ຈີນ ພ້ອມຕອບໂຕ້ ອາເມຣິກາ ໃຫ້ເຖິງທີ່ສຸດ

107

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ຈ້າວ ລີຈ້ຽນ ໂຄສົກກະຊວງການຕ່າງປະເທດ ສປ ຈີນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ ທາງການຈີນ ພ້ອມຈະຕອບໂຕ້ສະຫະລັດອາເມຣິກາ ຫາກສະຫະລັດຢືນຢັນທີ່ຈະຂວໍ້າບາດທະນາຄານຕ່າງໆ ອັນເນື່ອງມາຈາກກົດໝາຍຄວາມໝັ້ນຄົງໃນຮົງກົງ, ພ້ອມລະບຸວ່າສະຫະລັດຄວນແກ້ໄຂຂໍ້ຜິດພາດ ແລະ ເລີກແຊກແຊງກິດຈະການພາຍໃນຂອງປະເທດອື່ນ.

ຄວາມເຄື່ອນໄຫວດັ່ງກ່າວມີຂຶ້ນ ຫຼັງຈາກທີ່ສະຫະລັດອາເມຣິກາ ໄດ້ປະກາດເຕືອນບໍ່ໃຫ້ສະຖາບັນການເງິນຕ່າງໆ ເຮັດທຸລະກຳດ້ານການເງິນກັບບຸກຄົນທີ່ມີສ່ວນຮ່ວມໃນການຈັບກຸມຜູ້ລະເມີດກົດໝາຍ ຄວາມໝັ້ນຄົງໃນຮົງກົງ ໂດຍຂູ່ວ່າຈະຂວໍ້າບາດທະນາຄານເຫຼົ່ານັ້ນ ຫາກພົບວ່າເຮັດທຸລະກຳທີ່ກ່ຽວຂ້ອງກັບບຸກຄົນເຫຼົ່ານັ້ນ.

ທັງນີ້, ເມື່ອເດືອນກໍລະກົດຜ່ານມາ ປະທານາທິບໍດີ ໂດນັລ ທຣຳ ຂອງສະຫະລັດໄດ້ລົງນາມໃນຮ່າງກົດໝາຍລົງໂທດທະນາຄານທີ່ດຳເນີນທຸລະກຳກັບເຈົ້າໜ້າທີ່ຂອງຈີນ ທີ່ມີສ່ວນກ່ຽວຂ້ອງກັບການໃຊ້ກົດໝາຍຄວາມໝັ້ນຄົງໃນຮົງກົງ.