ເຜີຍແຜ່ກ່ຽວກັບ ປພຍ ຮ່ວມກັບບັນດາອົງການເຄືອຂ່າຍ ສປຊ ແລະ ຄູ່ຮ່ວມພັດທະນາຢູ່ລາວ

112

ໃນວັນທີ 13 ຕຸລາ ຜ່ານມາ ກະຊວງການຕ່າງປະເທດ ໃນນາມເປັນກອງເລຂາເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ( ປພຍ ) ຮ່ວມກັບ ຫ້ອງການຜູ້ປະສານງານ   ອົງການສະຫະປະຊາຊາດ ( ສປຊ ) ຢູ່ ສປປ ລາວ ໄດ້ຮ່ວມກັນຈັດກອງປະຊຸມເຜີຍແຜ່ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ( ປພຍ ) ຮ່ວມກັບບັນດາອົງການເຄືອຂ່າຍສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາ ຢູ່ ສປປ ລາວ ທີ່ສູນການຮ່ວມມື ແລະ ຝຶກອົບຮົມສາກົນ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊເກັນເນສ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ.

ມີຜູ້ເຂົ້າຮ່ວມຫຼາຍກວ່າ 120 ທ່ານ ຕາງໜ້າຈາກບັນດາຈຸດປະສານງານ ປພຍ ແຫ່ງຊາດ ປະຈໍາກະຊວງ ແລະ ອົງການລັດທຽບເທົ່າກະຊວງ, ສະຖານທູດ, ບັນດາອົງການເຄືອຂ່າຍ ສປຊ ແລະ ຄູ່ຮ່ວມພັດທະນາ ປະຈໍາ ສປປ ລາວ.

ຄັ້ງນີ້ແມ່ນຄັ້ງທີ 4 ຂອງການຈັດກອງປະຊຸມເຜີຍແຜ່ສໍາມະນາການສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມໃນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ເປັນຄວາມພະຍາຍາມໃນການສົ່ງເສີມການເຜີຍແຜ່ ແລະ ໂຄສະນາກ່ຽວກັບການຈັດຕັ້ງປະຕິບັດ ແລະ ການເຊື່ອມສານ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ກໍຄືນະໂຍບາຍ ແລະ ແຜນພັດທະນາຂອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ.

ໃນໂອກາດດັ່ງກ່າວ, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ກ່າວເນັ້ນເຖິງຄວາມສໍາຄັນຂອງການຮ່ວມມືຮອບດ້ານກັບທຸກພາກສ່ວນທີ່ກ່ຽວຂ້ອງໃນສັງຄົມທັງສາຍຕັ້ງ ແລະ ສາຍຂວາງ ໂດຍສະເພາະແມ່ນໄດ້ຍົກໃຫ້ເຫັນເຖິງບົດບາດຄວາມສໍາຄັນຂອງອົງການ ສປຊ ແລະ ຄູ່ຮ່ວມພັດທະນາໃນຖານະທີ່ເປັນຄູ່ຮ່ວມພັດທະນາຫຼັກ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອດ້ານທຶນຮອນ ແລະ ເຕັກນິກໃນວຽກງານການພັດທະນາໃນຫຼາຍຂະແໜງການຢູ່ພາຍໃນປະເທດ.

ທ່ານ ນາງ ຊາຣາ ເຊເກັນເນສ ກ່າວວ່າ: ວາລະ 2030 ໄດ້ສະແດງໃຫ້ເຫັນເຖິງແນວທາງການຟື້ນຟູຈາກສິ່ງທ້າທາຍທີ່ເກີດຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ກໍຄືການມີສ່ວນຮ່ວມ ແລະ ແນວທາງການແກ້ໄຂບັນຫາດ້ວຍວິທີທີ່ຍືນຍົງ ໂດຍເນື້ອໃນຈິດໃຈຫຼັກຂອງວາລະດັ່ງກ່າວແມ່ນການສ້າງຄວາມຍືນຍົງ, ຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະ ການເຮັດວຽກຮ່ວມກັນ ເພື່ອຮັບປະກັນວ່າພວກເຮົາຈະກ້າວໄປພ້ອມກັນໃນປັດຈຸບັນ ແລະ ອະນາຄົດ.

ຂໍ້ມູນ – ຮູບ: ກະຊວງການຕ່າງປະເທດ