ວັງວຽງ ໄຂກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ VII

160

ຕອນເຊົ້າຂອງວັນທີ 15 ຕຸລາ 2020 ນີ້ ທີ່ສະໂມສອນເມືອງວັງວຽງ ແຂວງວຽງຈັນ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງວັງວຽງ ຄັ້ງທີ 3 ສະໄໝທີ VII ຂຶ້ນຢ່າງທາງການ, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຈັນ ມາລາວົງ ເລຂາພັກເມືອງ ເຈົ້າເມືອງວັງວຽງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ບຸນເພັງ ສາຍນໍລະດີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະຫາຍຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກບ້ານ, ພະນັກງານອາວຸໂສບຳນານ, ຫົວໜ້າຫ້ອງການ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ກອງປະຊຸມໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ 9 ເດືອນຜ່ານມາ ( ເດືອນ 1 – 9/2020 ) ແລະ ກໍານົດທິດທາງແຜນການສູ້ຊົນ ແລະ ວຽກງານຈຸດສຸມ 3 ເດືອນທ້າຍປີ 2020.

ໃນກອງປະຊຸມບັນດາສະຫາຍຜູ້ແທນກອງປະຊຸມ ຕາງໜ້າແຕ່ລະກຸ່ມວຽກໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນດ້ວຍ ຄວາມຮັບຜິດຊອບສູງ, ໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ – ຂໍ້ຄົງຄ້າງ, ບັນດາສາເຫດເພື່ອຊອກຫາວິທີການແກ້ໄຂໃຫ້ແທດເໝາະກັບສະພາບຕົວຈິງ, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ຍົກສູງຄວາມຮັບຜິດຊອບ, ມີລະບຽບວິໄນດີ, ພ້ອມກັນສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄໍາຄິດຄຳເຫັນໃສ່ບົດສະຫຼຸບ ແລະ ແຜນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ.

ຮູບ – ຂ່າວ:ນັກຂ່າວເມືອງວັງວຽງ