18 ຕຸລາ ທົ່ວປະເທດມີຜູ້ຕິດເຊື້ອຈາກໄຂ້ຍຸງລາຍ 5 ຄົນ ແລະ ບໍ່ມີຜູ້ເສຍຊີວິດ

323

ການລາຍງານເຝົ້າລະວັງໄຂ້ຍຸງລາຍ ຮອດວັນທີ 18 ຕຸລາ 2020 ມີຜູ້ຕິດເຊື້ອເພີ່ມ 5 ຄົນ ເຊິ່ງນະຄອນຫຼວງວຽງຈັນ ແມ່ນບໍ່ມີຜູ້ຕິດເຊື້ອ ຖືເປັນຂ່າວດີທີ່ໂຕເລກຜູ້ຕິດເຊື້ອຫຼຸດລົງ.

ໃນວັນທີ 19 ຕຸລາ 2020 ທີ່ ກະຊວງສາທາລະນະສຸກ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານກ່ຽວກັບພະຍາດໄຂ້ຍຸງລາຍທົ່ວປະເທດວ່າ: ມາຮອດວັນທີ 18 ຕຸລາ 2020 ສປປ ລາວ ມີຜູ້ຕິດເຊື້ອໄຂ້ຍຸງເພີ່ມພຽງ 5 ຄົນ ໃນນັ້ນແຂວງບໍລິຄຳໄຊ 4 ຄົນ ແລະ ແຂວງອັດຕະປື 1 ຄົນ, ເຮັດໃຫ້ມີຜູ້ຕິດເຊື້ອສະສົມທັງໝົດ ນັບແຕ່ວັນທີ 28 ທັນວາ 2019 ຫາ 18 ຕຸລາ 2020 ມີ 7.321 ຄົນ ແລະ ເສຍຊີວິດ 12 ກໍລະນີ, ໃນນີ້ແຂວງທີ່ມີຜູ້ຕິດເຊື້ອສະສົມຫຼາຍກວ່າໝູ່ກໍຍັງແມ່ນ ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອ 1.681 ຄົນ ຖັດລົງມາແມ່ນ ແຂວງບໍລິຄຳໄຊ ມີຜູ້ຕິດເຊື້ອ 847 ຄົນ, ແຂວງບໍ່ແກ້ວ ມີຜູ້ຕິດເຊື້ອ 701 ຄົນ, ແຂວງສະຫວັນນະເຂດ ມີຜູ້ຕິດເຊື້ອ 689 ຄົນ, ແຂວງວຽງຈັນ ມີຜູ້ຕິດເຊື້ອ 688 ຄົນ ແລະ ແຂວງອື່ນໆຕາມລຳດັບ, ຈຳນວນຜູ້ເສຍຊີວິດຈາກໄຂ້ຍຸງລາຍມີທັງໝົດ 12 ກໍລະນີ ເຊິ່ງແຂວງທີ່ມີຜູ້ເສບຊີວິດຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ມີ 4 ກໍລະນີ ຖັດລົງມາ ແຂວງບໍລິຄຳໄຊ ມີ 2 ກໍລະນີ, ແຂວງຄຳມ່ວນ ມີ 2 ກໍລະນີ, ແຂວງສະຫວັນນະເຂດ, ແຂວງໄຊຍະບູລີ, ແຂວງຜົ້ງສາລີ ແລະ ແຂວງຊຽງຂວາງ ມີແຂວງລະ 1 ກໍລະນີ ອັດຕາຄວາມຮ້າຍແຮງຂອງພະຍາດ Case Fatality Rate (CFR) = 0,2%.

ເຖິງແມ່ນວ່າປັດຈຸບັນ ສປປ ລາວ ຈະບໍ່ມີລາຍງານການເສຍຊີວິດເພີ່ມຈາກໄຂ້ຍຸງລາຍມາເປັນເວລາຫຼາຍອາທິດກໍ່ຕາມ ຂໍໃຫ້ທຸກຄົນຈົ່ງມີສະຕິລະວັງຕົວຢ່າງເຂັ້ມງວດໃນການກວດກາເຮືອນຊານຂອງຕົນ ເປັນຕົ້ນແມ່ນພາຊະນະທີ່ກັກເກັບນ້ຳ ຄວນໝັ່ນກວດກາເພື່ອບໍ່ໃຫ້ຍຸງລາຍໄປໄຂ່ໃສ່ ເພື່ອປ້ອງກັນຕົນເອງ ແລະ ຄົນໃນຄອບຄົວບໍ່ໃຫ້ຍຸງລາຍກັດ ທີ່ສຳຄັນທີ່ສຸດແມ່ນ ການປະຕິບັດ 5 ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈຳ ຄື: 1 ປິດ: ຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່, 2 ປ່ຽນ: ນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ, 3 ປ່ອຍ: ປາຫາງນົກຍຸງເພື່ອກິນໜອນນ້ຳ, 4 ປັບປຸງ: ການອະນາໄມ ສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ, 5 ປະຕິບັດ: ໃຫ້ເປັນນິໄສ ປະຈຳທຸກໆອາທິດ.

ຖ້າຫາກທ່ານເປັນໄຂ້ ຈົ່ງຮີບຮ້ອນໄປພົບແພດໝໍ ບໍ່ຄວນຊື້ຢາມາກິນເອງ ເພື່ອຈະໄດ້ຮັບການປິ່ນປົວ ຢ່າງທັນການ.