ໂຮມຊັບ ແລະ ໄອດີຊີ ຈໍາປາສັກ ຮ່ວມມືພັດທະນາພື້ນຖານໂຄງລ່າງ-ສົ່ງເສີມນັກກິລາກ້າວສູ່ລະດັບແຂວງ

122

ພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ໄດ້ມີຂຶ້ນ ເມື່ອວັນທີ 15 ຕຸລາ ຜ່ານມາ ທີ່ສະໜາມກິລາບານເຕະຫຍ້າທຽມ ໄອດີຊີ ຈຳປາສັກ ຢູໄນເຕັດ ລະຫວ່າງທ່ານ ພອນສະຫວັນ ຄິວລາວົງ ປະທານສະໂມສອນ ໄອດີຊີ ຈຳປາສັກ ຢູໄນເຕັດ ແລະ ທ່ານ ນາງ ດອກແກ້ວ ເພັດຈຳພອນ ຮອງປະທານບໍລິສັດ ໂຮມຊັບ ກໍ່ສ້າງ ມີບັນດາພະນັກງານທີ່ກ່ຽວຂ້ອງ ທັງສອງພາກສ່ວນດັ່ງກ່າວເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ.

ທ່ານ ນາງ ດອກແກ້ວ ເພັດຈຳພອນ ໃຫ້ສຳພາດວ່າ: ສຳລັບເນື້ອໃນທັງສອງຝ່າຍໄດ້ຕົກລົງເຫັນດີເປັນເອກະສານເນື້ອໃນຂອງສັນຍາໃນບົດບັນທຶກຄວາມເຂົ້າໃຈຫຼາຍດ້ານ ໂດຍສະເພາະທາງບໍລິສັດ ໂຮມຊັບ ກໍ່ສ້າງ ຕົກລົງເຫັນດີສະໜັບສະໜູນທາງສະໂມສອນ ໄອດີຊີ ຈຳປາສັກ ຢູໄນເຕັດ ຫຼື ບໍລິສັດ ພັດທະນາໄອດີຊີຄົບວົງຈອນ ຈຳກັດ ໃນການປັບປຸງສ້ອມແປງພື້ນຖານໂຄງລ່າງຂອງສະໜາມກິລາເຕະບານຫຍ້າທຽມ ໄອດີຊີ ຈຳປາສັກ ສະຖານທີ່ຕັ້ງຢູ່ເຂດບ້ານສວນສະຫວັນ (ເຂດຫຼັກ4) ນະຄອນປາກເຊ ແຂວງຈຳປາສັກ, ໃນນັ້ນ ທາງບໍລິສັດ ໂຮມຊັບ ກໍ່ສ້າງ ກໍຈະເປັນຜູ້ບໍລິຫານຈັດການສະໜາມກິລາດັ່ງກ່າວ ເພື່ອເປີດນຳໃຊ້ບໍລິການແກ່ສັງຄົມ ຢ່າງເປັນທາງການ ນອກນັ້ນ ທາງບໍລິສັດພວກເຮົາ ກໍຍັງຈະສະໜັບສະໜູນສົ່ງເສີມການພັດທະນາການເຄື່ອນໄຫວຂອງນັກກິລາຂອງຕົນ ເພື່ອຕາງໜ້າເຂົ້າຮ່ວມການແຂ່ງຂັນເຕະບານ ລາຍການລະດັບພາຍໃນແຂວງ ແລະ ນອກແຂວງ ອີກດ້ວຍ ຊຶ່ງສັນຍາການກຳນົດການສະໜັບສະໜູນເປັນໄລຍະເວລາ 4 ປີ ເລີ່ມຕົ້ນລະຫວ່າງວັນທີ 1 ພະຈິກ 2020 ຫາ 31 ຕຸລາ 2024. ແນວໃດກໍດີ, ປັດຈຸບັນ ທາງສະໂມສອນ ໂຮມຊັບ ກໍ່ສ້າງ ຫຼື ໂຮມຊັບ ເອັບຊີ ກໍໄດ້ສ້າງນັກກິລາໃນຮຸ່ນອາຍຸບໍ່ເກີນ 17 ປີ ແລະ ຮຸ່ນທົ່ວໄປ ເຂົ້າຮ່ວມແຂ່ງຂັນເຕະບານ ທົ່ວແຂວງຈຳປາສັກ ຊີງຂັນວັນຊາດທີ 2 ທັນວາ 2020 ຄົບຮອບ 54 ປີ ປະຈຳປີ 2020 ຊຶ່ງມີທີມເຂົ້າຮ່ວມ 20 ພາກສ່ວນ, ໃນນັ້ນ ຮຸ່ນອາຍຸ 17 ປີ ມີ 10 ສະໂມສອນ ແລະ ຮຸ່ນທົ່ວໄປມີ 10 ສະໂມສອນ ໂດຍສະເພາະຜົນງານຫຼ້າສຸດຂອງຮຸ່ນທົ່ວໄປ ໂຮມຊັບ+ລະບຽງພູ ກໍສາມາດໄລ່ເອົາຊະນະ ມະຫາວິທະຍາໄລ ແຂວງຈຳປາສັກ ໄປແບບຫວຸດຫວິດ 2-1 ປະຕູ ຈາກການລົງສະໜາມ 4 ນັດ ຊະນະ 3 ນັດ ແລະ ເສຍ 1 ນັດ ລວມມີ 9 ຄະແນນ ຖືກຈັດຢູ່ອັນດັບທີ 1 ຂອງກຸ່ມ ຊີ ຜ່ານເຂົ້າໄປຢືນໃນຮອບ 4 ທີມສຸດທ້າຍເປັນທີ່ຮຽບຮ້ອຍ.

ທ່ານ ນາງ ດອກແກ້ວ ເພັດຈຳພອນ ບອກຕື່ມອີກວ່າ: ກ່ອນໜ້ານີ້ ທາງບໍລິສັດ ໂຮມຊັບ ກໍ່ສ້າງ ພວກເຮົາ ກໍໄດ້ມີການປັບປຸງພື້ນຖານໂຄງລ່າງ ເປັນຕົ້ນແມ່ນ ຫ້ອງນໍ້າ, ຫ້ອງນອນນັກກິລາ, ຮ້ານອາຫານ ແລະ ສະໜາມກິລາ ໄອດີຊີ ຈຳປາສັກ ຄືນໃໝ່ ນັບມາຮອດປັດຈຸບັນ ກໍໃກ້ຈະສຳເລັດຢ່າງສົມບູນແລ້ວ ຄາດວ່າ ໃນຕົ້ນເດືອນພະຈິກນີ້ ຈະສາມາດເປີດນຳໃຊ້ບໍລິການແກ່ສັງຄົມຢ່າງເປັນທາງການ ແລະ ສຳລັບບັນດາພກາສ່ວນບໍລິສັດຫ້າງຮ້ານ ຫຼື ພະແນການອ້ອມຂ້າງແຂວງທ່ານໃດສົນໃຈຢາກຈະຈັບຈອງເພື່ອຈັດກິດຈະກຳຮັດແໜ້ນສາມັກຄີ ແລະ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ ກໍສາມາດຕິດຕໍ່ພົວພັນມາຫາພວກເຮົາໄດ້ ທີ່ເບີໂທ ຫຼື ວອດແອັບ 020 55635770 ນັບແຕ່ມື້ນີ້ເປັນຕົ້ນໄປ.
ຂ່າວ: ໂດຍ ສົງການ