ພະນັກງານຄັງເງິນແຫ່ງຊາດ ພາກກາງ ແລະ ໃຕ້ໄດ້ຮັບການຍົກລະດັບ

150

ຄັງເງິນແຫ່ງຊາດໄດ້ເປີດຊຸດຝຶກອົບຮົມວຽກງານວິຊາສະເພາະໃຫ້ພະນັກງານ – ລັດຖະກອນວິຊາການຄັງເງິນແຫ່ງຊາດ ໄລຍະສັ້ນປະຈຳປີ 2020 ຂຶ້ນທີ່ວິທະຍາໄລການເງິນພາກໃຕ້ ແຂວງ ຈໍາປາສັກ ໃນວັນທີ 12 ຕຸລາຜ່ານມາ ເປັນປະທານຂອງ ທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ແລະ ມີ ທ່ານ ນາງ ບຸດສະດີ ຄໍາມະນີວົງ ຫົວໜ້າພະແນກຈັດຕັ້ງບໍລິຫານ ແລະ ການເງິນ, ຮອງຫົວໜ້າພະແນກ, ຮອງພະແນກການເງິນຂອງແຂວງ, ຫົວໜ້າຄັງເງິນແຫ່ງຊາດປະຈໍາແຂວງ ພ້ອມດ້ວຍວິທະຍາກອນ, ສໍາມະນາກອນເຂົ້າຮ່ວມ.

ຊຸດຝຶກອົບຮົມດັ່ງກ່າວຈະດໍາເນີນເປັນເວລາທັງໝົດ 10 ວັນ, ນັບແຕ່ວັນທີ 12 ຫາ 21 ຕຸລາ 2020 ຢູ່ວິທະຍາໄລການເງິນພາກໃຕ້ ແຂວງຈໍາປາສັກ. ການຝຶກອົບຮົມໃນຄັ້ງນີ້ມີສໍາມະນາກອນຈາກຄັງເງິນແຫ່ງຊາດຂັ້ນແຂວງ 9 ແຂວງ ແລະ 19 ເມືອງ ຈາກພາກກາງ ແລະ ພາກໃຕ້ ຄື: ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ໄຊສົມບູນ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ ແລະ ແຂວງອັດຕະປື. ນອກນັ້ນ, ຍັງມີສໍາມະນາກອນຈາກວິທະຍາໄລການເງິນພາກໃຕ້ 3 ທ່ານ ລວມທັງໝົດ 40 ທ່ານ.

ຈຸດປະສົງໃນການຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານຄັງເງິນແຫ່ງຊາດຢູ່ຂັ້ນແຂວງ ແລະ ເມືອງໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຄັງເງິນໃນຂອບເຂດທົ່ວປະເທດ ເຊິ່ງຫົວຂໍ້ໃນການຝຶກອົບຮົມໃນຄັ້ງນີ້ມີວຽກງານກວດກາເອກະສານລາຍຈ່າຍງົບປະມານຜ່ານລະບົບຄັງເງິນແຫ່ງຊາດ, ວຽກງານບໍລິການຄັງເງິນທີ່ຕິດພັນກັບບັນດາພະແນກການ ແລະ ບັນດາສາຂາທະນາຄານ, ວຽກງານການບັນຊີ ເປັນຕົ້ນ: ການບັນທຶກບັນຊີ, ການສ້າງ ແລະ ສັງລວມໃບດຸນດ່ຽງ, ວຽກງານສະສາງບັນຊີທ້າຍປີ, ວຽກງານຂໍ້ມູນຂ່າວສານ ແລະ ການຫັນວຽກງານຄັງເງິນເປັນທັນສະໄໝ. ພ້ອມດຽວກັນນີ້, ໄດ້ມີການເຜີຍແຜ່ນິຕິກໍາທີ່ຕິດພັນກັບວຽກງານວິຊາສະເພາະຄັງເງິນຢູ່ແຂວງ ແລະ ເມືອງນຳອີກດ້ວຍ.

ໂອກາດນີ້, ທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ໄດ້ໂອ້ລົມພ້ອມທັງຮຽກຮ້ອງໃຫ້ບັນດາວິທະຍາກອນ ແລະ ສໍາມະນາກອນ, ເອົາໃຈໃສ່, ລະດົມຄວາມຄິດ, ແລກປ່ຽນບົດຮຽນ, ມີຄໍາຖາມເຈາະຈີ້ມ, ຖາມ – ຕອບບັນຫາທີ່ພົບຕົວຈິງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຄັງເງິນໃນໄລຍະຜ່ານມາ ເພື່ອເປັນການແລກປ່ຽນບົດຮຽນຊອກຫາວິທີແກ້ໄຂ, ຮັບປະກັນການປະຕິບັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ສໍາເລັດຜົນ.

( ຂໍ້ມູນ – ຮູບ: ພອນໄຊ )