ທຸລະກິດຫັດຖະກໍາຕ້ອງໄດ້ປັບຕົວ ເພື່ອຄວາມຢູ່ລອດກັບການປ່ຽນແປງທີ່ເບິ່ງບໍ່ເຫັນ

260

ການລະບາດຂອງໂຄວິດ – 19 ກະທົບໂດຍກົງຕໍ່ເສດຖະກິດມະຫາພາກ ບໍ່ວ່າໃນລະດັບສາກົນ ແລະ ພາຍໃນປະເທດເຮົາ.

ສະເພາະທຸລະກິດດ້ານຫັດຖະກໍາຕໍ່າແຜ່ນກໍໄດ້ຮັບຜົນກະທົບຈາກການປ່ຽນແປງຂອງກໍາລັງຊື້ທີ່ຫຼຸດລົງ. ສະນັ້ນ, ເພື່ອຄວາມຍືນຍົງ ແລະ ຮັກສາຖານຕະຫຼາດໄວ້ ລະບົບໄອທີຊີ ມີສ່ວນສໍາຄັນຊ່ວຍພາກທຸລະກິດດໍາເນີນການດ້ານຕະຫຼາດ ລວມທັງການຄົ້ນຄິດເຄື່ອງກົນຈັກເຂົ້າມາຊ່ວຍຜະລິດສິນຄ້າທີ່ມີຄຸນນະພາບຕົ້ນທຶນຕໍ່າໃຫ້ສິນຄ້າສາມາດແຂ່ງຂັນໄດ້.

ທ່ານ ນາງ ກົງທອງ ນັນທະວົງລືສີ ເຈົ້າຂອງຫັດຖະກໍາແພງໄໝ ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ປັດຈຸບັນທຸລະກິດຫັດຖະກໍາ ໂດຍສະເພາະແພໄໝປະເຊີນກັບຄວາມປ່ຽນແປງທີ່ຫຼີກລຽງບໍ່ໄດ້ ເພື່ອ ຄວາມຢູ່ລອດເຮົາຕ້ອງເບິ່ງໃນຈຸດທີ່ໄດ້ປຽບ ແລະ ຮຽນຮູ້ຈາກການປ່ຽນແປງ ເຊິ່ງມັນເຮັດໃຫ້ຊາວຊ່າງຫັດຖະກໍາມີຄວາມຄິດພັດທະນາສິນຄ້າຫັດຖະກໍາໃຫ້ມີຄຸນນະພາບ ແລະ ແທດເໝາະກັບ ຄວາມຕ້ອງການຂອງຕະຫຼາດ, ມີມາດຕະຖານ. ພ້ອມດຽວກັນ, ກໍເປັນການສືບຕໍ່ມູນເຊື້ອ, ປົກປັກຮັກສາພູມປັນຍາຂອງບັນພະບຸລຸດໃຫ້ຍືນຍົງຕໍ່ໄປ.

ເຈົ້າຂອງຮ້ານຫັດຖະກໍາແພງໄໝ ຍັງເວົ້າອີກວ່າ: ຍຸກໄອທີຊີພວມມາແຮງ, ສະນັ້ນ ຜູ້ປະກອບການທຸລະກິດເວົ້າລວມ, ເວົ້າສະເພາະຜູ້ປະກອບການຫັດຖະກໍາໄດ້ນໍາໃຊ້ເຕັກໂນໂລຊີເຂົ້າມາຊ່ວຍ ເພື່ອເປັນກໍາລັງແຮງສໍາຄັນ, ຫຼຸດຕົ້ນທຶນ, ເຮັດການຕະຫຼາດອອນລາຍເຂົ້າເຖິງເປົ້າໝາຍໄດ້ຢ່າງວ່ອງໄວ ສະເພາະຫັດຖະກໍາແພງໄໝ ເປັນຜູ້ທໍາອິດເອົາລາຍລາວຈາກປຶ້ມລາຍລາວເຂົ້າໃນຄອມພິວເຕີ ( ເຄື່ອງກົນຈັກ ) ແລ້ວເຮັດໃຫ້ມັນສາມາດຕໍ່າໄດ້ທຸກລວດລາຍ.

ໃນໄລຍະການລະບາດຂອງພະຍາດໂຄວິດ – 19 ບໍລິສັດເຮົາຍັງຮັກສາຖານລູກຄ້າທີ່ເປັນຄົນຕ່າງປະເທດໄດ້ ເຖິງຈະມີຕົວເລກຫຼຸດລົງກໍຕາມ ແຕ່ກໍຍັງມີລາຍຮັບຢູ່ ສ່ວນລູກຄ້າພາຍໃນແມ່ນຫຼຸດລົງໃນລະດັບ 50%, ທ່ານ ນາງ ກົງທອງ ກ່າວ.

ສໍາລັບອະນາຄົດຂອງພາກທຸລະກິດດ້ານຫັດຖະກໍາຕໍ່າຫູກທໍໄໝ ໂດຍລວມເຫັນວ່າທຸກພາກສ່ວນໃນສັງຄົມຕ້ອງເປັນເຈົ້າການຊ່ວຍກັນ ໂດຍສະເພາະພາກທຸລະກິດຕ້ອງຈັບກຸ່ມກັນຜະລິດສິນຄ້າໃຫ້ມີຄຸນນະພາບ, ລາຄາເໝາະສົມ, ພາກລັດຕ້ອງມີນະໂຍບາຍສະໜັບສະໜູນທີ່ຊັດເຈນ ເຊິ່ງທຸກໆປະເພດທຸລະກິດບໍ່ສາມາດກ້າວເດີນໄປໂດດດ່ຽວໄດ້, ສະນັ້ນພາກລັດ ແລະ ເອກະຊົນ, ສະຖາບັນການສຶກສາຕ່າງໆຕ້ອງເຂົ້າມາຊ່ວຍ; ສົມມຸດວ່າຊາວຊ່າງຫັດຖະກໍາມີການຄົ້ນຄິດອອກແບບ, ແຕ້ມແບບອອກມາ ກາຍເປັນວິຈິດສິນ, ຈາກນັ້ນກໍຕ້ອງປະຕິບັດ ຄືຕໍ່າແລ້ວກາຍເປັນຫັດຖະກໍາ, ຫຼັງຈາກນັ້ນມີລູກຄ້າສັ່ງເຄື່ອງຈໍານວນຫຼາຍ.

ສະນັ້ນ, ເຮົາຕ້ອງມາຄົ້ນຄິດຕື່ມວ່າຈະເຮັດວິທີໃດ ເພື່ອຫຼຸດຕົ້ນທຶນ, ປັບຄຸນນະພາບ, ດ້ວຍເຫດຜົນນີ້ຈຶ່ງເຮັດໃຫ້ເຮົາຄິດນໍາເອົາເຕັກໂນໂລຊີເຂົ້າມາຊ່ວຍ ເພື່ອຫຼຸດຜ່ອນຕົ້ນທຶນຜະລິດສິນຄ້າໃຫ້ຫຼາຍຂຶ້ນຢາກເຮັດແນວນີ້ໄດ້ເຮົາຕ້ອງມີການຮ່ວມມືຈາກພາກທຸລະກິດນໍາກັນ ແລະ ຈາກພາກລັດ, ທ່ານ ນາງ ກົງທອງ ກ່າວ.

ຕໍ່ກັບການຮຽນແບບຜະລິດຕະພັນ ເຈົ້າຂອງຮ້ານແພງໄໝກໍໄດ້ມີຄໍາເຫັນວ່າ: ສິນຄ້າເຄື່ອງຫັດຖະກໍາທີ່ລອກຮຽນແບບເຫັນມີຫຼາຍໃນທ້ອງຕະຫຼາດ ໂດຍສ່ວນຕົວຄິດວ່າຖ້າບໍ່ມີຄວາມຕ້ອງການສິນຄ້າກໍບໍ່ເປັນທີ່ຍອມຮັບ ເຮົາຕ້ອງເບິ່ງຄວາມຕ້ອງການຂອງຜູ້ບໍລິໂພກ, ສະນັ້ນຕ້ອງກັບໄປເບິ່ງວ່າຄ່ານິຍົມຂອງຜູ້ບໍລິໂພກເປັນຕົວສໍາຄັນ ແລ້ວເຮົາຈະປັບປຸງຕົນເອງຄືແນວໃດ ເພື່ອຜະລິດສິນຄ້າມາໃຫ້ແທດເໝາະກັບຄວາມຕ້ອງການຂອງຕະຫຼາດ.

ທ່ານ ນາງ ກົງທອງ ໃຫ້ທັກສະນະຕື່ມວ່າ: ພາກທຸລະກິດຫັດຖະກໍາຂອງລາວໃນຕໍ່ໜ້າ ຖ້າຢາກໃຫ້ຍືນຍົງ ແລະ ຂະຫຍາຍຕົວໄດ້ ມີແຕ່ຮັກສາມາດຕະຖານ ເພື່ອຢາກໄປເຖິງຈຸດນັ້ນຄວາມຄິດຂອງຊາວຊ່າງຫັດຖະກໍາຕ້ອງມາກ່ອນ ໂດຍສະເພາະມີຈຸດຢືນແຕ່ຫົວທີເລີຍວ່າສິນຄ້າທີ່ເຈົ້າຈະເຮັດຂຶ້ນມານີ້ ຕ້ອງມີມາດຕະຖານ ແລະ ເປັນມິດກັບສິ່ງແວດລ້ອມ.