2 ແຂວງ ປະຊຸມແລກປ່ຽນບົດຮຽນວຽກງານຄຸ້ມຄອງປ່າສະຫງວນ

165

ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານບໍລິຫານ ແລະ ການຄຸ້ມຄອງປ່າສະຫງວນ ລະຫວ່າງ ພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງ ນໍ້າທາ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນວັນທີ 12 ຕຸລາ 2020 ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ແຂວງ ຫຼວງນໍ້າທາໂດຍການເປັນປະທານຂອງທ່ານ ທວງ ນາມວົງສາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງນໍ້າທາ, ທ່ານ ໄນເພັດ ບຸບຜາ ຮອງຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້  ແຂວງຜົ້ງສາລີ, ມີຫົວໜ້າ – ຮອງຫົວໜ້າກອງຄຸ້ມຄອງປ່າ ໄມ້, ພະນັກງານທີ່ກ່ຽວຂ້ອງທັງຝ່າຍເຂົ້າຮ່ວມ.

ກອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ແຂວງຫຼວງນໍ້າທາ ແລະ ພະແນກກະສິກໍາ ແລະ ປ່າໄມ້ແຂວງຜົ້ງສາລີ ໄດ້ຍົກບັນຫາທີ່ສຳຄັນ ເພື່ອແລກປ່ຽນບົດຮຽນຮ່ວມກັນ ເປັນຕົ້ນວິທີການຄຸ້ມຄອງປ່າໄມ້, ທີ່ດິນປ່າໄມ້ ແລະ ຊັບພະຍາກອນປ່າໄມ້, ວິທີການຈັດການຄຸ້ມຄອງຊ້າງ, ແກ້ໄຂບັນຫາຜົນກະທົບຈາກຊ້າງປ່າທີ່ມາທຳລາຍຜົນຜະລິດ ແລະ ຊີວິດຂອງມະນຸດ, ການກວດກາລາດຕະເວນ, ຕ້ານ ແລະ ສະກັດກັ້ນບັນຫາລ່ວງລະເມີດລະບຽບກົດໝາຍ ແລະ ການດຳເນີນຄະດີອື່ນໆ.

ຫົວໜ້າກອງຄຸ້ມຄອງປ່າສະຫງວນທັງ 2 ແຂວງ ໄດ້ລາຍງານສະພາບລວມໂດຍຫຍໍ້ກ່ຽວກັບວຽກງານການຄຸ້ມ ຄອງປ່າສະຫງວນໃຫ້ເຊິ່ງກັນ ແລະ ກັນຊາບ, ໃນນັ້ນແຂວງ ຫຼວງນໍ້າທາ ມີເນື້ອທີ່ທັງໝົດ 939.100 ເຮັກຕາ ເນື້ອທີ່ປ່າໄມ້ 653.499 ເຮັກຕາ ເທົ່າກັບ 69,5% ຂອງເນື້ອທີ່ທົ່ວແຂວງ ເຊິ່ງເນື້ອທີ່ປ່າສະຫງວນແຫ່ງຊາດນໍ້າຫ້າ 222.400 ເຮັກ ຕາ, ປ່າສະຫງວນນໍ້າການ 57.400 ເຮັກຕາ, ປ່າປ້ອງກັນ 307.420 ເຮັກຕາ, ປ່າຜະລິດ 44.799 ເຮັກຕາ, ປ່າສະຫງວນເມືອງ –   ແຂວງ 21.480 ເຮັກຕາ.

ສໍາລັບແຂວງຜົ້ງສາລີມີປ່າສະຫງວນທັງໝົດ 10 ແຫ່ງ ມີເນື້ອທີ່ 327.518 ເຮັກຕາ, ໃນນັ້ນປ່າສະຫງວນລະດັບຊາດ 1 ແຫ່ງ ເນື້ອທີ່ 222.000 ເຮັກຕາ ເຊິ່ງກວມເອົາພື້ນທີ່ 3 ເມືອງ, 15 ບ້ານ, ທີ່ຢູ່ ແລະ ບ້ານອ້ອມຂ້າງປ່າສະຫງວນ; ປ່າສະຫງວນຂອງແຂວງ 4 ແຫ່ງ, ເນື້ອທີ່ 51.750 ເຮັກຕາ, ປ່າສະຫງວນຂັ້ນເມືອງມີ 5 ແຫ່ງ, ມີເນື້ອທີ່ 53.768 ເຮັກຕາ ກວມ 21% ຂອງເນື້ອທີ່ທົ່ວແຂວງ.

ຂ່າວ: ມຸນຕີ