ຈະຂະຫຍາຍການນໍາໃຊ້ລະບົບ TaxRIS ໃຫ້ສຳເລັດ 40 ເມືອງ ໃນທ້າຍປີນີ້

159

ໃນລະຫວ່າງວັນທີ 5 – 9 ຕຸລາ 2020 ຜ່ານມາ ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ເປີດຊຸດຝຶກອົບຮົມການນໍາໃຊ້ລະບົບ TaxRIS ໃຫ້ພະນັກງານສ່ວຍສາອາກອນ ປະຈໍາ 40 ເມືອງໃນຂອບເຂດທົ່ວປະເທດ ຊຸດທີ I ພາຍໃຕ້ການສະໜັບສະໜູນໂດຍໂຄງການຊ່ວຍເຫຼືອລ້າຈາກສະຫະພາບເອີຣົບຜ່ານທະນາຄານໂລກ ເພື່ອປັບປຸງການຄຸ້ມຄອງການເງິນແຫ່ງລັດ ( PFMRP ) ໂດຍການເຂົ້າຮ່ວມຂອງ ທ່ານ ທໍາມະລົດ ຣາຊະພົນ ຮອງຫົວໜ້າກົມສ່ວຍສາອາກອນ, ມີບັນດາຄູຝຶກ, ພະນັກງານສ່ວຍສາອາກອນທີ່ມາຈາກ 20 ເມືອງເປົ້າໝາຍໃນການນໍາໃຊ້ລະບົບ TaxRIS ເຂົ້າຮ່ວມຈໍານວນ 40 ຄົນ.

ທ່ານ ທໍາມະລົດ ຣາຊະພົນ ໃຫ້ຮູ້ວ່າ: ວຽກງານປັບປຸງອໍານວຍຄວາມສະດວກໃຫ້ການດໍາເນີນທຸລະກິດ ແມ່ນໜຶ່ງໃນນະໂຍບາຍຂອງພັກ ແລະ ລັດຖະບານ, ເວົ້າສະເພາະກະຊວງການເງິນ ກໍຄືວຽກງານຫັນເປັນທັນສະໄໝແມ່ນນອນຢູ່ໃນແຜນຍຸດທະສາດຂອງກະຊວງການເງິນ ໃນການນໍາໃຊ້ເຕັກໂນໂລຊີຂໍ້ ມູນ – ຂ່າວສານທີ່ທັນສະໄໝເຂົ້າໃນວຽກງານປັບປຸງການຄຸ້ມຄອງເກັບລາຍຮັບ, ລາຍຈ່າຍງົບປະມານແຕ່ສູນກາງຮອດທ້ອງຖິ່ນ.

ມາຮອດປັດຈຸບັນແມ່ນມີການນໍາໃຊ້ລະບົບ TaxRISແລ້ວຢູ່ກົມສ່ວຍສາອາກອນ, ສ່ວຍສາອາກອນປະຈໍານະຄອນຫຼວງ, ບັນດາແຂວງ ແລະ 15 ເມືອງ/ນະຄອນ ເຊິ່ງແຜນການຂະຫຍາຍການນໍາໃຊ້ລະບົບດັ່ງກ່າວ ໃນປີ 2020 ນີ້ ແມ່ນ 40 ເມືອງ ຄາດວ່າຈະໃຫ້ສໍາເລັດໃນທ້າຍປີ 2020 ນີ້.

ໃນການຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ນໍາເອົາພະນັກງານສ່ວຍສາອາກອນຈາກບັນດາເມືອງເປົ້າໝາຍທີ່ນໍາໃຊ້ລະບົບ TaxRIS ຈໍານວນທັງໝົດ 20 ເມືອງ. ໃນນີ້, ມາຈາກເມືອງໃນນະຄອນຫຼວງວຽງຈັນ 5 ເມືອງ, ແຂວງສະຫວັນນະເຂດ 5 ເມືອງ, ຈໍາປາສັກ 5 ເມືອງ, ອຸດົມໄຊ 2 ເມືອງ ແລະ ຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ ແຂວງລະ 1 ເມືອງ.

( ຂໍ້ມູນ – ຮູບ: ກະຊວງການເງິນ )