JDB ສະໜອງທຶນໃຫ້ກຸ່ມ ບໍລິສັດ ພັດທະນາເຂດເສດຖະກິດສະເພາະບໍ່ເຕັນ

213

ວັນທີ 8 ຕຸລາ 2020 ທີ່ສໍານັກງານໃຫຍ່ ທະນາຄານຮ່ວມພັດທະນາ ໄດ້ມີພິທີເຊັນສັນຍາວ່າດ້ວຍການສະໜັບສະໜູນທຶນ ລະຫວ່າງ ທະນາຄານຮ່ວມພັດທະນາ ແລະ ກຸ່ມບໍລິສັດ ພັດທະນາເຂດເສດຖະກິດສະເພາະບໍ່ເຕັນລາວ ຈໍາກັດ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານທະນາຄານຮ່ວມພັດທະນາ ມີຜູ້ບໍລິຫານລະດັບສູງ ແລະ ວິຊາການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ຝ່າຍທະນາຄານຮ່ວມພັດທະນາ ຮ່ວມລົງນາມໂດຍ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມພັດທະນາ ແລະ ຝ່າຍກຸ່ມບໍລິສັດ ພັດທະນາເຂດເສດຖະກິດ ສະເພາະບໍ່ເຕັນລາວ ຈໍາກັດ ຮ່ວມລົງນາມໂດຍ ທ່ານ ຫຼີວຊິງຢີ ( Mr.LIU Xin Yi ) ຮອງຜູ້ອໍານວຍການຝ່າຍການເງິນ.

ການສະໜັບສະໜູນທຶນໃຫ້ແກ່ກຸ່ມບໍລິສັດ ພັດທະນາເຂດເສດຖະກິດສະເພາະບໍ່ເຕັນລາວ ຈໍາກັດ ຄັ້ງນີ້ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາເຂດເສດຖະກິດສະເພາະບໍ່ເຕັນ ແຂວງຫຼວງນໍ້າທາ ໃຫ້ມີຄວາມສວຍງາມ ແລະ ທັນສະໄໝ.

( ເນື້ອໃນ – ຮູບ: ຄໍາຕົ້ນ ວໍລະຈັກ )