ເຄັດລັບປ່ຽນຕົວເອງໃຫ້ສຸຂະພາບດີໃນ 1 ມື້

147

ວົງຈອນການໃຊ້ຊີວິດໃນ 1 ມື້ ທ່ານເຮັດຫຍັງແນ່ ໂດຍທົ່ວໄປການເຮັດກິດຈະກຳຕ່າງໆ ຂອງຄົນເຮົາຈະບໍ່ແຕກຕ່າງກັນຫຼາຍ ແຕ່ການເຮັດກິດຈະກຳຕ່າງໆ ສົ່ງຜົນຕໍ່ສຸຂະພາບຮ່າງກາຍເຮົາຫຼາຍ ເຊັ່ນ: ການນອນ, ການເຮັດວຽກ, ການກິນ ແລະ ການອອກກຳລັງກາຍ ທ່ານລອງເບິ່ງຕາມພາບເບິ່ງວ່າອັນໃດທ່ານເຮັດແນ່ ຫຼື ມີທັ້ງໝົດບໍ່.

ສຸຂະພາບດີເກີດຈາກກິດຈະວັດປະຈຳວັນຂອງທ່ານເອງ ມາເບິ່ງກັນວ່າຄວນປະຕິບັດແນວໃດ ຈຶ່ງສົ່ງຜົນດີຕໍ່ຮ່າງກາຍ.

ການນອນ

ການນອນ ເປັນການພັກສະໝອງ ພັກຈາກຄວາມເມື່ອຍລ້າຈາກບ່ອນເຮັດວຽກ ຫຼື ການເຮັດກິດຈະກຳໃນແຕ່ລະມື້ ຄົນສ່ວນໃຫຍ່ນອນນ້ອຍ ຫຼື ນອນບໍ່ພຽງພໍ ອາດເກີດຈາກບັນຫາທີ່ນອນບໍ່ຫຼັບ ໂດຍເຮົາມັກຄິດວ່າຄວນນອນໃຫ້ຄົບ 8 ຊົ່ວໂມງ ຊຶ່ງແທ້ໆແລ້ວບໍ່ຈຳເປັນຕ້ອງນອນ 8 ຊົ່ວໂມງ ແຕ່ສາມາດນອນໄດ້ຢ່າງພຽງພໍ ຫຼື ນອນພຽງແຕ່ 5-6 ຊົ່ວໂມງ ກໍ່ສາມາດຕື່ນນອນຂຶ້ນມາສົດຊື່ນໄດ້ ເພາະນອນຫຼັບເລິກພຽງພໍ ຮ່າງກາຍຕ້ອງການພຽງພໍ ກໍ່ສຸຂະພາບດີໄດ້ ແລະ ບໍ່ສົ່ງຜົນໃຫ້ສະໝອງເບຼີໃນຊ່ວງຕອນເຊົ້າ ຫຼື ເຫງົານອນໃນເວລາການເຮັດວຽກ.

ການກິນ

ການກິນເປັນເລື່ອງສຳຄັນ ເພາະກ່ຽວກັບເລື່ອງສຸຂະພາບໂດຍກົງ ຊຶ່ງການຮັບປະທານອາຫານໃຫ້ຄົບ 5 ໝູ່ຈະສົ່ງຜົນດີຕໍ່ສຸຂະພາບຮ່າງກາຍຂອງເຮົາເປັນຢ່າງດີ ແຕ່ເລື່ອງທີ່ຍາກຄື ອາຫານມີຄວາມຫຼາກຫຼາຍ ແລ້ວສິ່ງໃດທີ່ດີຕໍ່ສຸຂະພາບແທ້ ອາຫານເພື່ອສຸຂະພາບຖ້າເປັນຜັກກໍຄົງຕ້ອງເປັນຣາຊີນີຜັກໃບຂຽວທີ່ມີສານຄຸນປະໂຫຍດຢ່າງຫຼວງຫຼາຍ ອຸດົມໄປດ້ວຍໄຟເບີ ທາດເຫຼັກສູງ ຊ່ວຍບຳລຸງ, ລ້າງສານພິດ, ເພີ່ມພູມຕ້ານທານໃຫ້ຮ່າງກາຍ ແລະ ຕ້ານມະເຮັງ ແລະ ອາຫານພວກຊີ້ນປາແຊວມອນ, ຖົ່ວ, ອະໂວຄາໂດ, ໄຂ່ໄກ່ ທີ່ໃຫ້ໂປຣຕີນສູງ.

ການອອກກຳລັງກາຍ

ການອອກກຳລັງກາຍເປັນເລື່ອງຮອງຈາກອາຫານ ແຕ່ຄວນອອກກຳລັງກາຍຢ່າງສະໝ່ຳສະເໝີ ເພື່ອຊ່ວຍໃຫ້ສຸຂະພາບຮ່າງກາຍແຂງແຮງ ຊຶ່ງການອອກກຳລັງກາຍກໍ່ມີຫຼາຍປະເພດ ເຊັ່ນ: ການແລ່ນ, ໂຍຄະ, ເຕັ້ນແອໂຣບິກ, ປັ່ນລົດຖີບ ເປັນຕົ້ນ ເຮົາຄວນວາງແຜນ ແລະ ມີແນວທາງປະຕິບັດໃນການອອກກຳລັງກາຍ ມນເລື່ອງຂອງໄລຍະເວລາຄວາມຖີ່ ພິຈາລະນາສຸຂະພາບວ່າຫຼິ້ນປະເພດໃດໄດ້ແນ່ ຫຼີກລ່ຽງການອອກກຳລັງກາຍທີ່ເຮັດໃຫ້ເກີດການບາດເຈັບ.

ແນວໃດກໍ່ຕາມ ໃນກິດຈະວັດປະຈຳວັນທີ່ເຮົາເຮັດທຸກມື້ແລ້ວມີຜົນຕໍ່ສຸຂະພາບຂອງເຮົາ ບໍ່ວ່າຈະເປັນການນອນ, ການເຮັດວຽກ, ການກິນ ແລະ ການອອກກຳລັງກາຍ ຢູ່ທີ່ການເລືອກປະຕິບັດວ່າຈະເຮັດໄດ້ດີປານໃດ ເຮັດໃຫ້ເກີດຜົນດີຕໍ່ສຸຂະພາບ.