລາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 60.565 ຕົວຢ່າງ, ກວດພົບເຊື້ອສະສົມ 23 ຄົນ ປະຈຸບັນ, ຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ກໍລະນີທີ 23 ແມ່ນຍັງສືບຕໍ່ປີ່ນປົວ ຢູ່ໂຮງໝໍມິດຕະພາບ.

ສະນັ້ນ, ຈຶ່ງຢາກຮຽກຮ້ອງໃຫ້ທຸກຄົນ ຈົ່ງມີຄວາມຮັບຜິດຊອບໃຫ້ການປະຕິບັດ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 1049/ຫສນຍ, ລົງວັນທີ 30 ກັນຍາ 2020 ຢ່າງຖືກຕ້ອງ ແລະ ເຄັ່ງຄັດ ໂດຍສະເພາະ ຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ ແມ່ນໃຫ້ສຶກສາຄຳແນະນຳທີ່ຄະນະສະເພາະກິດໄດ້ວາງອອກ, ສະບັບເລກທີ 3053/ສພກ, ລົງວັນທີ 14 ຕຸລາ 2020. ພ້ອມດຽວກັນນັ້ນ ກໍ່ສືບຕໍ່ປະຕິບັດການດຳລົງຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ເພື່ອຫຼຸດຜ່ອນ ແລະ ສະກັດກັ້ນການລະບາດບໍ່ໃຫ້ຂະຫຍາຍເປັນວົງກວ້າງ ທັງນີ້ ກໍເພື່ອເປັນການປ້ອງກັນຕົວຂອງທ່ານ ແລະ ຄົນທີ່ທ່ານຮັກ.