ອົງການອະນາໄມໂລກຊີ້ ຜູ້ອາຍຸສູງ – ກຸ່ມສ່ຽງ ຄວນໄດ້ຮັບວັກແຊັງກ່ອນ

267

ທ່ານ ດຣ. ຊຸມຍາ ສວາມິນາທານ ຫົວໜ້ານັກວິທະຍາສາດປະຈຳອົງການອະນາໄມໂລກ ( WHO ) ເປີດເຜີຍວ່າ: ກຸ່ມຄົນໄວໜຸ່ມສາວອາດຈະຍັງບໍ່ທັນໄດ້ຮັບວັກແຊັງຕ້ານໂຄວິດ – 19 ເທື່ອ ຕ້ອງລໍຖ້າຮອດປີ 2022 ເນື່ອງຈາກວ່າເຈົ້າໜ້າທີ່ສາທາລະນະສຸກຕ້ອງການໃຫ້ກຸ່ມຄົນຜູ້ອາຍຸສູງ ແລະ ກຸ່ມຄົນທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອໄດ້ຮັບວັກແຊັງກ່ອນເປັນອັນດັບທຳອິດ.

ທ່ານກ່າວອີກວ່າ: ບຸກຄະລາກອນທາງການແພດ, ເຈົ້າໜ້າທີ່ກ່ຽວຂ້ອງ ແລະ ຜູ້ອາຍຸສູງຈະໄດ້ຮັບວັກແຊັງເປັນກຸ່ມທຳອິດ ເມື່ອວັກແຊັງຖືກຮັບຮອງປະກາດໃຫ້ນຳໃຊ້ໄດ້ “ ຫຼາຍຄົນຄິດວ່າເມື່ອມີວັກແຊັງຕ້ານໂຄວິດຖືກຮັບຮອງນຳໃຊ້ແລ້ວ ຈະເຮັດໃຫ້ສະຖານະການການລະບາດຂອງພະຍາດໂຄວິດ – 19 ຫຼຸດລົງ ແລະ ສະຖານະການຈະກັບເຂົ້າສູ່ສະພາວະປົກກະຕິ ແຕ່ອາດຈະບໍ່ເປັນດັ່ງທີ່ຄິດກໍເປັນໄດ້ ເນື່ອງຈາກວ່າການຜະລິດວັກແຊັງມີຂີດຈຳກັດ ຕ້ອງໄດ້ຜະລິດຫຼາຍງວດ. ດັ່ງນັ້ນ, ກຸ່ມຄົນໄວໜຸ່ມສາວ ອາດຮອດປີ 2022 ຈຶ່ງຈະໄດ້ຮັບວັກແຊັງຕ້ານໂຄວິດ ”.

ທ່ານກ່າວອີກວ່າ: ໂລກຂອງພວກເຮົາຍັງມີຄວາມຫວັງວ່າຈະມີວັກແຊັງຕ້ານໂຄວິດ – 19 ເຊິ່ງໃນຕົ້ນປີໜ້ານີ້ຈະມີວັກແຊັງຢ່າງໜ້ອຍ 1 ຊະນິດທີ່ຈະຜະລິດອອກມານຳໃຊ້. ດັ່ງນັ້ນ, ເຈົ້າໜ້າທີ່ອົງການອະນາໄມໂລກໄດ້ແນະນຳໃຫ້ບັນດາປະເທດໃນໂລກຈັດລຳດັບຄວາມສຳຄັນຂອງກຸ່ມຄົນທີ່ຈະໄດ້ຮັບວັກແຊັງຕ້ານໂຄວິດ – 19 ເປັນອັນດັບທຳອິດກ່ອນ.