ຄັ້ງທຳອິດຂອງກະເປົາເງິນອີເລັກໂຕຣນິກ ສາມາດໂອນຫາທະນາຄານ ແລະ ຊຳລະຄ່າປະກັນໄພ

0
265

u-money ກະເປົາເງິນ ອີເລັກໂຕຣນິກ ສາມາດໂອນຫາທະນາຄານ ແລະ ຊຳລະຄ່າປະກັນໄພ ເວົ້າໄດ້ເລີຍວ່າ: ເປັນກະເປົາເງິນທໍາອິດໃນ ສປປ ລາວ ທີ່ມາພ້ອມຄວາມສາມາດທີ່ຫຼາກຫຼາຍ ມີຄວາມທັນສະໄໝເຊັ່ນ: ການໂອນເງິນ ອີເລັກໂຕຣນິກ ຈາກ ຢູມັນນີ (u-money) ກະເປົາເງິນ ອີເລັກໂຕຣນິກ ຫາ ບັນຊີທະນາຄານ ຮ່ວມພັດທະນາ ລາວ – ຫວຽດ ( Lao Viet Bank ) ແລະ ທະນາຄານ ມາຣູຮານ ເຈແປນ ລາວ ໄດ້ສໍາເລັດແລ້ວ ແລະ ໃນທາງກັບກັນ ບັນຊີ ທະນາຄານ ຂອງທັງສອງທະນາຄານກໍ່ສາມາດໂອນເຂົ້າບັນຊີ u-money, ນອກຈາກ ສອງທະນາຄານນີ້ແລ້ວ ໃນໄວໆນີ້ກໍຈະເຊື່ອມຕໍ່ອີີກຫຼາຍທະນາຄານ. ນອກນັ້ນ ຍັງສາມາດ ຊໍາລະຄ່າ ປະກັນໄພ ລາວຫວຽດ “LVI” ພ້ອມກັບຮັບສ່ວນຫຼຸດ ເຖິງ 50%. ເຊິ່ງນີ້ເປັນອີກ 1 ບາດກ້າວຂອງການພັດທະນາ u-money ໃຫ້ມີຄວາມທັນສະໄໝ ເພື່ອຕອບສະໜອງການນຳໃຊ້ບໍລິການຢ່າງສະດວກສະບາຍ.

ໃນອະນາຄົດອັນໃກ້ໆນີ້ u-money ຍັງຈະພັດທະນາໃຫ້ສາມາດຊຳລະຄ່າເຊົ່າສິນເຊື່ອ ລົດຈັກຂອງບໍລິສັດ ແວວຄຳ ເຊົ່າສິນເຊື່ອລາວຈຳກັດ, ນອກນັ້ນ ລູກຄ້າຍັງສາມາດຊຳລະການຊື້ຫວຍ ໂດຍໄດ້ຮັບສ່ວນຫຼຸດ 5%, ເຕີມມູນຄ່າໂທຂອງຢູນີເທວ ແລະ ETL ກໍ່ໄດ້ຮັບສ່ວນຫຼຸດ 5% ພ້ອມມີແຜນຈະພັດທະນາໃຫ້ສາມາດຊຳລະຄ່າບໍລິການຕ່າງໆ ເຊັ່ນ: ຄ່ານ້ຳ, ຄ່າໄຟ…

u-money ຍັງເປັນບໍລິການທີ່ໄດ້ຮັບລາງວັນຢັ້ງຢືນໃນລະດັບສາກົນເຖິງ 2 ລາງວັນ ເມື່ອຕົ້ນເດືອນ ກັນຍາ ໄດ້ຮັບລາງວັນ ໃນຫົວຂໍ້ : ຜະລິດຕະພັນ ແລະ ການບໍລິການທີ ສະໜອງດ້ານເທັກໂນໂລຢີ ໃນຂົງເຂດວຽກງານການເງິນ ( IT Products & Services for Finance ,Banking and Insurance (ໂດຍແມ່ນ ບໍລິການ u-money ໄດ້ຮັບການຄັດເລືອກຮັບລາງວັນຈາກ IT world Awards 2020 ຕາງໜ້າໂດຍບໍລິສັດ ສະຕາ ໂທລະຄົມ ຈຳກັດ ຕົວແທນຈາກ ສປປ ລາວ ແລະ ໃນເດືອນກໍລະກົດ 2020 ທີ່ຜ່ານມາ u-money ຍັງໄດ້ຮັບລາງວັນ Silver Stevie®️ ໃນຫົວຂໍ້ “ນະວັດຕະກຳໃໝ່ ດ້ານຜະລິດຕະພັນ ແລະ ການບໍລິການສຳລັບຜູ້ບໍລິໂພກ” ( Award for Innovation in Consumer Products & Services ) ທີ່ສະໜອງບໍລິການ ການເງິນຜ່ານ ມືຖື ໃນ ສປປ ລາວ ປະກາດລາງວັນໂດຍ Asia-Pacific Stevie Awards 2020

LEAVE A REPLY

Please enter your comment!
Please enter your name here