9 ເດືອນ ທນບ ສະໜາມໄຊປ່ອຍກູ້ໄດ້ 700 ລ້ານກວ່າກີບ

95

ອີງຕາມການຮັບຟັງການຜ່ານບົດສະຫຼຸບວຽກງານການເຄື່ອນໄຫວຮອບດ້ານທະນາຄານນະໂຍບາຍ ໜ່ວຍບໍລິການເມືອງສະໜາມໄຊ ໃນກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວ 9 ເດືອນ ແລະ ວາງທິດທາງແຜນການ 3 ເດືອນທ້າຍປີ 2020 ໃນອາທິດຜ່ານມາ ໄດ້ໃຫ້ຮູ້ວ່າ: ໃນປີ 2020 ທະນາຄານນະໂຍບາຍ ໜ່ວຍບໍລິການເມືອງສະໜາມໄຊ ໄດ້ຮັບແຫຼ່ງທຶນທັງໝົດ 3.161 ລ້ານກີບ, ມາຮອດທ້າຍເດືອນ 9 ປີ 2020 ສາມາດປ່ອຍໄດ້ 751 ລ້ານກີບ ເທົ່າກັບ 23,75% ແລະ ຍັງບໍ່ທັນຈັດຕັ້ງປະຕິບັດ 2.410 ລ້ານກີບ.

ນອກນັ້ນ, ຍັງໄດ້ຕີລາຄາດ້ານດີ ສາມາດແກ້ໄຂໜີ້ໄດ້ຢ່າງຂາດຕົວໄດ້ທັງໝົດ 303 ລາຍ ເທົ່າກັບ 6,6% ຂອງຈຳນວນລູກຄ້າທີ່ເປັນໜີ້ ແລະ ເກັບໄດ້ເປັນຈຳນວນເງິນ 2.887 ລ້ານກີບ.
ສໍາລັບ 3 ເດືອນທ້າຍປີ 2020ແມ່ນຈະສົມທົບກັບຄະນະກຳມະການຄຸ້ມຄອງສິນເຊື່ອທຸກຂັ້ນ ສືບຕໍ່ແກ້ໄຂໜີ້ສິນກາຍສັນຍາລາຍກຸ່ມ ແລະ ລາຍບຸກຄົນ ເຮັດບົດບັນທຶກກຳນົດຊຳລະໜີ້ໃນແຕ່ລະຄັ້ງ, ສືບຕໍ່ປ່ອຍສິນເຊື່ອທີ່ຍັງຄ້າງ ແລະ ສືບຕໍ່ລົງເກັບກຳຂໍ້ມູນທີ່ໄດ້ຮັບການຊົດເຊີຍຈາກບໍລິສັດ SK.

ກອງປະຊຸມໄດ້ຈັດຂຶ້ນທີ່ໜ່ວຍບໍລິການເມືອງສະໜາມໄຊ ແຂວງອັດຕະປື ໂດຍການເປັນປະທານຮ່ວມຂອງ ທ່ານ ສົມໄຊ ສຸລິຍະວົງ ປະທານຄະນະກຳມະການຄຸ້ມຄອງສິນເຊື່ອຂັ້ນເມືອງ, ມີທ່ານ ສຸກສະຫວັນ ອິນທະມະນີວົງ ຫົວໜ້າໜ່ວຍບໍລິການ ສາຂາເມືອງສະໜາມໄຊ, ມີຫົວໜ້າ – ຮອງຫົວໜ້າຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.