ປະກາດປັບຂຶ້ນລາຄານໍ້າມັນ ທົ່ວປະເທດ ເລີ່ມ16 ຕຸລາ ເປັນຕົ້ນໄປ

216

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ0933/ອຄ.ກຄພນລົງວັນທີ15ຕຸລາ 2020, ເຖິງ ສະມາຄົມນ້ໍາມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນ້ໍາມັນເຊື້ອໄຟ ແລະ ນໍ້າຂາຍຍ່ອຍນ້ໍາມັນເຊື້ອໄຟ,ເລື່ອງ ແຈ້ງປັບຂຶ້ນລາຄາຂາຍຍ່ອຍນ້ໍາມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.
ລາຄາໃຫມ່ນີ້ ໃຫ້ເລີ່ມປະຕິບັດ ວັນທີ 16 ຕຸລາ 2020 ເວລາ 06:00 ໂມງ ໃນຂອບເຂດທົ່ວປະເທດ.

ການປັບລາຄາຄັ້ງນີ້ ແອັດຊັງພິເສດ ປັບຂຶ້ນ 80 ກີບ/ລິດ, ແອັດຊັງທໍາມະດາ ປັບຂຶ້ນ 60 ກີບ/ລິດ ແລະ ກາຊວນ ປັບຂຶ້ນ 40 ກີບ/ລິດ. ການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ
ສະບັບເລກທີ 0837 /ກຄພນ.ຄສລ, ລົງວັນທີ 15 ຕຸລາ 2020 ຈົນກວ່າຈະມີການປ່ຽນແປງ.

ໃຫ້ບັນດາບໍລິສັດນ້ໍາມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງນໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ.

ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0883/ອຄ.ກຄພນ, ລົງວັນທີ 01 ຕຸລາ 2020

.