ລອງເບິ່ງ! ເຕັກນິກການລ້ຽງໄກ່ລາດ ເຮັດໄດ້ງ່າຍໆຕາມນີ້

565

ຄວາມຮູ້ກະສິກໍາໃນມື້ນີ້ ຜູ້ຂຽນຂໍພາທ່ານຜູ້ອ່ານປ່ຽນເລື່ອງຈາກການປູກຝັງ ມາເຂົ້າສູ່ການລ້ຽງສັດລອງເບິ່ງ ໂດຍມື້ນີ້ຜູ້ຂຽນຈະສະເໜີໃຫ້ຮູ້ກ່ຽວກັບເຕັກນິກການລ້ຽງໄກ່ລາດ ເຊິ່ງແນ່ນອນວ່າຢູ່ໃນປະເທດເຮົາ ໂດຍສະເພາະໃນເຂດຊຸມຊົນທີ່ຢູ່ເຂດນອກເມືອງ ຫຼື ໃຊ້ຊີວິດໃກ້ຊິດຕິດແທດກັບທໍາມະຊາດ ຈະຕ້ອງມີການລ້ຽງສັດປີກຊະນິດນີ້ຢູ່ແລ້ວ ແຕ່ກໍຍັງເປັນການລ້ຽງແບບປະຖົມປະຖານ ຫຼື ລ້ຽງຕາມທໍາມະຊາດ.

ດັ່ງນັ້ນ, ຄວາມຮູ້ກະສິກໍາມື້ນີ້ຜູ້ຂຽນໄດ້ຮຽບຮຽງເອົາວິທີການລ້ຽງແບບມີເຕັກນິກວິຊາການເຂົ້າມາຊ່ວຍ ເພື່ອເຮັດໃຫ້ການລ້ຽງໄກ່ຂອງເຮົາມີປະສິດທິພາບຂຶ້ນ ໂດຍຫຼັກການສໍາຄັນຂອງການລ້ຽງໄກ່ລາດໃຫ້ໄດ້ຮັບຜົນດີ ແມ່ນຕ້ອງມີການຢອດຢາ ແລະ ສັກຢາປ້ອງກັນພະຍາດເປັນຕົ້ນ ອະຫິ ວາ ແລະ ພະຍາດອື່ນໆ.

ສິ່ງທີ່ຕ້ອງກະກຽມໃນການລ້ຽງໄກ່ລາດ ມີຄື:

  • ແນວພັນພື້ນບ້ານ ( ໄກ່ລາດ )

  • ຮາງອາຫານ

  • ຮາງນໍ້າ ຫຼື ຕຸກໃສ່ນໍ້າ

  • ສຸ່ມໄກ່

  • ຮໍາ; ເຂົ້າເປືອກ, ເຂົ້າປຽນ ແລະ ສິ່ງເສດເຫຼືອຈາກອາຫານອື່ນໆ.

ວິທີການລ້ຽງ: ມີດ້ວຍກັນຫຼາຍວິທີ ແລ້ວແຕ່ຄວາມເໝາະສົມ ແລະ ຈຸດປະສົງຂອງຜູ້ທີ່ຈະລ້ຽງ ເຊັ່ນ:

  • ການເລືອກພັນໄກ່ທີ່ ໃຫຍ່ແລ້ວມາລ້ຽງຕໍ່, ໃນນັ້ນພັນໄກ່ລາດທີ່ນໍາມາລ້ຽງຄວນເລືອກແນວພັນທີ່ມີພູມຕ້ານທານສູງ, ແຂງແຮງ, ໂຕໃຫຍ່, ຊີ້ນຫຼາຍ, ລ້ຽງລູກດີ ແລະ ໃຫ້ໄຂ່ຫຼາຍ ເຊິ່ງສິ່ງເຫຼົ່ານີ້ກໍຕ້ອງອາໄສຜູ້ຮູ້ ແລະ ຜູ້ມີປະສົບການໃນການເລືອກເຂົ້າມາຊ່ວຍ

  • ຊື້ລູກໄກ່ອາຍຸ 1ມື້ມາລ້ຽງ

  • ຟັກລູກໄກ່ເອົາເອງ

  • ຊື້ໄກ່ລຸ້ນອາຍຸ 2 – 3 ເດືອນມາລ້ຽງ

  • ຊື້ໄກ່ບ່າວສາວມາລ້ຽງ

ວິທີການໃຫ້ອາຫານ:

  • ການໃຫ້ອາຫານໄກ່ແມ່ນຕ້ອງໃຫ້ມື້ລະ 2 ຄັ້ງ ເຊົ້າ – ແລງ ໂດຍນໍາເອົາຮໍາ ຫຼື ເຂົ້າປຽນມາໃສ່ຮາງອາຫານ ແລະ ແຍກເອົານໍ້າໃສ່ອີກຮາງທີ່ກຽມໄວ້ ເຊິ່ງນໍ້າຄວນປ່ຽນຖ່າຍທຸກໆມື້ ແລະ ອະນາໄມຄອກ ຫຼື ລົກໄກ່ໃຫ້ສະອາດຢູ່ສະເໝີ ເພື່ອບໍ່ໃຫ້ໄກ່ຕິດເຊື້ອພະຍາດໄດ້ງ່າຍ.

ຄອກໄກ່ ແລະ ວິທີການບົວລະບັດຮັກສາຄອກໄກ່:

ການເຮັດຄອກໄກ່ ຫຼື ລົກໄກ່ ຕ້ອງເປັນສະຖານທີ່ທີ່ເໝາະສົມກັບຈໍານວນໄກ່ທີ່ຕົນເອງລ້ຽງ ຕ້ອງມີລົມລ່ວງ, ມີຄອນສໍາລັບໃຫ້ໄກ່ນອນ ແລະ ມີບ່ອນສໍາລັບເຮັດຮັງໃຫ້ໄກ່ໄຂ່ໃສ່; ສ່ວນການບົວລະບັດຮັກສາ ຄວາມສະອາດຄອກໄກ່ເປັນປະຈໍາ ຢ່າງໜ້ອຍ 1 – 2 ເທື່ອຕໍ່ອາທິດ.

ຂອບໃຈຮູບ: Bank Sathitphong Douangchak

ທີ່ມາ: ລາວ 44 ຂໍ້ມູນຂ່າວສານເພື່ອການພັດທະນາ