ຫວຽດນາມ ປະກາດຈະເປັນປະເທດທີ່ດຶງດູດການລົງທຶນຂອງໂລກ

144

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງອີງຂໍ້ມູນຈາກກະຊວງແຜນການ ແລະ ການລົງທຶນຂອງ ສສ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມຈະກາຍເປັນປະເທດທີ່ດຶງດູດການລົງທຶນຈາກຕ່າງປະເທດ ໂດຍມີຈຸດເດັ່ນສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ຢ່າງມີປະສິດທິພາບ, ການເມືອງມີຄວາມສະຫງົບໜັກແໜ້ນ, ສີມືແຮງງານມີພຽງພໍຕໍ່ຄວາມຕ້ອງການຂອງຕະຫຼາດ ພ້ອມທັງສ້າງນິຄົມອຸດສາຫະກຳ 366 ແຫ່ງ ເພື່ອຮອງຮັບການລົງທຶນ.

ທ່ານ ເຈິ໋ນ ກວັກ ເຟືອງ ( Tran Quoc Phuong ) ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນເປີດເຜີຍວ່າ: ແຮງງານທີ່ມີສີມື, ຄວາມສະຫງົບດ້ານການເມືອງ ແລະ ເສດຖະກິດຂະຫຍາຍຕົວຢ່າງໝັ້ນທ່ຽງ ຖືວ່າເປັນຈຸດໄດ້ປຽບທີ່ສຳຄັນທີ່ສຸດຂອງຫວຽດນາມໃນການດຶງດູດການລົງທຶນຈາກຕ່າງປະເທດ ໂດຍສະເພາະໃນສະຖານະການທີ່ເສດ  ຖະກິດໂລກກຳລັງຖົດຖອຍ ເນື່ອງຈາກຜົນກະທົບຂອງພະຍາດໂຄວິດ – 19.

ທ່ານກ່າວອີກວ່າ: ກະຊວງແຜນການ ແລະ ການລົງທຶນ ໄດ້ປຶກສາຫາລືກັບນັກລົງທຶນຕ່າງປະເທດ ເຊິ່ງເຫັນວ່ານັກລົງທຶນເຫຼົ່ານັ້ນສົນໃຈເຂົ້າມາລົງທຶນໃນຫວຽດນາມ ເປັນຕົ້ນແມ່ນນັກລົງທຶນຈາກຍີ່ປຸ່ນ, ສິງກະໂປ, ສະຫະພາບເອີຣົບ. ນອກຈາກນີ້, ໃນຊຸມປີຜ່ານມາຍັງມີຫຼາຍບໍລິສັດ ເປັນຕົ້ນແມ່ນ Apple, Foxconn ແລະ Luxshare ໄດ້ລົງທຶນຫຼາຍພັນລ້ານໂດລາສະຫະລັດຢູ່ຫວຽດນາມ.

ຂະນະດຽວກັນ, ຫວຽດນາມ ໄດ້ປັບປຸງໂຄງລ່າງພື້ນຖານອຸດສາຫະກຳຢ່າງຕໍ່ເນື່ອງ ໂດຍການສ້າງຕັ້ງເຂດອຸດສາຫະກຳ ແລະ ເຂດເສດຖະກິດຫຼາຍແຫ່ງ, ມາຮອດເດືອນກັນຍາ 2020 ຫວຽດນາມ ມີນິຄົມອຸດສາຫະກຳ 366 ແຫ່ງທົ່ວປະເທດ ເຊິ່ງມີການລົງທຶນກວ່າ 10.000 ໂຄງການ ມູນຄ່າການລົງທຶນປະມານ 200.000 ລ້ານໂດລາສະຫະລັດ.

ນັບແຕ່ຕົ້ນປີ 2020 ມາຮອດປັດຈຸບັນມີໂຄງການ ລົງທຶນໃໝ່ຢູ່ຫວຽດນາມ 500 ກວ່າໂຄງການ ມູນຄ່າ 8.500 ລ້ານໂດລາສະຫະລັດ, ລາຍໄດ້ຂອງພາກອຸດສາຫະກຳບັນລຸ 136.000 ລ້ານໂດລາສະຫະລັດ ຫຼຸດລົງ 3,5% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ, ມີການຈ້າງງານ 3,8 ລ້ານຕຳແໜ່ງງານ.

ນອກຈາກນີ້, ຍັງມີເຂດເສດຖະກິດຢູ່ລຽບຕາມແຄມຝັ່ງທະເລ 19 ແຫ່ງ ມີເນື້ອທີ່ຫຼາຍກວ່າ 100.000 ເຮັກຕາ ຈະເປັນແຮງດຶງດູດ  ການລົງທຶນຈາກພາຍໃນ ແລະ ຕ່າງປະເທດ, ໃນຂະນະດຽວກັນກໍໄດ້ປັບປຸງກົນໄກລະບຽບການ ເພື່ອອຳນວຍຄວາມສະດວກແກ່ນັກລົງທຶນຕ່າງປະເທດ.