ຢາງຕີນລົດປະຢັດນໍ້າມັນ 2020 ມີລຸ້ນໃດແນ່ຕິດຕາມນໍາກັນ

263

ແນະນໍາຢາງຕີນລົດປະຢັດນໍ້າມັນປີ 2020 ສໍາລັບທ່ານໃດເຖິງເວລາຕ້ອງປ່ຽນຢາງຕີນລົດ, ຢາກໄດ້ຢາງຕີນລົດດີໆ ໃຊ້ແລ້ວຊ່ວຍປະຢັດນໍ້າມັນເຊິ່ງກໍມີຫຼາຍຍີ່ຫໍ້ໃຫ້ເລືອກ Bridgestone, Michelin, Yokohama, Dunlop ແລະ Goodyear.

ສໍາລັບຜູ້ໃຊ້ລົດໃນຍຸກນີ້ ເມື່ອເຖິງເວລາຕ້ອງປ່ຽນຢາງເລືອກຫາຢາງຊຸດໃໝ່ມາໃຊ້ງານສິ່ງໜຶ່ງທີ່ຕ້ອງຄໍານຶງເຖິງ ກໍຄືການເບິ່ງຫາຢາງລົດທີ່ມີຄຸນສົມບັດຊ່ວຍປະຢັດນໍ້າມັນ ເພື່ອຫຼຸດຄ່າໃຊ້ຈ່າຍ ເຊິ່ງໃນປັດຈຸບັນບັນດາຜູ້ຜະລິດຕ່າງໆ ຕ່າງກໍພັດທະນາຢາງທີ່ມີຄຸນນະພາບອອກມາເປັນຕົວເລືອກທີ່ຫຼາກຫຼາຍ.

ແຕ່ຄໍາຖາມກໍຄືຢາງລົດທີ່ຜູ້ຜະລິດທັງຫຼາຍບອກວ່າເປັນຢາງລົດທີ່ປະຢັດນໍ້າມັນ ຈະສາມາດຊ່ວຍປະຢັດໄດ້ແທ້ ຫຼື ບໍ່, ສະນັ້ນລອງມາທໍາຄວາມເຂົ້າໃຈກ່ອນ ເພື່ອຈະໄດ້ເລືອກໃຫ້ເໝາະກັບລົດທ່ານໃຫ້ໄດ້ຫຼາຍທີ່ສຸດ.

ຢາງປະຢັດນໍ້າມັນແມ່ນຫຍັງ? ອະທິບາຍແບບງ່າຍໆໄດ້ວ່າ ຢາງປະຢັດນໍ້າມັນແມ່ນຢາງທີ່ມີສ່ວນປະສົມຂອງສານ Silica Filter ແທນການໃຊ້ຄາບອນ ທີ່ມີຄຸນສົມບັດໃຫ້ການທົນຄວາມຮ້ອນໄດ້ດີ ກວ່າ ເມື່ອເກີດແຮງສຽດສີ ຫຼື ແຮງກະທົບໃນຂະນະຂັບຂີ່, ສົ່ງຜົນໃຫ້ຢາງບໍ່ໜຽວຕິດພື້ນເສັ້ນທາງຫຼາຍເກີນໄປ ເຮັດໃຫ້ເຄື່ອງຈັກລົດບໍ່ສູນເສຍກໍາລັງຂັບເຄື່ອນຂອງເຄື່ອງຈັກໂດຍບໍ່ມີປະໂຫຍດ ນັ້ນກໍໝາຍຄວາມວ່າປະລິມານນໍ້າມັນເທົ່າກັນ, ລົດກໍສາມາດຂັບຂີ່ໄປໄດ້ໄກກວ່າ, ປະຢັດຄ່າໃຊ້ຈ່າຍຂອງຜູ້ຂັບຂີ່ໄດ້ນັ້ນເອງ.

ໃນປັດຈຸບັນມີຢາງປະຢັດນໍ້າມັນຈາກຜູ້ຜະລິດແຕ່ລະຍີ່ຫໍ້ມີລຸ້ນໃດແນ່ໜ້າສົນໃຈ ແລະ ມີຄຸນສົມບັດພິເສດຫຍັງແນ່.

  1. Bridgestone Ecopia ໂດຍໃນ ຊີຣິດ Ecopia ນີ້ຖືກອອກແບບມາເພື່ອຊ່ວຍໃນການປະຢັດນໍ້າມັນ, ຢຶດເກາະເສັ້ນທາງພື້ນທີ່ປຽກນໍ້າໄດ້ຢ່າງໝັ້ນໃຈ, ໄປພ້ອມກັບການຂັບຂີ່ທີ່ນຸ້ມສະບາຍ ແລະ ຍັງມີອາຍຸການໃຊ້ງານທີ່ຍາວຂຶ້ນ.

  2. Michelin Energy ທີ່ເນັ້ນໃນເລື່ອງຄວາມປອດໄພເປັນຫຼັກ, ຍົກຈຸດເດັ່ນໃນເລື່ອງຂອງໄລຍະເບຣກ ແລະ ອາຍຸການໃຊ້ງານທີ່ຍາວນານດ້ວຍເນື້ອຢາງ Full Silica ສູດສະເພາະຂອງ Michelin ໃຫ້ຄວາມຢືດຢຸ່ນສູງ ຊ່ວຍປັບໜ້າຢາງຕາມສະພາບການຢຶດຕິດເສັ້ນທາງໄດ້ຢ່າງເຕັມທີ່, ຂັບໃນເສັ້ນທາງມື່ນ, ທາງປຽກກໍໝັ້ນໃຈ ແລະ ໃຊ້ງານຍາວນານກວ່າຢາງທົ່ວໄປເຖິງ 25%.

  3. Yokohama BluEarth ຢາງລົດທີ່ສົມດຸນທຸກໆດ້ານສ້າງມາເພື່ອປະຢັດນໍ້າມັນ ແລະ ຄວາມປອດໄພໃນທຸກສະພາບເສັ້ນທາງດ້ວຍເຕັກໂນໂລຊີ Nano Blend Compound ທີ່ຄວບຄຸມປະຕິກິລິຍາເຄມີຂອງສ່ວນປະສົມ ໂພລີເມີ ແລະ ໄມໂຄຣຊີລີກາ ຊ່ວຍຫຼຸດຄວາມຮ້ອນ ແລະ ແຮງຕ້ານທານການໝຸນຂອງຕີນລົດ. ນອກຈາກນີ້, ຍັງມີເຕັກໂນໂລຊີນໍ້າມັນສົ້ມ Orange Oil ສູດສະເພາະຂອງ Yokohama ທີ່ເຮັດໃຫ້ເນື້ອຢາງນຸ້ມນວນເພີ່ມການຢຶດເກາະເສັ້ນທາງ ແລະ ໃຫ້ ຄວາມຮູ້ສຶກນຸ້ມງຽບໃນຂະນະຂັບຂີ່.

  4. Dunlop Enasave ອີກໜຶ່ງຍີ່ຫໍ້ມາດຕະຖານຂອງຜູ້ໃຊ້ລົດທົ່ວໄປ ເນື່ອງຈາກຫາຊື້ໄດ້ງ່າຍ ແລະ ມີຄຸນສົມບັດຄົບຖ້ວນ ທັງໃນເລື່ອງຂອງການປະຢັດນໍ້າມັນ, ອາຍຸການໃຊ້ງານ, ການຂັບຂີ່ທີ່ນຸ້ມສະບາຍ ແລະ ຍັງເປັນຢາງຕິດມານໍາລົດຈາກໂຮງງານໃນບາງລຸ້ນອີກ.

  5. Goodyear Excellence ນະວັດຕະກໍາຫຼ້າສຸດຂອງ Goodyear ເຕັກໂນໂລຊີໄຮໂດຣເທັກ ຊ່ວຍເພີ່ມປະສິດທິພາບການເບຣກໃນເສັ້ນທາງທີ່ປຽກ, ດອກຢາງອອກແບບເພີ່ມຄວາມສາມາດໃນການຄວບຄຸມທິດທາງ, ແນ່ນອນວ່າປະຢັດນໍ້າມັນ ແລະ ນຸ້ມງຽບ; ອີກໜຶ່ງຈຸດເດັ່ນຂອງ Goodyear Excellence ຄືເປັນຢາງ run on flat ເປັນຢາງທີ່ສາມາດແລ່ນໄດ້ ໂດຍບໍ່ມີລົມຢາງເມື່ອເກີດການຮົ່ວຊຶມ, ແກ້ມຢາງມີຄວາມແຂງແຮງ ໝັ້ນໃຈໃນເລື່ອງຄວາມປອດໄພ.

ທີ່ມາ: https://car.kapook.com