ເມືອງຍົມມະລາດ ເລີ່ມເກັບກ່ຽວເຂົ້ານາປີ

139

ຕາມການເປີດເຜີຍຂອງ ທ່ານ ພົມມາ ຈັນທະວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຍົມມະລາດ ແຂວງຄໍາມ່ວນ ໄດ້ໃຫ້ຮູ້ວ່າ: ປັດຈຸບັນຊາວກະສິກອນເລີ່ມເກັບກ່ຽວເຂົ້າເປັນບາງເຂດສະເລ່ຍໃນທົ່ວເມືອງມີການເກັບກ່ຽວປະມານ 6% ຂອງເນື້ອທີ່ທໍາການຜະລິດ; ແນວພັນທີ່ໃຊ້ເຂົ້າໃນການຜະລິດສ່ວນຫຼາຍແມ່ນພັນປັນປຸງ ກວມເອົາປະມານ 60% ຂອງເນື້ອທີ່ການຜະລິດທັງໝົດ.

ການຜະລິດເຂົ້ານາປີ 2020 ເນື້ອທີ່ແຜນການຜະລິດທົ່ວເມືອງທັງໝົດ 7.200 ເຮັກຕາ ປະຕິບັດໄດ້ໃນເນື້ອທີ່ 5.998 ເຮັກຕາ ເທົ່າກັບ 83% ຂອງເນື້ອທີ່ແຜນການ; ຄາດຄະເນຜົນຜະລິດເຂົ້າທັງໝົດປະມານ 20.092 ໂຕນ ເນື້ອທີ່ແຜນການຜະລິດສະບຽງອາຫານ 4.000 ເຮັກຕາ ປະຕິບັດໄດ້ 3.359 ເຮັກຕາ ເທົ່າກັບ 83,9% ຄາດຄະເນຜົນຜະລິດເຂົ້າທັງໝົດ 11.251 ໂຕນ, ເນື້ອທີ່ການຜະລິດສິນຄ້າ 3.200 ເຮັກຕາ ປະຕິບັດໄດ້ 2.639 ເຮັກຕາ ເທົ່າກັບ 83,2% ຄາດຄະເນຜົນຜະລິດເຂົ້າທັງໝົດປະມານ 8.841 ໂຕນ, ພືດລະດູຝົນເນື້ອທີ່ແຜນການຜະລິດທົ່ວເມືອງທັງໝົດ 1.310 ເຮັກຕາ ປະຕິບັດໄດ້ໃນເນື້ອທີ່ 1.704 ເຮັກຕາ ເທົ່າກັບ 130% ລື່ນເນື້ອທີ່ແຜນຜະລິດ ຄາດຄະເນຜົນຜະລິດທັງໝົດປະມານ 21.697 ໂຕນ; ເນື້ອທີ່ຜະລິດສະບຽງອາຫານແຜນການ 547 ເຮັກຕາ ປະຕິບັດໄດ້ 413 ເຮັກຕາ ເທົ່າກັບ 76% ຫຼຸດແຜນການຄາດຄະເນຜົນຜະລິດທັງໝົດ ປະມານ 4.9783 ໂຕນ; ເນື້ອທີ່ແຜນການຜະລິດສິນຄ້າ 763 ເຮັກຕາ ປະຕິບັດໄດ້ 1.291 ເຮັກຕາ ເທົ່າກັບ 169% ລື່ນເນື້ອທີ່ແຜນການ ຄາດຄະເນຜົນຜະລິດທັງໝົດປະມານ 16.719 ໂຕນ.

ມາຮອດວັນທີ 12 ຕຸລານີ້ ຊາວເມືອງຍົມມະລາດ ແຂວງ ຄໍາມ່ວນ ຫຼາຍຄອບຄົວໄດ້ເລີ່ມລົງມືເກັບກູ້ຜົນຜະລິດຂອງຕົນໂດຍສະເລ່ຍແລ້ວໃນທົ່ວເມືອງມີການເກັບກ່ຽວປະມານ 6% ຂອງເນື້ອທີ່ທໍາການຜະລິດ.