ວິທີເຮັດຂົ້ວໝີ່ເບຄອນໝາກເຜັດແຫ້ງ ເມນູເສັ້ນ ລົດຊາດເຜັດແຊບ

167

ເວົ້າເຖິງ ”ໝີ່” ແນ່ນອນທຸກຄົນຈະໄດ້ກິນເມື່ອຮອດຍາມທ້າຍເດືອນ ແຕ່ເຮົາຈະກິນໝີ່ແນວໃດບໍ່ໃຫ້ຈຳເຈ ແລະ ມື້ນີ້ເຮົາກໍ່ມີເມນູໝີ່ທີ່ຮັບຮອງວ່າໃຜໄດ້ກິນແລ້ວຈະບໍ່ມີທາງເບື່ອໝີ່ແນ່ນອນ ເພາະດ້ວຍລົດຊາດທີ່ເຜັດ ກົມກອມ ຫອມເຄື່ອງປຸງ ກັບເມນູ ຂົ້ວໝີ່ເບຄອນໝາກເຜັດແຫ້ງ ເຮົາໄປເບິ່ງສ່ວນປະກອບ ແລະ ວິທີເຮັດນຳກັນເລີຍ.

ສ່ວນປະກອບ

ເບຄອນ 200 ກຣາມ

ເສັ້ນໝີ່ສຳເລັດຮູບ 1 ຊອງ

ຫອມບົວໃຫຍ່ສັບ 1 ຖ້ວຍ

ກະທຽມຊອຍ 2 ບ່ວງແກງ

ຊອດຫອຍ 1 ບ່ວງແກງ

ນ້ຳຕານ 2 ບ່ວງຊາ

ເກືອ 1 ບ່ວງຊາ

ໝາກເຜັດແຫ້ງຈືນ ¼ ຖ້ວຍ

ໃບຫົວລະພາ ¼ ຖ້ວຍ

ວິທີເຮັດຂົ້ວໝີ່

1 ຕົ້ມນ້ຳລ້ວກເສັ້ນໝີ່ຈົນສຸກ ແລ້ວຕັກອອກພັກໄວ້ ຈາກນັ້ນກໍ່ຈືນເບຄອນຈົນມີສີເຫຼືອງກອບແລ້ວຕັກອອກມາພັກໄວ້ເຊັ່ນດຽວກັນ.

2 ຫຼັງຈາກທີ່ເອົາເບຄອນອອກແລ້ວ ກໍ່ເອົາກະທຽມ ຫອມບົວໃຫຍ່ສັບ ລົງໃສ່ໝໍ້ທີ່ຈືນເບຄອນ ຂົ້ວຈົນຫອມບົວໃຫຍ່ສຸກ ໃສ່ເສັ້ນທີ່ລ້ວກໄວ້ລົງໄປ ປຸງລົດຊາດດ້ວຍຊອດຫອຍ ນ້ຳຕານ ແລະ ເກືອ ແລ້ວຂົ້ວໃຫ້ເຂົ້າກັນ ຕາມດ້ວຍໝາກເຜັດແຫ້ງ ແລະ ໃບຫົວລະພາ ຄົນໃຫ້ເຂົ້າກັນ ຊິມລົດຊາດທີ່ມັກແລ້ວຍົກອອກຈາກເຕົາ.

3 ຕັກຂົ້ວໝີ່ເບຄອນໝາກເຜັດແຫ້ງໃສ່ຈານ ຕົບແຕ່ງດ້ວຍເບຄອນກອບ ໝາກເຜັດແຫ້ງ ແລະ ໃບຫົວລະພາ ເປັນທີ່ຮຽບຮ້ອຍຈັດເສີບໄດ້ເລີຍ.