20 ກວ່າບຸກຄະລະກອນ ສໍາເລັດການເປັນຄູຝຶກກິລາບານສົ່ງຫາດຊາຍ ລະດັບ 1 ລະດັບສາກົນ

222

ພິທີປິດກອງປະຊຸມຝຶກອົບຮົມຍົກລະດັບຄວາມຮູ້ຄວາມສາມາດການເປັນຄູຝຶກກິລາບານສົ່ງຫາດຊາຍ ລະດັບ 1 ປະຈໍາປີ 2020 ຈາກຜູ້ຊຽວຊານລະດັບສາກົນ ມີຂຶ້ນ ໃນຕອນບ່າຍວັນທີ 16 ຕຸລາ ຜ່ານມາ ພາຍຫຼັງໄດ້ດຳເນີນການຝຶກອົບຮົມມາແຕ່ວັນທີ 12 ຕຸລາ 2020 ທີ່ຫ້ອງການຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບໃບຢັ້ງຢືນຂອງທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານ ແລະ ເລຂາທິການ ຄອລ, ມີທ່ານ ກະເສມ ອິນທະລາ ຮອງປະທານ ຄອລ, ທ່ານ ຈັນສະໝອນ ຜ່ອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດ ຫຼື ສບສ, ທ່ານ ສຸລິເນດ ໄຊຍະເດດ ຮອງປະທານ ສບສ ແລະ ທ່ານ ທະວີບ ທອງກຳເນີດ ຜູ້ຊຽວຊານກິລາບານສົ່ງຫາດຊາຍ ຈາກສະຫະພັນບານສົ່ງສາກົນ ພ້ອມດ້ວຍຄະນະບໍລິຫານງານ ສບສ, ວິຊາການ ຄອລ ຕະຫຼອດຮອດສຳມະນາກອນ 26 ຄົນ, ຍິງ 2 ຄົນ ຈາກ 8 ແຂວງ, ນະຄອນຫຼວງ ແລະ 12 ສະໂມສອນ ເຂົ້າຮ່ວມ.

ສຳລັບ 8 ແຂວງ ແລະ ນະຄອນຫຼວງ ປະກອບມີ ອຸດົມໄຊ, ຫຼວງພະບາງ, ຊຽງຂວາງ, ບໍ່ແກ້ວ, ວຽງຈັນ, ຄຳມ່ວນ, ຈຳປາສັກ, ສະຫວັນນະເຂດ ແລະ ນະຄອນຫຼວງ, ສ່ວນ 14 ສະໂມສອນ ກໍມີ ກະຊວງປ້ອງກັນປະເທດ (ກອງທັບ), ກະຊວງປ້ອງກັນຄວາມສະຫງົບ (ປກສ), ມະຫາວິທະຍາໄລ ສຸພານຸວົງ (ຫຼວງພະບາງ), ມະຫາວິທະຍາໄລວິທະຍາສາດ ສຸຂະພາບ, ກອງພັນກໍ່ສ້າງຂົວທາງ 587, ວິທະຍາສາດທຳມະຊາດ, ວິທະຍາໄລພະລະສຶກສາ, ມະຫາວິທະຍາໄລແຫ່ງຊາດ, ກົມໃຫຍ່ພະລາທິການ, ກົມວິທະຍາສາດ-ປະຫວັດສາດ, ສະຖາບັນກິລາ-ກາຍະກຳ ແລະ ສະໂມສອນ ອິນທະສອນ.

ຮູບ-ຂ່າວຈາກ: Lao Volleyball Federation