ກົມຕຳຫຼວດກວດຄົນເຂົ້າ – ອອກເມືອງ ຮ່ວມກັບ ອົງການ ໄອໂອເອັມ ລົງເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

191

ໃນວັນທີ 14 ຕຸລາ 2020 ທີ່ຫ້ອງປະຊຸມຫ້ອງສັນຕິບານ ປກສ ແຂວງຄຳມ່ວນ ໄດ້ຈັດພິທີເຜີຍແຜ່ແຜນການສຳຫຼວດດ່ານສາກົນ ແລະ ສະໜາມບິນສາກົນ ໂດຍການເຂົ້າຮ່ວມຂອງ ທ່ານ ພັນໂທ ສີເຮືອງ ຈັນທະລັງສີ ຮອງຫົວໜ້າພະແນກກວດກາ ແລະ ຄຸ້ມຄອງດ່ານ ກົມຕຳຫຼວດກວດຄົນເຂົ້າ – ອອກເມືອງ, ມີ ທ່ານ ພັນໂທ ບຸນເສີມ ພົມມະຈັນ ຫົວໜ້າຫ້ອງສັນຕິບານ ປກສ ແຂວງ, ມີບັນດາທ່ານເຈົ້າໜ້າທີ່ຮັບຜິດຊອບໂຄງການ ໄອໂອເອັມ ອົງການຈັດຕັ້ງສາກົນ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນເຮືອງ ໄຊຍະແສງ ເຈົ້າໜ້າທີ່ຮັບຜິດຊອບໂຄງການ IOM ( ໄອໂອເອັມ ) ອົງການຈັດຕັ້ງສາກົນໄດ້ຂຶ້ນນຳສະເໜີຈຸດປະສົງການລົງມາສຳຫຼວດດ່ານ ແລະ ພາລະບົດບາດໜ້າທີ່ຮັບຜິດຊອບຂອງອົງການ IOM ( ໄອໂອເອັມ ) ກໍເພື່ອເລັ່ງໃສ່ການຈັດຕັ້ງປະຕິບັດໂຄງການຕອບໂຕ້ຄຸ້ມຄອງການເດີນທາງເຂົ້າ – ອອກດ່ານ ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ – 19 ພ້ອມປະເມີນຄືນໃນການປ້ອງກັນເຊື້ອພະຍາດດັ່ງກ່າວໃນໄລຍະຜ່ານມາ.

ຈາກນັ້ນ, ທາງເຈົ້າໜ້າທີ່ຮັບຜິດຊອບໂຄງການ ໄອໂອເອັມ  ອົງການຈັດຕັ້ງສາກົນກໍໄດ້ມອບເຄື່ອງອຸປະກອນທີ່ຈຳເປັນປ້ອງກັນເຊື້ອພະຍາດໂຄວິດ – 19 ເປັນຕົ້ນ: ຜ້າອັດປາກ, ຖົງມື ແລະ ເຈວລ້າງມື .

ກ່າວມອບໂດຍ ທ່ານ ບຸນເຮືອງ ໄຊຍະແສງ ເຈົ້າໜ້າທີ່ຮັບຜິດຊອບໂຄງການ ໄອໂອເອັມ ອົງການຈັດຕັ້ງສາກົນ, ກ່າວຮັບໂດຍ ທ່ານ ພັນໂທ ບຸນເສີມ ພົມມະຈັນ ຫົວໜ້າຫ້ອງສັນຕິບານ ປກສ ແຂວງຄຳມ່ວນ.

ຂ່າວ: ແກ້ວດວງສອນ