ກຸ່ມຫັດຖະກຳລ້ອງແຈ້ງ ແຂວງໄຊສົມບູນ ໄດ້ຮັບກາໝາຍໂອດ໋ອບ

129

ພະແນກອຸດສາຫະກຳ ແລະ ການຄ້າ ( ອຄ ) ແຂວງໄຊສົມບູນ ສົມທົບກັບຫ້ອງການ ອຄ ເມືອງລ້ອງແຈ້ງ ໄດ້ມອບກາໝາຍສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ( ODOP ) ໃຫ້ກຸ່ມຜະລິດຕະພັນຫັດຖະກໍາຕໍ່າຫູກ ບ້ານນາໄຊສະຫວ່າງ ເມືອງລ້ອງແຈ້ງ ແຂວງໄຊສົມບູນ.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 13 ຕຸລາ 2020 ເຂົ້າຮ່ວມຂອງທ່ານ ພອຍຄໍາ ຮຸ່ງບຸນຍວງ ຮອງເຈົ້າແຂວງໄຊສົມບູນ, ພ້ອມດ້ວຍຄະນະນໍາເມືອງລ້ອງແຈ້ງ, ຕາງໜ້າກຸ່ມຫັດຖະກຳຕໍ່າຫູກແພໄໝ ບ້ານນາໄຊສະ ຫວ່າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ສີໄພ ພິມພົງສະຫວັນ ໄດ້ຕາງໜ້າກຸ່ມຫັດຖະກຳຕໍ່າຫູກແພໄໝ ບ້ານນາໄຊສະຫວ່າງ ໄດ້ລາຍງານໃຫ້ຮູ້ວ່າ: ກຸ່ມຫັດຖະກຳຕໍ່າຫູກແພໄໝ ດັ່ງກ່າວ ໄດ້ສ້າງຕັ້ງຂຶ້ນໃນວັນທີ 4 ທັນວາ 2019 ແລະ ໄດ້ຮັບທຶນຊ່ວຍເຫຼືອຈາກໂຮງງານຜະລິດຄໍາຫ້ວຍຊາຍ, ມີສະມາຊິກທັງໝົດ 128 ຄົນ, ກີ່ 128 ອັນ, ຜະລິດແຜ່ນແພ ທັງໝົດ 5 ລາຍການ ເຊັ່ນ: ຕີນສິ້ນ ( ໄໝ, ຝ້າຍ ), ແພບ່ຽງໄໝ, ຜືນສິ້ນ    ( ໄໝ, ຝ້າຍ ), ຄໍເສື້ອ, ແຂບເສື້ອໄໝ, ແພສິ້ນ ( ໄໝ, ຝ້າຍ ) ຜະລິດໄດ້ 4.608 ຜືນ, ຂາຍໃນມູນຄ່າ 150.000 ກີບ/ຜືນ, ລາຍຮັບສະເລ່ຍຕໍ່ປີໄດ້ 691,2 ລ້ານກີບ, ສະເລ່ຍຕໍ່ຫົວຄົນໄດ້ 5,4 ລ້ານກີບຕໍ່ຄົນຕໍ່ປີ. ພ້ອມນີ້, ຍັງມີໂຄງການປູກມອນ – ລ້ຽງມ້ອນ ເພື່ອນໍາໃຊ້ຜະລິດຕະພັນພາຍໃນໄດ້ເກີນກວ່າ 70% ຂຶ້ນໄປ.