ລາວໂຕໂຢຕ້າ ຫຼື ມາສເຕີ 7 ທີມໃດຈະມີໄຊໃນປີນີ້ ຮູ້ກັນແນ່ນອນທ້າຍອາທິດນີ້

118

ອາທິດນີ້ຮູ້ກັນແນ່ນອນວ່າ ລາວໂຕໂຢຕ້າ ເອັຟຊີ ຫຼື ມາສເຕີ 7 ເອັຟຊີ ທີມໃດຈະເກັບໄຊຊະນະໄດ້ໃນປີນີ້ ຫຼັງຈາກທີ່ສະເໝີກັນທັງສອງນັດໃນບານເຕະເປບຊີ ລາວລີກ 1 ລະດູການ 2020 ທີ່ຫາກໍຈົບໄປແລ້ວນັ້ນ ເຊິ່ງນັດທ້າຍອາທິດນີ້ວັນທີ 18 ຕຸລາ 2020 ຈະເປັນການແຂ່ງຂັນຮອບ 8 ທີມສຸດທ້າຍບານເຕະຊີງຂັນ ສຕລ ຄອມມານໂດ 2020 ໂດຍນັດນີ້ຕ້ອງຮູ້ຜົນທັນທີ.

ລາວໂຕໂຢຕ້າ ເອັຟຊີ ແຊັມເປບຊີ ລາວລີກ 1 ປີ 2020 ຍັງບໍ່ສາມາດເອົາຊະນະ ມາສເຕີ 7 ເອັຟຊີ ຮອງແຊັມລາວລີກ 1 ໂດຍນັດທໍາອິດ ມາສເຕີ 7 ເອັຟຊີ ເປີດບ້ານສະເໝີກັນ 1-1 ໃນຮອບຂາໄປ, ສ່ວນຮອບຂາກັບ ລາວໂຕໂຢຕ້າ ເອັຟຊີ ເປີດບ້ານສະເໝີກັນ 0-0.

ຢ່າງໃດກໍຕາມ, ລາວໂຕໂຢຕ້າ ເອັຟຊີ ໂຄຈອນມາພົບກັບ ມາສເຕີ 7 ເອັຟຊີ ອີກຄັ້ງ ແຕ່ຄັ້ງນີ້ເປັນລາຍການ ຊີງຂັນ ສຕລ ຄອມມານໂດ 2020 ໂດຍກ່ອນໜ້ານີ້ ລາວໂຕໂຢຕ້າ ເອັຟຊີ ໄດ້ເຂົ້າຮອບ 8 ທີມສຸດທ້າຍແບບອັດຕະໂນມັດ, ສ່ວນ ມາສເຕີ 7 ເອັຟຊີ ທີມຈາກລາວລີກ 1 ບຽດເອົາຊະນະ ກະຣູດາ ເອັຟຊີ ທີມຈາກລາວລີກ 2 ໄປຫວຸດຫວິດ 4-3 ໃນຮອບ 16 ທີມຜ່ານເຂົ້າຮອບ 8 ທີມໄປຕາມນັດ.

ທ່ານ ຕົ້ນ ເພັດເພັງທອງ ຜູ້ຊ່ວຍຄູຝຶກຂອງ ມາສເຕີ 7 ເອັຟຊີ ໃຫ້ສໍາພາດເຖິງນັດທີ່ຈະພົບກັບ ແຊັມເກົ່າ ໃນທ້າຍອາທິດນີ້ວ່າ: ແນ່ນອນນັດທີ່ຈະພົບກັບແຊັມເກົ່າ ລາວໂຕໂຢຕ້າ ເອັຟຊີ ທີ່ເປັນທັງແຊັມລາວລີກ 1 ກະເປັນງານທີ່ໜັກ, ເຊິ່ງພວກເຮົາຈະໄປປັບປຸງສິ່ງທີ່ຜິດພາດ ແລະ ປັບປຸງເກມຮັບ ກັບ ການຈົບປະຕູ ເພາະມີບັນຫາໃນຫຼາຍນັດຜ່ານມາ ໂດຍການພົບກັບທັງສອງ 2 ນັດຖືວ່າ ບໍ່ຜິດຫວັງ ເພາະສະເໝີກັນໃນລີກ, ສ່ວນຮູບເກມແມ່ນບໍ່ຫ່າງກັນປານໃດ ເຖິງວ່າລາວໂຕໂຢຕ້າ ເອັຟຊີ ເປັນທີມທີ່ມີຮູບເກມທີ່ດີຫຼາຍ ແລະ ກອງຫຼັງທີ່ໜ້ຽວແໜ້ນ ແຕ່ມັນຂຶ້ນກັບຈັງຫວະ ແລະ ທີມໃດຄວາມຜິດພາດຫຼາຍກໍຈະຕົກເປັນຮອງ.

ສໍາລັບ ລາວໂຕໂຢຕ້າ ເອັຟຊີ ກັບ ມາສເຕີ 7 ເອັຟຊີ ເຄີຍພົບກັນມາແລ້ວ 7 ນັດໃນລີກສູງສຸດຂອງ ສປປ ລາວ ປາກົດວ່າ: ປີ 2018 ນັດທໍາອິດ ລາວໂຕໂຢຕ້າ ເອັຟຊີ ຊະນະ 5-1, ນັດທີ 2 ມາສເຕີ 7 ເອັຟຊີ ຊະນະ 2-1; ປີ 2019 ມາສເຕີ 7 ເອັຟຊີ ເສຍ 2-4, ລາວໂຕໂຢຕ້າ ເອັຟຊີ ຊະນະ 3-0 ແລະ ລາວໂຕໂຢຕ້າ ເອັຟຊີ ເສຍ 2-4, ສ່ວນປີນີ້ຍັງກິນກັນບໍ່ລົງ ສະເໝີກັນ 2 ນັດ.

ສ່ວນທີມທີ່ຜ່ານເຂົ້າຮອບ 8 ທີມສຸດທ້າຍ ຈະລົງແຂ່ງຂັນທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເວລາ 15:00 ໂມງເທົ່າກັນທັງໝົດຄື:
-ວັນທີ 17 ຕຸລາ 2020: ຊ້າງນ້ອຍ ເອັຟຊີ ພົບ ປກສ ເອັຟຊີ ສະໜາມນອກ ແລະ ເອັສຣາ ເອັຟຊີ ພົບ ລາວ-ທ໊ອບ ເອັຟຊີ ທີ່ສະໜາມໃນ.
-ວັນທີ 18 ຕຸລາ 2020: ເອັສບີທີ 941 ເອັຟຊີ ພົບ ເມືອງຮາດ ຢູໄເນຕັດ ສະໜາມນອກ ແລະ ມາສເຕີ 7 ເອັຟຊີ ພົບ ລາວໂຕໂຢຕ້າ ເອັຟຊີ ສະໜາມໃນ.
ຂ່າວ: ຄໍາສອນ; ຮູບ: ສອນໄຊ