ໂຄງການທາງດ່ວນ ວຽງຈັນ-ວັງວຽງ ຄືບໜ້າຫຼາຍກວ່າ 90%, ສ່ວນໂຮງໝໍມະໂຫສົດຫຼັງໃໝ່ ສຳເລັດ60%

395

ໂຄງການທາງດ່ວນ ວຽງຈັນ-ວັງວຽງ ແມ່ນມີຄວາມຄືບໜ້າຫຼາຍກວ່າ 90% ຄາດວ່າຈະເປີດນຳໃຊ້ ໃນວັນທີ 02 ທັນວາ 2020 ນີ້. ສ່ວນໂຮງໝໍມະໂຫສົດຫຼັງໃໝ່ ສຳເລັດ60% ແລະ ຄາດວ່າຈະສໍາເລັດການກໍ່ສ້າງ ໃນປີ 2021.

ອີງຕາມຂໍ້ມູນຈາກກອງປະຊຸມພົບປະປຶກສາຫາລືລະຫວ່າງ ​​ທ່ານ ສະ​ເຫຼີມ​ໄຊ ກົມມະ​ສິດ ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ, ກັບທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ໃນວັນ​ທີ 14 ຕຸລາ 2020 ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ:ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໃນປັດຈຸບັນແມ່ນມີຄວາມຄືບໜ້າຫຼາຍກວ່າ 90,7% ແລະ ໂຄງການທາງດ່ວນ ວຽງຈັນ-ວັງວຽງ ແມ່ນມີຄວາມຄືບໜ້າຫຼາຍກວ່າ 90% ແລະ ຄາດວ່າ ຈະເປີດນຳໃຊ້ ໃນວັນທີ 02 ທັນວາ 2020 ນີ້.

ສ່ວນໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ສຳເລັດ60% ແລະ ຄາດວ່າ ຈະສໍາເລັດການກໍ່ສ້າງ ໃນປີ 2021.

ໃນປີ 2019 ສປ ຈີນ ເປັນປະເທດລົງທຶນອັນດັບ 1 ຢູ່ ສປປ ລາວ ມີຈຳນວນເຖິງ 785 ໂຄງການ, ລວມມູນຄ່າ 12 ຕື້ ໂດລາ ສະຫະລັດ ແລະ ປະເທດຄູ່ຄ້າລາຍໃຫຍ່ ອັນດັບ 2 ຂອງ ສປປ ລາວ, ມີມູນຄ່າການຄ້າ ບັນລຸໄດ້ 3.540 ລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 17,4%, ມູນຄ່າການນໍາເຂົ້າມີ 1.600 ລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 29,6% ແລະ ມູນຄ່າສົ່ງອອກມີ 1.940 ລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 8,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ສອງຝ່າຍ ຍັງຕົກລົງເຫັນດີ ໃນການຈັດຕັ້ງປະຕິບັດຊ່ອງທາງໄວຮ່ວມກັນ (Fast-Track Lane) ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19 ເພື່ອສົ່ງເສີມການໄປມາຫາສູ່ກັນ ລະຫວ່າງ ພະນັກງານ, ເຈົ້າໜ້າທີ່ກ່ຽວຂ້ອງ ກໍຄື ແຮງງານ ແລະ ຊ່ຽວຊານ ສຳລັບໂຄງການໃຫຍ່ໆທີ່ສຳຄັນ ລະຫວ່າງສອງປະເທດ, ຊຶ່ງຊ່ອງທາງດັ່ງກ່າວ ຈະເປັນການປະກອບສ່ວນເຂົ້າໃນການສົ່ງເສີມການຮ່ວມມື ເພື່ອຊ່ວຍຟື້ນຟູເສດຖະກິດຂອງ ສປປ ລາວ ກໍຄື ເຮັດໃຫ້ການປະຕິບັດໂຄງການຕ່າງໆຂອງ ສປ ຈີນ ຢູ່ ສປປ ລາວ ສຳເລັດຕາມຄາດໝາຍ.

ການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ຮູບຈາກxinhua

ພ້ອມນັ້ນ, ສອງຝ່າຍ ຍັງເຫັນດີໃນດ້ານຫຼັກການ ໃຫ້ເປີດນຳໃຊ້ຊ່ອງທາງສີຂຽວ ເພື່ອອຳນວຍຄວາມສະດວກໃຫ້ແກ່ລົດບັນທຸກສິນຄ້າຜ່ານແດນ ລາວ-ຈີນ, ຈີນ-ລາວ ຢູ່ດ່ານສາກົນບໍ່ເຕັນ-ບໍ່ຫານ, ແຂວງຫຼວງນໍ້າທາ ໃຫ້ມີຄວາມວ່ອງໄວຂຶ້ນ.