ແກ້ວວຽງເພັດ ນັກເຕະດີທີ່ສຸດໃນລາວລີກປີນີ້ ພ້ອມເປັນປີທີ 2 ດາວຍິງສູງສຸດຂອງລາວລີກ ຮ່ວມກັບຄູ່ແຂ່ງ

116

ການຮັກສາຕໍາແໜ່ງດາວຍິງສູງຂອງຂອງ ແກ້ວວຽງເພັດ ລິດທິເດດ ກອງໜ້າຂອງ ມາສເຕີ 7 ເອັຟຊີ ສໍາເລັດໄປແບບຫືດຂຶ້ນຄໍໄປເລີຍ ເພາະຕ້ອງລຸ້ນກັນເຖິງນັດສຸດທ້າຍກ່ອນທີ່ລາວຈະລະເບີດຟອມຍິງໄປ 3 ປະຕູຊ່ວຍໃຫ້ທີມຊະນະ ວຽງຈັນ ເອັຟຊີ 5-2 ເຮັດໃຫ້ຍອດລວມການຍິງປະຕູໃນລະດູການນີ້ເປັນ 12 ປະຕູໄລ່ຕີສະເໝີ 12 ປະຕູຂອງ ເລຊິໂອ ໂກເມສ ຄອສຕ້າ ກອງໜ້າຊາວບຣາຊິນຂອງ ລາວໂຕໂຢຕ້າ ເອັຟຊີ ທີ່ຄອງດາວຍິງສູງສຸດລະດູການນີ້ຮ່ວມກັນ.

ຢ່າງໃດກໍຕາມ, ປີນີ້ ແກ້ວວຽງເພັດ ລິດທິເດດ ຍັງພິສູດໃຫ້ເຫັນວ່າເປັນນັກເຕະທີ່ດີທີ່ສຸດໃນລາວລີກ 1 ດ້ວຍການຄວ້າລາງວັນນັກເຕະດີເດັ່ນ ຄວບຄູ່ກັບ ລາງວັນດາວຍິງສູງສຸດ ເຊິ່ງກໍເປັນປີທີ 2 ທີ່ຄວ້າຕໍາແໜ່ງດັ່ງກ່າວຮ່ວມກັບນັກເຕະຄູ່ແຂ່ງ ເພາະປີ 2019 ແກ້ວວຽງເພັດ ຄວ້າດາວຍິງສູງສຸດຂອງ ສປປ ລາວ ສະໄໝທໍາອິດ ຮ່ວມກັບ ກາຊູ ໂຮມມະ ດາວຍິງສູງສຸດຕະຫຼອດການຂອງລີກສູງສຸດຂອງ ສປປ ລາວ 5 ສະໄໝ ( 2014, 2015, 2017, 2018 ແລະ 2019 ) ຈາກສະຖິຕິຍິງໄດ້ 14 ປະຕູເທົ່າກັນ.

ສະຖິຕິການຍິງປະຕູໃນລາວລີກ 1 ປີນີ້ຂອງ ແກ້ວວຽງເພັດ ລິດທິເດດ ຍິງໄດ້ 12 ປະຕູຄື: ຮອບຂາໄປ ຍິງປະຕູທໍາອິດນັດຊະນະ ຊ້າງນ້ອຍ 2-1, ຍິງໄດ້ 1 ປະຕູນັດຊະນະ ປກສ ເອັຟຊີ 3-1, ຍິງໄດ້ 2 ປະຕູນັດຊະນະ ວຽງຈັນ ເອັຟທີ 5-1, ຍິງໄດ້ 3 ປະຕູນັດຊະນະ ວຽງຈັນ ເອັຟຊີ 4-0 ແລະ ຍິງໄດ້ 1 ປະຕູນັດສະເໝີ ເອັສຣາ ເອັຟຊີ 2-2. ສ່ວນຮອບຂາກັບ ຍິງໄດ້ 1 ປະຕູນັດສະເໝີ ວຽງຈັນ ເອັຟຊີ 3-3 ແລະ ຍິງໄດ້ 3 ປະຕູ ( ຈາກຈຸດໂທດ 1 ປະຕູ ) ນັດຊະນະ ວຽງຈັນ ເອັຟທີ 5-2.

ສ່ວນ ໂກເມສ ຄອສຕ້າ ຍິງໄດ້ 12 ປະຕູຄື: ຮອບຂາໄປຍິງຈຸດໂທດ 1 ປະຕູນັດຊະນະ ຊ້າງນ້ອຍ 2-1, ຍິງຈຸດໂທດ 1 ປະຕູນັດຊະນະ ປກສ ເອັຟຊີ 4-0, ຍິງໄດ້ 1 ປະຕູນັດຊະນະ ວຽງຈັນ ເອັຟທີ 3-0, ຍິງໄດ້ 2 ປະຕູ ນັດຊະນະ ວຽງຈັນ ເອັຟຊີ 5-1 ແລະ ຍິງຈຸດໂທດ 1 ປະຕູ ນັດຊະນະ ເອັສຣາ ເອັຟຊີ 2-1. ສ່ວນຮອບຂາກັບ ຍິງໄດ້ 3 ປະຕູນັດຊະນະ ເອັສຣາ ເອັຟຊີ 4-0, ຍິງຈຸດໂທດ 1 ປະຕູນັດຊະນະ ວຽງຈັນ ເອັຟຊີ 3-0 ແລະ ຍິງໄດ້ 2 ປະຕູ ( ຈຸດໂທດ 1 ປະຕູ ) ນັດຊະນະ ປກສ ເອັຟຊີ 3-1.

ແກ້ວວຽງເພັດ ໃຫ້ສໍາພາດຫຼັງຈົບລະດູການນີ້ວ່າ: ສິ່ງທີ່ໄດ້ຮຽນຮູ້ລະດູການນີ້ອັນທໍາອິດ ຕ້ອງປັບປຸງທີມຕາມສະພາບການຄວາມເປັນຈິງ ເນື່ອງຈາກວ່າເຮົາມີບັນຫາເລື່ອງໂຕນັກເຕະ ແລະ ຮອບຂາກັບກໍບໍ່ສາມາດດຶງນັກເຕະມາຮ່ວມທີມໄດ້, ອັນທີ 2 ແມ່ນການເຮັດວຽກເປັນທີມ ຕ້ອງແກ້ໄຂລະບົບການຫຼິ້ນຂອງທີມຕາມເກມນັດຕໍ່ນັດ ແລະ ອັນສຸດທ້າຍແມ່ນຄວາມສາມັກຄີ, ການເຮັດວຽກໜັກ, ມີເປົ້າໝາຍດຽວກັນນຳພາທີມໄປສູ່ຜົນສຳເລັດໄດ້.

ສໍາລັບ ແກ້ວວຽງເພັດ ລິດທິເດດ ປັດຈຸບັນອາຍຸ 28 ປີເປັນນັກເຕະທີ່ມີປະສົບການສູງທັງທີມຊາດ ແລະ ສະໂມສອນໃຫຍ່ໆ ເລີ່ມຕິດທີມຊາດລາວ ຢູ 14 ໃນປີ 2006 ຈົນເຖິງທີມຊາດຊຸດໃຫຍ່ ໂດຍເປັນນັກເຕະລາວທີ່ໂດດເດັ່ນທີ່ສຸດດ້ວຍການຄວ້າລາງວັນນັກເຕະດີເດັ່ນຂອງອາຊຽນ ໃນປີ 2012 ຈາກການສ້າງຜົນງານໂດດເດັ່ນໃນລາຍການ ເອເອັຟເອັຟ ຊຸຊູກິ ຄັບ 2012.

ສ່ວນຜົນງານໃນສະໂມສອນເລີ່ມຈາກເປັນເດັກປັ້ນຂອງ ເອັສຣາ ເອັຟຊີ, ເຄີຍຫຼິ້ນໃຫ້ກັບ ລ້ານຊ້າງ ຢູໄນເຕັດ, ລາວໂຕໂຢຕ້າ ເອັຟຊີ ແລະ ປັດຈຸບັນເປັນຕົວເດັດຂອງ ມາສເຕີ 7 ເອັຟຊີ ພາທີມຄວ້າຮອງແຊັມລາວລີກໄດ້ 2 ປີຕິດຕໍ່ກັນ.