ການນຳເມືອງເຊບັ້ງໄຟ ລົງຊຸກຍູ້ການເກັບກ່ຽວມັນດ້າງຂອງບໍລິສັດຖ່ານຂາວ

214

ໃນຕອນບ່າຍຂອງວັນທີ 14 ຕຸລາ 2020 ທ່ານ ທອງໄຊ ມັງໜໍ່ເມກ ເຈົ້າເມືອງເຊບັ້ງໄຟ ພ້ອມດ້ວຍຄະນະນຳຂອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຕິດຕາມການເກັບກ່ຽວຜົນຜະລິດມັນດ້າງຂອງບໍລິສັດຖ່ານຂາວ ຮ່ວມກັບ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເພື່ອເປັນສວນສາທິດຂອງເມືອງເຊບັ້ງໄຟ ຢູ່ເຂດຕອນດິນທົດລອງຂອງກະສິກຳປ່າໄມ້ເມືອງ ບ້ານຂົວເຊ ເມືອງເຊບັ້ງໄຟ ແຂວງຄຳມ່ວນ.

ສວນດັ່ງກ່າວມີເນື້ອທີ່ປູກ ຈຳນວນ 4,1 ເຮັກຕາ, ເນື້ອທີ່ດັ່ງກ່າວແມ່ນນຳໃຊ້ເຂົ້າໃນການປູກໝາກໂມໃນຕົ້ນເດືອນມັງກອນ 2020 ແລະ ໄດ້ເກັບກ່ຽວຜົນຜະລິດສຳເລັດຮຽບຮ້ອຍແລ້ວ ໃນທ້າຍເດືອນມີນາ 2020 ທີ່ຜ່ານມາ.

ດັ່ງນັ້ນ, ເພື່ອສືບຕໍ່ບໍ່ໃຫ້ດິນເປົ່າວ່າງຈຶ່ງໄດ້ນຳເອົາມັນດ້າງມາປູກໃນຕອນດິນດັ່ງກ່າວ ເຊິ່ງປູກໃນວັນທີ 15 ກໍລະກົດ 2020 ໃຊ້ເວລາໃນການປູກ ແລະ ປົກປັກຮັກສາເປັນໄລຍະເວລາ 3 ເດືອນ ມາຮອດວັນທີ 14 ຕຸລາ 2020 ຈຶ່ງໄດ້ເກັບກ່ຽວຜົນຜະລິດມັນດ້າງ, ລາຄາໃນການຂາຍແມ່ນກິໂລລະ 2.000 ກີບ ຂາຍສົ່ງ, ຂາຍຍ່ອຍແມ່ນກິໂລລະ 3.000 ກີບ ເຊິ່ງສາມາດເກັບກ່ຽວຜົນຜະລິດໄດ້ແລ້ວ 30% ຄາດວ່າຈະເກັບຜົນຜະລິດໃຫ້ສຳເລັດພາຍໃນວັນທີ 18 ຕຸລາ 2020 ນີ້.

ຕາມການລາຍງານຂອງ ທ່ານ ງໍ ໄຊຍະວົງ ຜູ້ອຳນວຍການ ບໍລິສັດ ງໍ ໄຊຍະວົງ ພັດທະນາກະສິກຳ ຈຳກັດຜູ້ດຽວ ແມ່ນໄດ້ຕາມເປົ້າໝາຍທີ່ຄາດໄວ້, ຄາດຄະເນຜົນໄດ້ຮັບໃນຄັ້ງນີ້ແມ່ນ 15 ໂຕນ ແລະ ຄິດໄລ່ເປັນເງິນ 30 ລ້ານກວ່າກີບ.