ຖວທ.ນວ-ຫົວໜ່ວຍທຸລະກິດ ຮ່ວມຫາລືສົ່ງເສີມການທ່ອງທ່ຽວ

133

ເຈົ້າຂອງສວນພຶກສາ ຮ່ວມກັບ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ( ຖວທ.ນວ ) ແລະ ຜູ້ປະກອບການນໍາທ່ຽວໄດ້ຈັດກອງປະຊຸມຫາລືແນວທາງສົ່ງເສີມການທ່ອງທ່ຽວພາຍໃນໃຫ້ມີບັນຍາກາດຟົດຟື້ນຂຶ້ນ ເພື່ອສ້າງໃຫ້ທຸລະກິດມີຄວາມເຂັ້ມແຂງກອງປະຊຸມດັ່ງກ່າວຈັດຂຶ້ນທີ່ສວນພຶກສາ ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຂົ້າຮ່ວມມີ ທ່ານ ຄໍາຄູນ ໃບລາຕຣີ ຮອງພະແນກ ຖວທ.ນວ, ທ່ານ ພູວົງ ພະມີສິດ ເຈົ້າຂອງສວນພຶກສາ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ແລະ ພາກທຸລະກິດເຂົ້າຮ່ວມ.

ທ່ານ ຄໍາຄູນ ໃບລາຕຣີ ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນມີຄວາມສໍາຄັນຕໍ່ການຮ່ວມມືລະຫວ່າງພາກລັດ ແລະ ທຸລະກິດ ສໍາຄັນແມ່ນການຈັບຄູ່ລະຫວ່າງທຸລະກິດດ້ວຍກັນ ໂດຍສະເພາະບໍລິສັດທີ່ໃຫ້ບໍລິການທ່ອງທ່ຽວ ທີ່ຈະມາໃຫ້ຂໍ້ມູນລູກຄ້າ ແລະ ເຈົ້າຂອງສວນພຶກສາທີ່ມີສະຖານທີ່ທ່ອງທ່ຽວ, ເຮັດແນວໃດໃຫ້ສອງພາກສ່ວນຮ່ວມມືກັນສ້າງແພັກເກັດນໍາທ່ຽວພາຍໃນຕາມທິດ ແລະ ນະໂຍບາຍ ລາວທ່ຽວລາວ. ພ້ອມນັ້ນ, ທ່ານຍັງຮຽກຮ້ອງໃຫ້ສືບຕໍ່ພົວພັນກັນໃຫ້ເຂົ້າສູ່ລວງເລິກ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ, ໃນນາມມະຫາພາກກໍຄື ຖວທ.ນວ ກໍຈະສືບຕໍ່ດ້ານນະໂຍບາຍ ແລະ ນໍາພາຫົວ ໜ່ວຍທຸລະກິດອື່ນໆໃຫ້ສາມາດມາປຶກສາຫາລືຮ່ວມກັນໃຫ້ຫຼາຍຂຶ້ນ.

ໃນທີ່ປະຊຸມຕາງໜ້າບໍລິສັດນໍາທ່ຽວ ໄດ້ມີຄໍາເຫັນສະເໜີໃຫ້ສວນພຶກສາເພີ່ມກິດຈະກໍາທ່ອງທ່ຽວພາຍໃນໃຫ້ຫຼາຍຂຶ້ນ ເນື່ອງຈາກໄລຍະນີ້ນັກທ່ອງທ່ຽວຕ່າງປະເທດຍັງບໍ່ສາມາດເຂົ້າມາປະເທດເຮົາໄດ້ ໂດຍສະເພາະແພັກເກັດກິດຈະກໍາກີລາ, ແຄັມໄຟ ( ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ), ກິດຈະກໍາຕຶກເບັດ, ດົນຕີ, ປະກວດການແຂ່ງຂັນ. ສ່ວນອາຫານກໍໃຫ້ສາມາດເຈາະກຸ່ມເປົ້າໝາຍໄດ້.

ທ່ານ ພູວົງ ພະມີສິດ ໄດ້ໃຫ້ຮູ້ວ່າ: ສວນພຶກສາມີເນື້ອທີ່ 50 ກວ່າເຮັກຕາ ໄດ້ລົງທຶນໃນການພັດທະນາແລ້ວຫຼາຍກວ່າ 10 ຕື້ກີບ ໂດຍເນັ້ນໃຫ້ມີກິດຈະກໍາຫຼາກຫຼາຍ ເພື່ອຮອງຮັບນັກທ່ອງທ່ຽວ. ພ້ອມນັ້ນ, ຍັງສ້າງໃຫ້ເປັນສູນລວມໃນການສາທິດ, ສ້າງອາຊີບ ບໍ່ວ່າຈະເປັນການຜະລິດສະບູ, ຢາສະຜົມ, ສອນວິທີປຸງແຕ່ງອາຫານລາວ, ຝຶກອົບຮົມໃນການປູກຝັງ – ລ້ຽງສັດ, ສວນຮຽນຮູ້ຢາພື້ນເມືອງລາວ, ເຮືອນຊົນເຜົ່າ ແລະ ຂໍ້ມູນເຜົ່າຕ່າງໆໃນລາວ 50 ຊົນເຜົ່າທີ່ເປັນພາສາລາວ ແລະ ພາສາອັງກິດ ເພື່ອຄອຍໃຫ້ບໍລິການນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.