ເລີ່ມມື້ອື່ນ ແລ່ນ 385 ກິໂລແມັດ ວຽງຈັນ-ຫຼວງພະບາງ ລະດົມທຶນຊ່ວຍໂຮງໝໍເດັກເພື່ອນລາວ

142

ທີມວີຣັນ ( We Run ) ຮ່ວມກັບ ວິສາຫະກິດ ສ່ວນບຸກຄົນ Events For Good ຈັດແລ່ນການກຸສົນ 386 ກິໂລແມັດລະຫວ່າງ ວຽງຈັນ – ຫຼວງພະບາງ ເພື່ອລະດົມທຶນເຂົ້າກອງທຶຂອງ ໂຮງໝໍເດັກເພື່ອນລາວ ທີ່ແຂວງຫຼວງພະບາງ ຈະເລີ່ມຕົ້ນຂຶ້ນໃນມື້ອື່ນວັນທີ 16 – 20 ຕຸລາ 2020.

ທ່ານ ວັນເພັງ ສຸດທິຈັກ ເປັນຜູ້ຈັດການຂອງ ວິສາຫະກິດ ສ່ວນບຸກຄົນ Events For Good ກ່າວໃນພິທີຖະແຫຼງຂ່າວໃນວັນທີ 15 ຕຸລາ 2020 ທີ່ຮ້ານອາຫານຂອບໃຈເດີວ່າ: ງານແລ່ນຄັ້ງນີ້ເປັນຄັ້ງທີ 6 ເຊິ່ງຈະເລີ່ມແລ່ນແຕ່ວັນທີ 16-20 ຕຸລາ 2020 ທ່າມກາງຫຼາຍໆປະເທດໃນທົ່ວໂລກ ຍັງປະເຊີນໜ້າກັບ ສະພາບການແຜ່ລະບາດຂອງ ໂຄວິດ-19 ແລະ ພວກເຮົາຍັງສືບຕໍ່ເຮັດສິ່ງດີໆ ເພື່ອສັງຄົມ.

ສໍາລັບ ປີນີ້ມີນັກແລ່ນຫຼັກ 3 ທ່ານ ທີ່ຈະແລ່ນຮອດຫຼວງພະບາງ ລວມມີ: ທ່ານ ຄາໂລ ບາຄາລາ, ທ່ານ ດາລາສົມ ສຸດທິພົງ ແລະ ທ່ານ ນິມານ ພັນປະເສີດ. ນອກນັ້ນ, ກໍຍັງມີນັກແຕ່ທີ່ຈະຮ່ວມແລ່ນຄັ້ງນີ້ປະກອບມີ ທ່ານ ນາງ ສິລິພອນ ວານິດສະເວດ ແລະ ທ່ານ Henry Manguerra ສັນຊາດອາເມລິກາ ພ້ອມນັ້ນຍັງຈະມີນັກແລ່ນທີ່ຈະແລ່ນສົ່ງທີມດັ່ງກ່າວໃນວັນທີ 16 ຕຸລາ 2020 ເພື່ອເລີ່ມອອກສູ້ແຂວງຫຼວງພະບາງ ອີກດ້ວຍ.

ສໍາລັບ ການແລ່ນຄັ້ງນີ້ຈະໃຊ້ເວລາ 5 ວັນຄື:
ມື້ທີ 1: ແລ່ນ 80 ກິໂລແມັດອອກຈາກປະຕູໄຊ – ແສນຊຸມ
ມື້ທີ 2: ແລ່ນ 80 ກິໂລແມັດ ແຕ່ແສນຊຸມ – ວັງວຽງ

ມື້ທີ 3: ແລ່ນ 75 ກິໂລແມັດ ແຕ່ວັງວຽງ – ກາສີ
ມື້ທີ 4: ແລ່ນ 75 ກິໂລແມັດ ແຕ່ ກາສີ – ກິ່ວກະຈໍາ
ມື້ທີ 5: ແລ່ນ 75 ກິໂລແມັດ ແຕ່ ກິ່ວກະຈໍາ – ຫຼວງພະບາງ

ທ່ານສາມາດບໍລິຈາກຜ່ານທະນາຄານການຄ້າຕ່າງປະເທດລາວ ຊື່ບັນຊີ Events For Good ເລກບັນຊີ: 010-110-001-140-755-001 ແລະ ສອບຖາມລາຍລະອຽດໄດ້ທີ່ເບີ 020 5530 6853