ການນຳແຂວງສະຫວັນນະເຂດ ສືບຕໍ່ລົງຕິດຕາມຜົນກະທົບໄພນ້ຳຖ້ວມ ພ້ອມມອບເຄື່ອງຊ່ວຍເຫຼືອປະຊາຊົນ

113

ທ່ານ ວຽງທະວີສອນ ເທບພະຈັນ ຄະນະປະຈຳພັກແຂວງ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ – ສັງຄົມ ແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ສືບຕໍ່ເຄື່ອນໄຫວລົງພື້ນທີ່ຕົວຈິງ ເພື່ອຕິດຕາມເກັບກຳສະພາບຜົນກະທົບຈາກໄພນ້ຳຖ້ວມ ພ້ອມທັງມອບເຄື່ອງຊ່ວຍເຫຼືອບັນເທົາທຸກແກ່ປະຊາຊົນ.

ໃນວັນທີ 14 ຕຸລາຜ່ານມາ ກໍໄດ້ເດີນທາງໄປເມືອງຊົນນະບູລີ ເຊິ່ງກໍເປັນອີກໜຶ່ງເມືອງທີ່ໄດ້ຮັບຜົນກະທົບໜັກຈາກນ້ຳຖ້ວມ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ຄຳມອນ ທິລາວົງ ຮອງເລຂາພັກເມືອງຊົນນະບູລີ ພ້ອມດ້ວຍຮອງເຈົ້າເມືອງ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງເມືອງ.

ນາງ ຄອນສະຫວັນ ແກ້ວດວງດີ ຮອງເຈົ້າເມືອງຊົນນະບູລີ ທັງເປັນປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ໃຫ້ຮູ້ວ່າ: ສະພາບນ້ຳຖ້ວມມາຮອດວັນທີ 14/10/2020 ມີບ້ານທີ່ໄດ້ຮັບຜົນກະທົບທັງໝົດ 28 ບ້ານ, ເນື້ອທີ່ຖືກຖ້ວມ 4.223 ເຮັກຕາ, ມີພົນລະເມືອງ 17.758 ຄົນ ໄດ້ຮັບຜົນກະທົບ, ມີ 2.797 ຫຼັງ, ປະຕູນ້ຳ 3 ແຫ່ງ, ໂຮງຮຽນ 15 ແຫ່ງ, ມີເສັ້ນທາງຕ່າງໆຖືກຕັດຂາດເປັນຕົ້ນ: ບ້ານນາໜອງຜຳຫາບ້ານດົງບູນ, ບ້ານບຶງຊ້າງ – ໂຄກຫົວຊ້າງ – ທ່າຄຳເຫຼື້ອມ – ດອນຍາໂນງ, ບ້ານຕັ່ງຫວາຍນ້ຳ – ກະລຶມວັງແຂ້, ຈຸດສຸມຕັ່ງຫວາຍ – ກະທອງ – ນາຈານ  ໃຫຍ່. ນອກນັ້ນ, ພະນັກງານການນຳຂອງເມືອງ ແລະ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ພ້ອມດ້ວຍກຳລັງ ປກຊ – ປກສ ໄດ້ລົງໄປຊ່ວຍເຫຼືອ ແລະ ຕິດຕາມເຝົ້າລະວັງຢູ່ຕາມຈຸດຕ່າງໆທີ່ເກີດນ້ຳຖ້ວມ.

ທາງເມືອງໄດ້ສ້າງຈຸດພັກຊົ່ວຄາວໄວ້ຮອງຮັບ ຈຳນວນ 7 ຈຸດຄື: ສະໂມສອນເມືອງ, ຈຸດບ້ານດົງຫົງຄຳ, ໂຮງຮຽນບ້ານໂພໄຊຄຸນ, ໂຮງຮຽນບ້ານໜອງຜື, ໂຮງຮຽນບ້ານໂພນຕານ, ໂຮງຮຽນບ້ານດົງໜອງແຄນ ແລະ ໂຮງຮຽນບ້ານກະທອງ. ສຳລັບຂໍ້ສະເໜີຂອງເມືອງໃນໄລຍະນີ້ແມ່ນຕ້ອງການເຂົ້າສານໜຽວ ຈຳນວນ 28 ໂຕນ, ນ້ຳດື່ມ 1.000 ແພັກ, ຢາປົວພະຍາດ, ນ້ຳມັນແອັດຊັງ 400 ລິດ, ນ້ຳມັນກາຊວນ 400 ລິດ, ເຄື່ອງອຸປະໂພກ – ບໍລິໂພກອື່ນໆ.

ທ່ານ ວຽງທະວີສອນ ເທບພະຈັນ ໄດ້ໃຫ້ຮູ້ວ່າ: ທົ່ວແຂວງສະຫວັນນະເຂດ ມີເມືອງທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມທັງໝົດ 10 ເມືອງ ຕໍ່ກັບສະພາບການດັ່ງກ່າວນີ້, ທາງແຂວງກໍບໍ່ໄດ້ນິ້ງນອນໃຈ ແລະ ມີຄວາມເປັນຫ່ວງເປັນໃຍເຖິງສະພາບການດຳລົງຊີວິດຂອງພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍໄດ້ມີການລະດົມເຄື່ອງຊ່ວຍເຫຼືອຈາກພາກສ່ວນຕ່າງໆທັງລັດ – ເອກະຊົນ ແລະ ໃນສັງຄົມ ເພື່ອນຳໄປຊ່ວຍເຫຼືອບັນເທົາທຸກໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນຄັ້ງນີ້ຢ່າງເປັນການດ່ວນ.

ໃນໂອກາດເດີນທາງລົງມາຄັ້ງນີ້, ທາງຄະນະການນຳ  ແຂວງ ກໍໄດ້ນຳເອົາເຂົ້າສານ ຈຳນວນ 1 ໂຕນ ແລະ ນ້ຳດື່ມ 200 ແພັກ ແລະ ເຄື່ອງອຸປະໂພກບໍລິໂພກຈຳນວນໜຶ່ງມາມອບໃຫ້ເມືອງຊົນນະບູລີ ເພື່ອນຳໄປແຈກຢາຍໃຫ້ຜູ້ທີ່ໄດ້ຮັບຜົນກະທົບ.