ເຊໂປນ ຖືກນ້ຳຖ້ວມ 25 ບ້ານ, ຮອງເຈົ້າແຂວງ ລົງຕິດຕາມ ແລະ ມອບເຄື່ອງຊ່ວຍເຫຼືອສຸກເສີນ

130

ເມື່ອວັນທີ 9 ຕຸລາ ຜ່ານມາ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຫົວໜ້າ – ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ກັບອຳນາດການປົກຄອງ ແລະ ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພທີ່ເມືອງເຊໂປນ.

ໃນນາມຄະນະກໍາມະການຕ້ານໄພພິບັດຂັ້ນແຂວງ ທ່ານຮອງເຈົ້າແຂວງສະຫວັນະເຂດ ກໍໄດ້ນຳເອົາເຂົ້າສານ ຈຳນວນ 3 ໂຕນ, ໝີ່ 20 ແກັດ ແລະ ປາກະປ໋ອງ 20 ແກັດ ມູນຄ່າ 40 ລ້ານກີບ ໄປມອບໃຫ້ອຳນາດການປົກຄອງເມືອງເຊໂປນ ເພື່ອນຳໄປແຈກຢາຍແກ້ໄຂສຸກເສີນໃຫ້ປະຊາຊົນຕາມບ້ານຕ່າງໆທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພນ້ຳຖ້ວມໃນຄັ້ງນີ້ ໂດຍ ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງເຊໂປນ ພ້ອມຄະນະເປັນຜູ້ຮັບ.

ນອກນັ້ນກໍຍັງມີເຄື່ອງຊ່ວຍເຫຼືອຈາກຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ, ພະແນກພະລັງງານ ແລະ ບໍ່ແຮ່, ພະແນກກະສິກຳ ແລະ ປ່າໄມ້, ພະແນກໂຍທາທິການ ແລະ ຂົນສົ່ງ ແລະ ດ່ານສາກົນແດນສະຫວັນ ລວມມູນຄ່າຫຼາຍກວ່າ 14 ລ້ານກີບ.

ທ່ານ ວົງສະຫວັນ ວຽງມະນີ ໄດ້ໃຫ້ຮູ້ວ່າ: ນ້ຳໄດ້ໄຫຼເຂົ້າຖ້ວມເນື້ອທີ່ນາ ແລະ ບ້ານຂອງປະຊາຊົນຕາມແຄມນ້ຳເຊໂປນ ແລະ ນ້ຳເຊບັ້ງຫຽງ ແຕ່ວັນທີ 7 ຕຸລາ 2020 ສ່ວນຫຼາຍແມ່ນເຂດບ້ານເຊໂປນເກົ່າ, ກະຕູບ, ຫ້ວຍສານ, ບ້ານເຟືອງ, ໂພນມ່ວງ ແລະ ບ້ານອື່ນໆ ເຊິ່ງມາຮອດປະຈຸບັນນ້ຳກໍ່ໄດ້ລົດລົງແລ້ວ. ໃນນັ້ນແມ່ນໄດ້ຖ້ວມບ້ານຂອງປະຊາຊົນ ຈໍານວນ 25 ບ້ານ, ມີ 1.274 ຫຼັງຄາ 1.172 ຄອບຄົວ ພົນລະເມືອງ 9.600 ກວ່າຄົນ; ມີປະຊາຊົນຍ້າຍອອກຈາກບ້ານ ຈໍານວນ 7 ບ້ານ ມີ 574 ຄອບຄົວ ພົນລະເມືອງ 6.670 ຄົນ, ເຮືອນຫັກເປ່ເພ 32 ຫຼັງ ຖ້ວມວັດ 4 ແຫ່ງ; ຖ້ວມເນື້ອທີ່ນາຂອງປະຊາຊົນກວມເອົາ 28 ບ້ານ ມີເນື້ອທີ່ນາ 1.505 ເຮັກຕາ ສວນປູກເຂົ້າ 709 ເຮັກຕາ ແລະ ຄວາມເສຍຫາຍອຶ່ນໆອີກ.

( ຂໍ້ມູນ: ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ )