ໃນທຸກໆ 40 ວິນາທີ ຈະມີຄົນເສຍຊີວິດຍ້ອນບັນຫາກ່ຽວກັບສຸຂະພາບຈິດ

221

ຈາກສະຖິຕິ ໃນທຸກໆ 40 ວິນາທີໃດ ຈະມີຄົນເສຍຊີວິດຍ້ອນການຂ້າໂຕຕາຍ 1 ຄົນ, ເກືອບ 1 ຕື້ຄົນໃນທົ່ວໂລກ ມີບັນຫາກ່ຽວກັບສຸຂະພາບຈິດ ແລະ ເຮັດໃຫ້ທຸກໆປີ ຈະມີຄົນ 3 ລ້ານຄົນ ທີ່ເສຍຊີວິດຍ້ອນການດື່ມສິ່ງມຶນເມົາ ໂດຍໃນວັນທີ 10 ຕຸລາຂອງທຸກໆປີແມ່ນ ວັນສຸຂະພາບຈິດສາກົນ ເຊິ່ງມີເປົ້າໝາຍຍົກສູງຄວາມຮັບຮູ້ກ່ຽວກັບບັນຫາສຸຂະພາບຈິດ ແລະ ຊຸກຍູ້ວຽກງານດ້ານສຸຂະພາບຈິດ.

ມາຮອດປີນີ້, ການໃຊ້ຊີວິດປະຈຳວັນຂອງພວກເຮົາໄດ້ປ່ຽນແປງໄປຫຼາຍ ຍ້ອນຜົນກະທົບຂອງ COVID-19. ຫຼາຍເດືອນທີ່ຜ່ານມາ ຫຼາຍໆຄົນໄດ້ພົບກັບສິ່ງທ້າທາຍຕ່າງໆ ເຊັ່ນ: ພະນັກງານແພດໝໍ ທີ່ໄດ້ຮັບມືກັບການລະບາດໃຫຍ່ຂອງ COVID-19 ເຊິ່ງຫຼາຍຄົນອາດຮູ້ສຶກຢ້ານກົວວ່າ ຈະໄປແຜ່ເຊື້ອໃສ່ຄອບຄົວເມື່ອຮອດບ້ານ; ນັກຮຽນຫຼາຍຄົນກໍ່ມີການປັບຕົວ ໂດຍການຮຽນຢູ່ບ້ານ ເຊິ່ງເຮັດໃຫ້ບໍ່ໄດ້ພົບພໍ້ກັບຄູອາຈານ ແລະ ໝູ່ເພື່ອນ; ຄົນທີ່ມີບັນຫາທາງຈິດກໍ່ອາດຈະຮູ້ສຶກໂດດດ່ຽວຫຼາຍກວ່າເກົ່າ ແລະ ບັນຫາທາງເສດຖະກິດທີ່ເກີດຈາກການລະບາດຂອງ COVID-19 ອາດເຮັດໃຫ້ຜູ້ປະກອບການຈຳນວນໜຶ່ງຕ້ອງໄດ້ຢຸດຕິທຸລະກິດຂອງໂຕເອງລົງ.

ຈາກປະສົບການຂອງເຫດການສຸກເສີນທີ່ຜ່ານມາເຮັດໃຫ້ເຮົາຄາດຄະເນໄດ້ວ່າ ບັນຫາທາງສຸຂະພາບຈິດມີທ່າອ່ຽງທີ່ຈະເພີ່ມຂຶ້ນ. ການລົງທຶນໃນວຽກງານດ້ານສຸຂະພາບຈິດໃນລະດັບຊາດ ແລະ ລະດັບສາກົນ ທີ່ຖືກລະເລີຍເປັນເວລາຫຼາຍປີ ຈິ່ງຖືກໃຫ້ຄວາມສຳຄັນຫຼາຍຂຶ້ນໃນປະຈຸບັນ.

ສະນັ້ນ, ເປົ້າໝາຍຫຼັກຂອງວັນສຸຂະພາບຈິດສາກົນໃນປີນີ້ ແມ່ນໃຫ້ພາກສ່ວນທີ່ກ່ຽວຂ້ອງເພີ່ມການລົງທຶນ ໃນວຽກງານດ້ານສຸຂະພາບຈິດໃຫ້ຫຼາຍຂຶ້ນ.