ສໍາເລັດການສ້າງແອັບຕິດຕາມການປູກໄມ້ອຸດສາຫະກໍາໃນລາວ

160

ໄລຍະທົດລອງຂອງໂຄງການ ໄອທີຊີໂອຊີ ໃນ ສປປ ລາວ ຫຼື ນົກກົກ ( WOOD PECKER ) ໄດ້ປິດລົງ ໂດຍມີກອງປະຊຸມສະຫຼຸບຄືນບັນດາໜ້າວຽກຜ່ານມາ ເພື່ອຖອດຖອນບົດຮຽນ ແລະ ສ້າງຄວາມເຂົ້າໃຈໃຫ້ຄະນະຮັບຜິດຊອບໂຄງການນໍາໄປສູ່ການຄຸ້ມຄອງ ແລະ ພັດທະນາປ່າປູກ ອັນເປັນແຫຼ່ງສ້າງລາຍຮັບໃຫ້ປະຊາຊົນໃນທ້ອງຖິ່ນ.

ພິທີປິດໂຄງການຈັດຂຶ້ນໃນວັນທີ 13 ຕຸລາ 2020 ທີ່ໂຮງແຮມລາວເທວ ໂດຍການເປັນປະທານຂອງ ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງອໍານວຍການ ບໍລິສັດ ບົວລະພາ ກະສິກໍາ – ປ່າໄມ້ ຈໍາກັດມີຜູ້ຕາງໜ້າຈາກໂຄງການ ແລະ ພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ກ່າວວ່າ: ປັດຈຸບັນ ສປປ ລາວ ອອກມາດຕະການເຂັ້ມງວດໃນການຄວບຄຸມ, ຕິດຕາມທຸລະກິດປ່າໄມ້ໃນທົ່ວປະເທດ ໂດຍສະເພາະຄໍາສັ່ງເລກທີ 15/ນຍ ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ພາຍໃນ ສປປ ລາວໃຫ້ໄດ້ຢ່າງມີປະສິດທິພາບ. ສະນັ້ນໂຄງການໄລຍະທົດລອງຂອງໂຄງການ ໄອທີຊີໂອຊີ ( IT COC pilot project in lao PDR ) ຈຶ່ງໄດ້ຈັດຕັ້ງຂຶ້ນມາເພື່ອພັດທະນາ ແລະ ຈັດຕັ້ງປະຕິບັດວຽກງານຄຸ້ມຄອງຕ່ອງໂສ້ການສະໜອງໄມ້ ໂດຍການນໍາໃຊ້ໄອທີຊີ ໃນ ສປປ ລາວ ເຊິ່ງໂຄງການໄດ້ພັດທະນາແອັບຂຶ້ນມາໃສ່ຊື່ວ່າ ແອັບນົກກົກ ( WOOD PECKER ເປີດນໍາໃຊ້ວັນທີ 16 ຕຸລາ 2019. ນອກນີ້, ໂຄງການໄດ້ສ້າງຄວາມເຂັ້ມແຂງໂດຍການຝຶກອົບຮົມການນໍາໃຊ້ແອັບດັ່ງກ່າວກັບຜູ້ມີສ່ວນກ່ຽວຂ້ອງກັບການນໍາໃຊ້ຊັບພະຍາກອນປ່າປູກ – ໄມ້ປູກ ເຊິ່ງມີ 4 ຊະນິດ  ຄື: ໄມ້ວິກ, ໄມ້ສັກ, ໄມ້ກະຖິນເທພາ ແລະ ໄມ້ຢາງພາລາ.

ທ່ານກ່າວຕື່ມວ່າ: ແອັບນົກກົກຍັງເປັນເຄື່ອງມືທີ່ຊ່ວຍຕິດຕາມແຫຼ່ງທີ່ມາຂອງໄມ້ ຊ໊ອຟແວຣ໌ຈະຕອບສະໜອງໜ້າທີ່ຫຼັກທີ່ຈໍາເປັນທາງດ້ານກົດໝາຍຂອງ ສປປ ລາວ ຍ້ອນວ່າປ່າປູກ ແລະ ຜົນຜະລິດເປັນແຫຼ່ງສ້າງລາຍຮັບໃຫ້ປະຊາຊົນ.

ຜົນປະໂຫຍດຂອງແອັບນົກກົກ ເຮັດໃຫ້ຜູ້ປູກໄມ້ມີຄວາມເປັນໄປໄດ້ໃນການສະເໜີ ຂາຍ – ຂົນສົ່ງໄມ້ທັງໝົດໃນພາກພື້ນ ໂດຍບໍ່ຈໍາກັດສໍາລັບຜູ້ຄ້າໄມ້ຜູ້ໃດຜູ້ໜຶ່ງອີກຕໍ່ໄປ  ( ສໍາລັບຜູ້ຄ້າໄມ້ນໍາໃຊ້ແອັບ ) ເມື່ອມີການນໍາສະເໜີສິນຄ້າ ( ໄມ້ ) ຜູ້ປູກໄມ້ໄດ້ຮັບການຊ່ວຍເຫຼືອໃນການປະເມີນມູນຄ່າທີ່ໄດ້ຄັດຕິດໄປພ້ອມ ແລະ ປ້ອງກັນບໍ່ໃຫ້ຂາຍໃນລາຄາທີ່ຕໍ່າກວ່າທ້ອງຕະຫຼາດ, ທັງຜູ້ປູກ ແລະ ຜູ້ຄ້າໄມ້ມີຄວາມເປັນໄປໄດ້ທີ່ຈະອ້າງອີງໃສ່ສັນຍາທີ່ໄດ້ຕົກລົງກັນໄວ້, ຜູ້ຄ້າໄມ້ໄດ້ຮັບການປັບປຸງຄວາມເປັນໄປໄດ້ແຫຼ່ງທີ່ມາຂອງໄມ້, ສາມາດເຂົ້າເຖິງຜູ້ປູກໄດ້ຢ່າງກວ້າງ ຂວາງ, ໄມ້ໃນສາງ ແລະ ການເຄື່ອນຍ້າຍທັງໝົດໄດ້ຮັບການເບິ່ງແຍງແບບອັດຕະໂນມັດສໍາລັບຜູ້ຄ້າໄມ້, ທັງຜູ້ປູກ ແລະ ຜູ້ຄ້າໄມ້ ລະບົບຈະສ້າງຄວາມໂປ່ງໃສສູງ ແລະ ຮັບປະກັນການອ້າງອີງສິດທິນໍາໄປສູ່ ຄວາມຖືກຕ້ອງ, ຜູ້ຊື້ໄມ້ມີເຄື່ອງມືປຶ້ມບັນຊີເອເລັກໂຕຣນິກ ສໍາລັບການຮັບໄມ້ເຂົ້າ ແລະ ເຫດຜົນສໍາລັບການປະຕິເສດໄມ້ໃນໂຮງງານ, ການຕິດຕາມແຫຼ່ງທີ່ມາຂອງໄມ້ສໍາລັບການອ້າງອີງສິດທິຄັດຕິດໄປກັບໄມ້ທີ່ຖືກເກັບຮັກສາໄວ້ໃນລະບົບ ແລະ ສາມາດກວດສອບຢ້ອນຫຼັງໄດ້.