ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ເຊັນສັນຍາ ປະເມີນຜົນກະທົບຕໍ່ ສິ່ງແວດລ້ອມແບບລະອຽດ ໂຄງການເສັ້ນທາງລົດໄຟ ລາວ – ຫວຽດນາມ

344

ພາຍຫຼັງທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ສໍາລັບການອອກແບບລະອຽດຂອງໂຄງການທາງລົດໄຟ ລາວ – ຫວຽດນາມ ກັບລັດຖະບານລາວໃນວັນທີ 15 ຕຸລາ 2019, ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ( Petrotrade ) ໄດ້ສືບຕໍ່ເຮັດວຽກ ແລະ ຮ່ວມມືກັບບັນດາຄູ່ຮ່ວມມື ເຊັ່ນ: ກຸ່ມລັດວິສາຫະກິດພັດທະນາທາງລົດໄຟອິນໂດເນເຊຍ ( IRDC ) ແລະ ລັດວິສາຫະກິດ Transportation Engineering Design Incorporation ຫວຽດນາມ ( TEDI ) ເພື່ອອອກແບບລະອຽດເພີ່ມຕື່ມ ແລະ ສໍາເລັດວຽກງານທີ່ລັດຖະບານລາວໄດ້ມອບໝາຍໃຫ້.

ເພື່ອສືບຕໍ່ພັດທະນາໂຄງການທາງລົດໄຟ ລາວ – ຫວຽດນາມ, ບໍລິສັດປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ໄດ້ເຊັນສັນຍາກັບທີ່ປຶກສາ ບໍລິສັດ ເນເຊີແນວ ຄອນຊາວຕິ້ງ ກຣຸບ ຈໍາກັດຜູ້ດຽວ ( NCG ) ເພື່ອດໍາເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ( ESIA ) ເພື່ອຮັບປະກັນວ່າໂຄງການດັ່ງກ່າວຖືກພັດທະນາສອດຄ່ອງກັບສິ່ງແວດລ້ອມສາກົນ ແລະ ມາດຕະຖານທາງສັງຄົມ.

ໂຄງການທາງລົດໄຟ ລາວ – ຫວຽດນາມ ແມ່ນໂຄງການພັດທະນາທາງດ້ານ logistic ຍຸດທະສາດລະຫວ່າງລັດຖະບານລາວ ແລະ ຫວຽດນາມ ເຊິ່ງທັງສອງປະເທດໄດ້ໃຫ້ບຸລິມະສິດແກ່ການພັດທະນາ, ໂຄງການດັ່ງກ່າວຈະສາມາດຊ່ວຍພັດທະນາເສດຖະກິດ – ສັງຄົມຂອງທັງສອງປະເທດ ໂດຍການເຊື່ອມໂຍງທາງດ້ານ Logisitc ແລະ ການຄ້າ ເຊື່ອມຕໍ່ເມືອງທ່າແຂກ ແຂວງຄໍາມ່ວນ ປະເທດລາວກັບທ່າເຮືອຫວຸງອ່າງ ທີ່ແຂວງຮ່າຕິ່ງ ປະເທດຫວຽດນາມ; ນີ້ແມ່ນສອດຄ່ອງກັບຍຸດທະສາດການພັດທະນາປະເທດຊາດຂອງລາວໃນການຫັນປ່ຽນປະເທດຈາກບໍ່ມີຊາຍແດນຕິດກັບທະເລ ( landlocked ) ມາເປັນປະເທດທາງຜ່ານ ( land-linked ) ເພື່ອແກ້ໄຂອຸປະສັກໃນການພັດທະນາປະເທດຊາດ ເຊັ່ນ: ຕົ້ນທຶນຄ່າຂົນສົ່ງທີ່ສູງ, ການຂາດລະບົບຄົມມະນາຄົມ ແລະ ພື້ນຖານໂຄງລ່າງ.

ເສັ້ນທາງລົດໄຟລາວ – ຫວຽດນາມ ແມ່ນສ່ວນໜຶ່ງຂອງຍຸດທະສາດ Lao Logistics Link ເຊິ່ງລວມມີການພັດທະນາທາງລົດໄຟ, ທາງດ່ວນ, ທ່າບົກ ແລະ ເພີ່ມປະສິດທິພາບການນໍາໃຊ້ທ່າເຮືອຫວຸງອ່າງ ທີ່ແຂວງຮ່າຕິ່ງ ປະເທດຫວຽດນາມ ເຊິ່ງເປັນເສັ້ນທາງທີ່ໃກ້ທີ່ສຸດໃນການຂົນສົ່ງທາງທະເລມາປະເທດລາວ, ໂຄງການທາງລົດໄຟລາວ – ຫວຽດນາມຈາກເມືອງທ່າແຂກ ແຂວງຄໍາມ່ວນ ປະເທດລາວໄປຫາທ່າເຮືອຫວຸງອ່າງ ແມ່ນທາງລົດໄຟລາງດ່ຽວທີ່ມີຄວາມຍາວ ປະມານ 240 ກິໂລແມັດ ຄາດວ່າຈະເລີ່ມລົງມືກໍ່ສ້າງໃນທ້າຍປີ 2021 ໂດຍຈະເລີ່ມດໍາເນີນງານໃນປີ 2025.

ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ( Petrotrade ) ແມ່ນບໍລິສັດຊັ້ນນໍາຂອງອຸດສາຫະກໍາທີ່ໄດ້ ຈົດທະບຽນເຂົ້າໃນຕະຫຼາດຫຼັກຊັບລາວ ແລະ ໄດ້ຮັບກຽດໃຫ້ການຮ່ວມ ມືພັດທະນາບັນດາໂຄງການຍຸດທະສາດ ເຊັ່ນ: ທາງລົດໄຟລາວ – ຫວຽດນາມ, ທ່າເຮືອຫວຸງອ່າງ ( Vung Ang ) ແລະ ໂຄງການທ່າບົກທ່ານາແລ້ງ ( Thanaleng Dry Port ) ແລະ ວຽງຈັນໂລຈິສຕິກພາກ ( Vientiane Logisitics Park ).

ບໍລິສັດ ເນເຊີແນວ ຄອນຊາວຕິ້ງ ກຣຸບ ຈໍາກັດຜູ້ດຽວ ( NCG ) ແມ່ນບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມທີ່ມີຊື່ສຽງ ເຊິ່ງມີປະສົບການຫຼາຍປີໃນການເຮັດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ສໍາລັບໂຄງການລະດັບຊາດຕ່າງໆລວມທັງໂຄງການເສັ້ນທາງລົດໄຟລາວ – ຈີນ.

ພິທີເຊັນສັນຍາດັ່ງກ່າວໄດ້ມີຂຶ້ນທີ່ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ເມື່ອວັນທີ 9 ຕຸລາ 2020 ລະ ຫວ່າງ ທ່ານ ປະລິຍາ ນວນທະສິງ ຜູ້ອໍານວຍການຝ່າຍພັດທະນາທຸລະກິດ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ( Petrotrade ) ແລະ ທ່ານ ນາງ ໄຊທານີ ຈັນທະວົງສາ ຮອງປະທານບໍລິສັດ ເນເຊີແນວ ຄອນຊາວຕິ້ງ ກຣຸບ ຈໍາກັດຜູ້ດຽວ ( NCG ) ໂດຍມີແຂກຮັບເຊີນ ແລະ ພະນັກງານທັງສອງຝ່າຍເຂົ້າຮ່ວມ.