ເປີດໃຈຜູ້ຊະນະເລີດການອອກແບບໂລໂກ້ ປະຈໍາການແຂ່ງຂັນບານເຕະທົ່ວປະເທດ ຕ້ອນຮັບວັນຊາດ 45 ປີ

288

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ເປີດຮັບສະໝັກການອອກແບບໂລໂກ້ ປະຈໍາການແຂ່ງຂັນບານເຕະທົ່ວປະເທດ ຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີ ໃນໄລຍະ 2 ອາທິດ ທີ່ຜ່ານມາ.

ຫຼ້າສຸດໃນວັນທີ 16 ຕຸລາ 2020 ໄດ້ມີການປະກາດຜົນຢ່າງເປັນທາງການປາກົດວ່າ: ທ້າວ ຈອນນີ້ ໄຊຍະວົງ ຈາກ ບ້ານໂພນສະຫວັນ ນະຄອນປາກເຊ ແຂວງຈຳປາສັກ ໄດ້ຮັບລາງວັນຊະນະເລີດການປະກວດໂລໂກ້ທີ່ຈະໃຊ້ ໃນການແຂ່ງຂັນບານເຕະທົ່ວປະເທດ ເພື່ອຂໍ່ານັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ 1975-2020 ໂດຍໄດ້ຮັບເງິນລາງວັນ 1.000.000 ກີບ.

ຈອນນີ້ ອາຍຸ 25 ປີໃຫ້ສໍາພາດກັບ ທີມຂ່າວເສດຖະກິດ-ການຄ້າ ຫຼັງຊາບຜົນວ່າ: ສໍາລັບນ້ອງຈົບສາຍ ໄອທີ ແລະ ຄົມມະນາຄົມ ທີ່ມະຫາວິທະຍາໄລແຫ່ງຊາດລາວ ຄະນະວິສະວະກຳສາດ ໃນປີ 2017 ເຊິ່ງປັດຈຸບັນແມ່ນເຮັດວຽກຢູ່ນະຄອນປາກເຊ ແຂວງຈໍາປາສັກ ແນ່ນອນວ່າແຮງບັນດານໃຈໃນການອອກແບບໂລໂກ້ນີ້ ກໍເນື່ອງມາຈາກວັນຊາດປີນີ້ຄົບຮອບ 45 ປີ ເລີຍໃສ່ເລກ 4 ກັບ ເລກ 5 ໃນໂລໂກ້ ພ້ອມກັບໝາກບານທີ່ສະແດງເຖິງການແຂ່ງຂັນບານເຕະ ເຊິ່ງນ້ອງໃຊ້ເວລາໃນການອອກແບບ 1-2 ມື້ ກ່ອນຈະໄດ້ຮັບຂ່າວວ່າເປັນຜູ້ຊະນະເລີດ ແລະ ກໍພູມໃຈຫຼາຍ.