CNBG ປະກາດແຈກວັກແຊັງຕ້ານໂຄວິດໃຫ້ນັກສຶກສາ

119

ສຳນັກຂ່າວຕ່າງປະເທດລາຍງານວ່າ: ບໍລິສັດໄບໂອເທັກກຣຸບ ( CNBG ) ເຊິ່ງເປັນບໍລິສັດໃນເຄືອຂອງ ຊີໂນຟາມ ກຣຸບ ຂອງ ສປ ຈີນ ທີ່ກຳລັງພັດທະນາວັກແຊັງຕ້ານໂຄວິດ – 19 ສອງຊະນິດ ແລະ ກຳລັງຢູ່ໃນຂັ້ນຕອນການທົດລອງທາງຄລີນິກໄລຍະສຸດທ້າຍ ໄດ້ປະກາດແຈກຢາຍວັກແຊັງດັ່ງກ່າວໃຫ້ນັກສຶກສາຊາວຈີນ ທີ່ຈະເດີນທາງໄປຮຽນຕໍ່ຢູ່ຕ່າງປະເທດ.

ລາຍງານລະບຸວ່າ: CNBG ໄດ້ປະກາດໃຫ້ຜູ້ທີ່ຢາກໄດ້ວັກແຊັງຕ້ານໂຄວິດ – 19 ລົງທະບຽນທາງເວັບໄຊ ເຊິ່ງມີຜູ້ລົງທະບຽນຂໍຮັບວັກແຊັງດັ່ງກ່າວ 580.000 ກວ່າຄົນແລ້ວ, ຈົນເຮັດໃຫ້ເວັບດັ່ງກ່າວນັ້ນຫຼົ້ມໃນວັນທີ 13 ຕຸລາຜ່ານມາ. ແນວໃດກໍຕາມ, ມື້ຕໍ່ມາເວັບໄຊດັ່ງກ່າວກໍສາມາດເຂົ້າໄປລົງທະບຽນໄດ້ຕາມປົກກະຕິ.