ອາແຊັກໄບຊານ – ອາກມີເນຍ ບັນລຸຂໍ້ຕົກລົງຢຸດຍິງ

229

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຂໍ້ຕົກລົງຢຸດຍິງລະຫວ່າງອາແຊັກໄບຊານ ແລະ ອາກມີເນຍ ເຊິ່ງມີຜົນບັງຄັບໃຊ້ໃນວັນທີ 10 ຕຸລາຜ່ານມາ ຍັງຄົງບໍ່ມີຄວາມແນ່ນອນ ຫຼັງຈາກຕ່າງຝ່າຍຕ່າງກ່າວຫາກັນ ແລະ ກັນວ່າ ລະເມີດຂໍ້ຕົກລົງດັ່ງກ່າວ.

ການເຈລະຈາຢຸດຍິງຄັ້ງນີ້ຈັດຂຶ້ນທີ່ນະຄອນຫຼວງມົດສະກູ ປະເທດຣັດເຊຍ ເຊິ່ງເປັນການເຈລະຈາຄັ້ງທຳອິດ ນັບແຕ່ເກີດຄວາມຂັດແຍ່ງລະຫວ່າງ ອາແຊັກໄບຊານ ແລະ ອາກມີເນຍ ຕັ້ງແຕ່ທ້າຍເດືອນກັນຍາຜ່ານມາ ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວຫຼາຍຮ້ອຍຄົນ ແຕ່ຫຼັງຈາກການເຈລະຈາ ແລະ ອອກຂໍ້ຕົກລົງຢຸດຍິງມີຜົນບັງຄັບໃຊ້ບໍ່ພໍເທົ່າໃດນາທີ ທັງສອງປະເທດກໍກ່າວຫາເຊິ່ງກັນ ແລະ ກັນວ່າ ບໍ່ປະຕິບັດຕາມຂໍ້ຕົກລົງຢຸດຍິງດັ່ງກ່າວ.

ທ່ານ ເຊເກ ລາຟຣອຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ເຊິ່ງເປັນຄົນກາງໃນການໄກ່ເກ່ຍຂໍ້ຂັດແຍ່ງລະຫວ່າງ ອາແຊັກໄບຊານ ແລະ ອາກມີເນຍ ອອກມາເປີດເຜີຍວ່າ: ຂໍ້ຕົກລົງຢຸດຍິງດັ່ງກ່າວນີ້ໄດ້ຜ່ານການເຫັນດີເປັນເອກະພາບຈາກທັງສອງຝ່າຍ ດ້ວຍເຫດຜົນດ້ານມະນຸດສະທຳ ໂດຍຄະນະກຳມະການກາແດງສາກົນຈະປະສານງານ ເພື່ອເຮັດໃຫ້ຂໍ້ຕົກລົງດັ່ງກ່າວຖືກຈັດຕັ້ງປະຕິບັດ.