ທົ່ວໂລກມີຜູ້ຕິດເຊື້ອໂຄວິດກວ່າ 38 ລ້ານຄົນ

96

ສະພາບການແຜ່ລະບາດຂອງພະຍາດໂຄວິດ – 19 ໃນວັນທີ 15 ຕຸລາ 2020 ມີຜູ້ຕິດເຊື້ອທົ່ວໂລກ ຈຳນວນ 38.714.755 ຄົນ, ມີຜູ້ເສຍຊີວິດແລ້ວ 1.096.065 ຄົນ ແລະປິ່ນປົວດີ 29.098.677 ຄົນ ເຊິ່ງປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍກວ່າໝູ່ກໍຄື ສະຫະລັດອາເມຣິກາ.

ໃນວັນທີ 15 ຕຸລາ 2020 ທີ່ກະຊວງສາທາລະນະສຸກ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານສະພາບການແຜ່ລະບາດຂອງພະຍາດໂຄວິດ – 19 ພາຍໃນປະເທດ ແລະ ທົ່ວໂລກ ວ່າ: ສະພາບການລະບາດຂອງພະຍາດໂຄວິດ – 19 ຂອງບັນດາປະເທດໃກ້ຄຽງ ແລະ ໃນໂລກ, ຮອດວັນທີ 15 ຕຸລາ 2020 ທົ່ວໂລກມີການລາຍງານການລະບາດ ທັງໝົດ 214 ( ປະເທດ/ເຂດ ) ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອ ພະຍາດໂຄວິດ – 19 ແມ່ນ 38.714.755 ຄົນ; ເສຍຊີວິດ 1.096.065 ຄົນ ກວມເອົາ 2,83% ຂອງຜູ້ຕິດເຊື້ອທັງໝົດ; ປິ່ນປົວດີ 29.098.677 ຄົນ ກວມເອົາ 75,1% ຂອງຜູ້ຕິດເຊື້ອທັງໝົດ ເຊິ່ງປະເທດທີ່ມີການລາຍງານການຕິດເຊື້ອ ແລະ ເສຍຊີວິດຫຼາຍກວ່າໝູ່ແມ່ນສະຫະລັດອາເມຣິກາ  ເຊິ່ງມີຜູ້ຕິດເຊື້ອສະສົມ 8.145.010 ຄົນ, ເສຍຊີວິດ 221.769 ຄົນ; ຢູ່ຂົງເຂດອາຊີ ແມ່ນປະເທດອິນເດຍ ທີ່ມີທ່າອ່ຽງໃນການຕິດເຊື້ອໂຄວິດ – 19 ເພີ່ມຂຶ້ນ, ມີຜູ້ຕິດເຊື້ອສະສົມ 7.305.070 ຄົນ ແລະ ຜູ້ຕິດເຊື້ອມື້ດຽວສູງເຖິງ 67.988 ຄົນ ແລະ ໃນບັນດາກຸ່ມປະເທດອາຊຽນ ແມ່ນມີການຢັ້ງຢືນຜູ້ຕິດເຊື້ອແມ່ນ 803.265 ຄົນ ແລະ ເສຍຊີວິດ 19.629 ຄົນ.

ໂດຍສະພາບການລະບາດຂອງພະຍາດໂຄວິດ – 19 ຢູ່ພາຍໃນ ສປປ ລາວ ມາຮອດວັນທີ 14 ຕຸລາ 2020 ແມ່ນບໍ່ມີຜູ້ຕິດເຊື້ອໃໝ່ ເຊິ່ງການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆຢູ່ ສປປ ລາວ ຮອດ 17:00 ໂມງ ຂອງວັນທີ 14 ຕຸລາ 2020 ທົ່ວປະເທດມີຜູ້ເດີນທາງເຂົ້າມາທັງໝົດ 2.050 ຄົນ, ໃນນັ້ນຈຸດຜ່ານແດນ   ລາວ – ໄທ 1.079 ຄົນ ( ແຮງງານລາວກັບມາແຕ່ໄທ 101 ຄົນ ); ຈຸດຜ່ານດ່ານ ລາວ – ຈີນ 184 ຄົນ, ໃນນັ້ນແຮງງານລາວ 6 ຄົນ ຜ່ານດ່ານບໍ່ເຕັນ ແຂວງ ຫຼວງນ້ຳທາ, ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ; ຈຸດຜ່ານດ່ານ ລາວ – ຫວຽດນາມ 614 ຄົນ ເຊິ່ງເຂົ້າມາໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດ, ໃນນັ້ນມີນັກສຶກສາ 2 ຄົນ, ແຮງງານຫວຽດນາມ 30 ຄົນ, ລັດຖະການຫວຽດນາມ 31 ຄົນ, ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ ເຊິ່ງສ່ວນຫຼາຍແມ່ນເຂົ້າມາປ່ຽນຖ່າຍສິນຄ້າ ແລະ ປ່ຽນຜູ້ຂັບລົດຢູ່ດ່ານ ); ຈຸດຜ່ານດ່ານ ລາວ – ກຳປູເຈຍ ທັງໝົດ 1 ຄົນ ເຊິ່ງເປັນຄົນລາວ; ເດີນທາງຜ່ານສະໜາມບິນສາກົນວັດໄຕ ທັງໝົດ 172 ຄົນ ( ຄົນຈີນ 171 ຄົນ, ຄົນລາວ 1 ຄົນ ) ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ( ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ. ໃນປັດຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.599 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ສ່ວນການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 14 ຕຸລາ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 304 ຕົວຢ່າງ, ໃນນັ້ນມີແຮງງານລາວມາແຕ່ໄທ 93 ຕົວຢ່າງ, ແຮງງານຈີນ 161 ຕົວຢ່າງ, ແຮງງານຫວຽດນາມ 25 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 8 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 17 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ ແລະ ໝາຍ ຄວາມວ່າໃນວັນທີ 14 ຕຸລາ 2020 ບໍ່ມີຜູ້ຕິດເຊື້ອໃໝ່; ຈາກການສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 14 ຕຸລາ 2020 ໄດ້ ເກັບຕົວຢ່າງມາກວດທັງໝົດ 59.194 ຕົວຢ່າງ, ກວດພົບເຊື້ອສະສົມ 23 ຄົນ. ປັດຈຸບັນກໍລະນີທີ 23 ແມ່ນຍັງສືບຕໍ່ປິ່ນປົວຢູ່ໂຮງໝໍມິດຕະພາບ ແລະ ບໍ່ມີອາການຜິດປົກກະຕິຫຍັງ.