ແຂ່ງຂັນກີລາບານເຕະມິດຕະພາບ ລະຫວ່າງຫ້ອງການເມືອງ ວິທະຍາຄານກົມມະດໍາ ແລະ ຄະນະວິຊາຄູທິດສະດີມາກ-ເລນິນ

180

ວັນທີ 15 ຕຸລາ 2020 ຢູ່ທີ່ເດີ່ນ ກີລາ 111 ໄດ້ຈັດກິດຈະກໍາແຂ່ງຂັນກີລາ ບານເຕະມິດຕະພາບລະຫວ່າງທີມຫ້ອງການເມືອງ ວິທະຍາຄານ ກົມມະດໍາ ກັບທີມຄະນະ ວິຊາຄູ ທິດສະດີມາກ-ເລນິນ ນໍາທີມໂດຍສະຫາຍ ພັນໂທ ປ.ອ ສົມໄຫວ ແໜງໄຊຄູນ ຫົວຫນ້າຫ້ອງການເມືອງວິທະຍາຄານກົມມະດໍາ ພ້ອມດ້ວຍຄະນະ ແລະ ນັກກິລາທັງ ສອງທີມ ເຂົ້າຮ່ວມແຂ່ງຂັນ.

ການແຂ່ງຂັນກີລາມິດຕະພາບຄັ້ງນີ້ ແມ່ນແນ່ໃສ່ເສີມສ້າງສາຍພົວພັນມິດຕະພາບ ແລະ ຜູກແໜ້ນຄວາມສາມັກຄີວຽກງານ ຂະບວນການກີລາກັບພະນັກງານ-ນັກຮົບຢູ່ພາຍໃນກົມກອງ, ທັງເປັນການແລກປ່ຽນບົດຮຽນວຽກ ງານຂະບວນການກີລາ-ກາຍະກໍາ ຂອງນັກກີລາທັງສອງໃຫ້ມີສຸຂະພາບແຂງແຮງ, ເພື່ອສ້າງຂະບວນການຄຳນັບ ຮັບຕ້ອນ ວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 26 ປີ ທີ່ຫາກໍຜ່ານພົ້ນໄປ.

ການແຂ່ງຂັນເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ລະຫວ່າງຜູ້ຊົມ ຜູ້ເຊຍຢູ່ຮອບສະຫນາມຢ່າງຫນ້າແຫນ້ນ, ຜ່ານການແຂ່ງຂັນຕົວຈິງ ປະກົດວ່າທີມບານເຕະຫ້ອງການເມືອງວິທະຍາຄານກົມມະດໍາ ເອົາຊະນະວິຊາຄູທິດສະດີ-ມາກ ເລນິນ 5 – 1ປະຕູ

ຂ່າວ: ວັນນະເລດ ລໍວັນໄຊ