11 ປີ ແຫ່ງການພັດທະນາຂອງຢູນີເທວບໍລິການສູ່ສັງຄົມ

158

ຜ່ານໄລຍະເວລາ 11 ປີ ພາຍໃຕ້ເຄື່ອງໝາຍການຄ້າ “ຢູນີເທວ ”, ບໍລິສັດ ສະຕາໂທລະຄົມ ຈຳກັດ ໄດ້ຂະຫຍາຍຕົວຢ່າງວ່ອງໄວ ແລະ ມີການພັດທະນາແບບກ້າວກະໂດດຈາກເຄືອຂ່າຍທີ່ນ້ອຍທີ່ສຸດໃນລາວ ສູ່ການເປັນເຄືອຂ່າຍອັນດັບ 1 ໃນການໃຫ້ບໍລິການສູ່ສັງຄົມ ດ້ວຍການໃຫ້ບໍລິການດ້ານໂທລະຄົມມະນາຄົມຢ່າງທົ່ວເຖິງ ມີເຄືອຂ່າຍອິນເຕີເນັດທາງມືຖື 3G; 4G; 4,5G ກວມເອົາ 100% ທຸກແຂວງ ທົ່ວປະເທດ, ມີພື້ນຖານໂຄງລ່າງລະບົບສົ່ງສັນຍານມືຖືທີ່ໃຫຍ່ທີ່ສຸດ ແລະ ກວ້າງຂວາງທີ່ສຸດ ປະກອບມີສູນສະຖານີຫຼາຍກວ່າ 9.000 ສູນສະຖານີ, ມີລະບົບສາຍສົ່ງ ສາຍກາບແກ້ວໃຍແສງ 30.000 ກິໂລແມັດ ທີ່ປົກຄຸມເຖິງເຂດຫ່າງໄກສອກຫຼີກ ແລະ ມີການໃຫ້ການບໍລິການດ້ານເຕັກໂນໂລຊີທີ່ທັນສະໄໝໃນທຸກໆຂົງເຂດ ທີ່ເປັນການປະກອບສ່ວນສຳຄັນໃນການຫັນເປັນດິຈິຕອນຂອງ ສປປ ລາວ.

ຕະຫຼອດໄລຍະ 11 ປີ ຢູນີເທວ ໄດ້ພັດທະນາບັນດາຜະລິດຕະພັນ – ການບໍລິການທີ່ມີຄຸນນະພາບສູງອອກຮັບໃຊ້ສັງຄົມ ໂດຍມີຮ້ານຕົວແທນຈຳໜ່າຍສິນຄ້າຫຼາຍກວ່າ 20.000 ຮ້ານ, ມີລູກຄ້ານໍາໃຊ້ບໍລິການຫຼາຍກວ່າ 3,3 ລ້ານເລກໝາຍ ກວມເອົາ 57% ຂອງສ່ວນແບ່ງຕະຫຼາດມືຖື, ມີສ່ວນຮ່ວມປະກອບອັດຕາການນຳໃຊ້ໂທລະສັບ 18% ຂຶ້ນເປັນ 100% ປະກອບສ່ວນເຮັດໃຫ້ປະຊາຊົນໃນຂອບເຂດທົ່ວປະເທດໄດ້ເຂົ້າເຖິງລະບົບໂທລະຄົມມະນາຄົມ ແລະ ການສື່ສານໄດ້ຢ່າງທົ່ວເຖິງ ເຮັດໃຫ້ໄລຍະເສັ້ນທາງໃນການພົວພັນຕິດຕໍ່ສື່ສານ ລະຫວ່າງແຂວງ ເຖິງເມືອງ ແລະ ເຂດຫ່າງໄກສອກຫຼີກ ໄດ້ເຊື່ອມຈອດເຂົ້າໃຫ້ກັນຫຼາຍຂຶ້ນ ແລະ ມີ ຄວາມສະດວກສະບາຍໃນການຕິດຕໍ່ແລກປ່ຽນຂໍ້ມູນ – ຂ່າວສານ. ບໍລິສັດ ສະຕາໂທລະຄົມ ຈຳກັດ ໄດ້ປະກອບສ່ວນມອບພັນທະໃຫ້ລັດຖະບານລາວ ລວມ 485,5 ລ້ານໂດລາສະຫະລັດ ຮອດເດືອນ 09.2020 ແລະ ສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວຫຼາຍກວ່າ 20.000 ຄົນ ອັນເປັນສ່ວນໜຶ່ງທີ່ສໍາຄັນ ປະກອບສ່ວນຢ່າງຕັ້ງໜ້າໃນການສົ່ງເສີມ ແລະ ພັດທະນາເສດຖະກິດ – ສັງຄົມ ຂອງ ສປປ ລາວ.

11 ປີແຫ່ງການພັດທະນາຂອງ ຢູນີເທວ ໃນການໃຫ້ບໍລິການສູ່ສັງຄົມ, ຢູນີເທວ ບໍ່ພຽງແຕ່ໃຫ້ການບໍລິການດ້ານໂທລະຄົມມະນາຄົມ ແຕ່ເຮົາໄດ້ຫັນເປັນດິຈິຕອນ ແລະ ສະໜອງບັນດາບໍລິການດ້ານລະບົບເຕັກໂນໂລຊີທີ່ທັນສະໄໝສູ່ສັງຄົມໃນຫຼາຍໆໂຄງການ ອັນເປັນອີກໜຶ່ງພາບພົດຂອງ ບໍລິສັດ ສະຕາໂທລະຄົມ ໃນການໃຫ້ການບໍລິການສູ່ສັງຄົມ ປະກອບສ່ວນສຳຄັນໃນການຫັນເປັນດິຈິຕອນຂອງ ສປປ ລາວ ໃນຍຸກປະຕິວັດອຸດສາຫະກຳ 4.0 ຂອງໂລກ ເປັນຕົ້ນແມ່ນ ຢູມັນນີ ລະບົບການເງິນທາງມືຖື, ລະບົບການຄຸ້ມຄອງພົນລະເມືອງ ທີ່ໄດ້ສໍາເລັດການຜັນຂະຫຍາຍໃຫ້ລັດຖະບານລາວ, ສະໜອງລະບົບເຄືອຂ່າຍອິນເຕີເນັດຄວາມໄວສູງ ( Fiber network, Fiber High Speed Internet, 4G, ເປີດໃຫ້ທົດລອງນໍາໃຊ້ລະບົບ 5G ເພື່ອກຽມຄວາມພ້ອມສູ່ 5G ແລະ Mobile Application ) ແລະ ມີສູນດາຕ້າທີ່ໃຫ້ບໍລິການຝາກຂໍ້ມູນຂ່າວສານ ລະບົບ ( Data Center – DC ) ແລະ ສູນສຳຮອງສູນຂໍ້ມູນຫຼັງຈາກໄພພິບັດ ( Disaster Recovery – DR ); ສະໜອງບັນດາວິທີການປັບປຸງແກ້ໄຂບັນຫາ ( Solu tion ) ໃນຂົງເຂດອົງການຈັດຕັ້ງພັກ – ລັດຖະບານ; ບັນດາຊ໊ອຟແວຣ໌ ( Software – Solution ) ໃຫ້ບັນດາຫົວໜ່ວຍທຸລະກິດ, ບັນດາທະນາຄານ ແລະ ອົງການຈັດຕັ້ງຕ່າງໆໃນຂອບເຂດທົ່ວປະເທດ ແລະ ຍັງເປັນຜູ້ໃຫ້ຄຳປຶກສາ, ໃຫ້ວິທີການປັບປຸງແກ້ໄຂບັນຫາ ( Solution ) ກ່ຽວກັບລະບົບຕ່າງໆ ເຊັ່ນ: Data Center, AI, Cybersecurity, Cloud ( Camera, Storage, Server, VDI ) ແລະ ອື່ນໆ.

ຍ້ອນ ຢູນີເທວ ໄດ້ສະໜອງຜະລິດຕະພັນ ແລະ ບໍລິການທີ່ມີຄຸນນະພາບສູງ ຮັບໃຊ້ໃຫ້ແກ່ສັງຄົມໃນຕະຫຼອດໄລຍະ 11 ປີຜ່ານມາ, ບໍ່ພຽງແຕ່ໄດ້ຮັບການຍອມຮັບຈາກຜູ້ນຳຂອງພັກ – ລັດຖະບານ, ບັນດາກະຊວງ ແລະ ອົງການ, ຢູນີເທວຍັງໄດ້ຮັບຫຼາຍລາງວັນ ທັງລະດັບປະເທດ ແລະ ສາກົນ ທີ່ເປັນການຢັ້ງຢືນຄຸນນະພາບຂອງເຄືອຂ່າຍອັນດັບ 1 ໃນລາວ ເປັນຕົ້ນແມ່ນລາງວັນທຸລະກິດດີເດັ່ນ ແຫ່ງ ສປປ ລາວ ປະຈຳປີ 2019 ແລະ ລາງວັນບຸລິມະສິດດີເດັ່ນ ຂະແໜງ ICT ຈາກງານລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະຈຳປີ 2020. ລັດຖະບານລາວ ຍັງໄດ້ປະດັບຫຼຽນໄຊແຮງງານ ຊັ້ນ III ໃນປີ 2014 ແລະ ປະດັບຫຼຽນໄຊອິດສະຫຼະ ຊັ້ນ I ໃຫ້ ຢູນີເທວ ໃນປີ 2019.

ຜະລິດຕະພັນ ແລະ ການບໍລິການທີ່ມີຄຸນນະພາບສູງຂອງ ຢູນີເທວ ຍັງໄດ້ຮັບລາງວັນລະດັບສາກົນ ຄື: ລາງວັນ Speed test Awards Fastest Mobile Network 2019 Laos ແລະ ລາງວັນ Speed test Awards Fastest 2020 ຈາກ Ookla ທີ່ເປັນການຢັ້ງຢືນວ່າ ຢູນີເທວ ແມ່ນເຄືອຂ່າຍມືຖືທີ່ໄວທີ່ສຸດໃນລາວ. ບໍລິການ ຢູມັນນີ ເປັນບໍລິການກະເປົາເງິນທາງມືຖືທີ່ໄດ້ຮັບລາງວັນຫຼຽນເງິນ “ S ilver Stevie Winner ” ຈາກງານອາຊີ – ປາຊີຟິກ Stevie Awards ປີ 2020 ແລະ ລະບົບຄຸ້ມຄອງພົນລະເມືອງທີ່ ຢູນີເທວ ເປັນເຈົ້າການຜັນຂະຫຍາຍລະບົບໃຫ້ແກ່ລັດຖະບານລາວ ໄດ້ຮັບຫຼາຍລາງວັນ ຄື: ລາງວັນຫຼຽນຄຳ “ Gold Winner IT World Awards 2020 ” ຈາກງານລາງວັນໄອທີໂລກ ( 2020 IT World Awards Winners ) ແລະ     ລາງວັນຫຼຽນທອງ “ Bronze Stevie winner ” ຈາກງານອາຊີ – ປາຊີຟິກ Stevie Awards ປີ 2020.

ຕະຫຼອດໄລຍະ 11 ປີ ແຫ່ງການດຳເນີນທຸລະກິດ, ບໍລິສັດ ສະຕາໂທລະຄົມ ຈໍາກັດ ໄດ້ປະກອບສ່ວນເຂົ້າໃນວຽກງານຊ່ວຍເຫຼືອສັງຄົມຢ່າງກວ້າງຂວາງ ເຊັ່ນ: ໂຄງການສະໜັບສະໜູນອິນເຕີເນັດນໍາໃຊ້ໂດຍບໍ່ເສຍຄ່າໃຫ້ແກ່ໂຮງຮຽນ 1.000 ແຫ່ງໃນທົ່ວປະເທດ, ມອບທຶນຊ່ວຍເຫຼືອໃຫ້ແກ່ນັກຮຽນທີ່ຂາດທຶນຮອນ ຈໍານວນ 148 ທຶນ ມູນຄ່າ 296 ລ້ານກີບ, ຊ່ວຍເຫຼືອແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ເຊັ່ນ: ປະຊາຊົນໃນເຫດເຂື່ອນແຕກທີ່ແຂວງອັດຕະປື ແລະ ຊ່ວຍເຫຼືອບ້ານປະຊາຊົນຖືກໄຟໄໝ້ທີ່ແຂວງຊຽງຂວາງ ມູນຄ່າ 60.050.000 ກີບ. ຢູນີເທວ ຍັງໄດ້ໃຫ້ການຊ່ວຍເຫຼືອຢ່າງຕັ້ງໜ້າແກ່ລັດຖະບານລາວ ໃນການຕ້ານການລະບາດຂອງພະຍາດໂຄວິດ – 19 ຢູ່ ສປປ ລາວ ມູນຄ່າ 5,2 ຕື້ກີບ. ນອກນີ້, ຢູນີເທວ ຍັງໄດ້ຈັດຕັ້ງວຽກງານຝຶກອົບຮົມໃຫ້ຄວາມຮູ້ໃນການນໍາໃຊ້ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ – ໂທລະຄົມມະນາຄົມ ໃຫ້ແກ່ພະນັກງານລັດຖະກອນ – ລັດວິສາຫະກິດ ແລະ ບັນດາຫົວໜ່ວຍທຸລະກິດ ເພື່ອຍົກສູງຄວາມຮູ້, ຄວາມສາມາດໃນການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານຕົວຈິງ ນັ້ນກໍຄືການເພີ່ມດັດສະນີການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນວຽກງານ ແລະ ສ້າງປັດໄຈໃນການສ້າງລະບົບເອເລັກໂຕຣນິກຮັບໃຊ້ລັດຖະບານ, ປະກອບສ່ວນໃນການຫັນເປັນດິຈິຕອນຂອງ ສປປ ລາວ ກ້າວສູ່ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ.

ຕະຫຼອດ 11 ປີ ຫຼາກຫຼາຍອຸປະສັກ ແລະ ສິ່ງທ້າທາຍ, ສິ່ງທີ່ສໍາຄັນທີ່ສຸດແມ່ນການຄວາມຕັ້ງໃຈ ແລະ ຄວາມເອົາໃຈໃສ່ເພື່ອບັນລຸເປົ້າໝາຍອັນດຽວກັນຂອງຢູນີເທວ ເພື່ອປະຕິບັດຕາມຄຳຂວັນທີ່ວ່າ “ ດຳເນີນທຸລະກິດທີ່ຕິດພັນກັບໜ້າທີ່ທາງດ້ານສັງຄົມ ” ຢູນີເທວຈະສືບຕໍ່ພັດທະນາ ແລະ ສ້າງສິ່ງໃໝ່ສະໜອງແກ່ລູກຄ້າ ແລະ ສັງຄົມຢ່າງມີປະສິດທິພາບ, ແຕກຕ່າງ ແລະ ໝັ້ນຄົງ ເພື່ອເປົ້າໝາຍ 3 ຄື: (1) ຍົກສູງລະດັບເຕັກໂນໂລຊີ ກໍຄືຄຽງຄູ່ປະກອບສ່ວນໃນການພັດທະນາແກ່ປະເທດຊາດ; (2) ເປັນຜູ້ນໍາໜ້າໃນການສ້າງສັນບຸກເບີກສິ່ງໃໝ່ໆ; (3) ສົ່ງເສີມການພັດທະນາ ແລະ ຄວາມຄິດສ້າງສັນສ່ວນບຸກຄົນຢ່າງບໍ່ຢຸດຢັ້ງ ເພື່ອນໍາສິ່ງທີ່ດີທີ່ສຸດສູ່ສັງຄົມລາວ ໂດຍຄຽງຄູ່ກັບການນຳໃຊ້ເຕັກໂນໂລຊີເພື່ອຜົນປະໂຫຍດແກ່ທຸກຄົນໃນສັງຄົມ.