ຄະນະ ສື່ມວນຊົນ ສືບຕໍ່ຢ້ຽມຢາມ ແລະ ຫຼີ້ນກິດຈະກຳຢູ່ ແຂວງອຸດົມໄຊ

205

ໃນລະຫວ່າງວັນທີ 9-10 ຕຸລາ 2020 ຄະນະສື່ມວນຊົນລາວ ແລະ ສື່ສາກົນ ຍັງສືບຕໍ່ຢ້ຽມ ແລະ ຈັດກິດຈະກຳ ຢູ່ແຂວງອຸດົມໄຊ ໂດຍສະເພາະຢູ່ສະຖານທີ່ທ່ອງທ່ຽວ ນໍ້າກັດ ຢໍລະປາ ສະຖານທີ່ທ່ອງທ່ຽວທຳມະຊາດ ທີ່ຂຶ້ນຊື່ໃນເມືອງລາວ ເຊິ່ງມີກິດຈະກຳຫຼາຍກວ່າ 55 ລາຍການ ໃຫ້ເລືອກຫຼີ້ນໄດ້ແບບຕາມໃຈ, ບໍ່ວ່າຈະເປັນການຂີ່ລົດ ETV ຊົມທຳມະຊາດ, ໄຕ່ຂົວອູ່, ຍ່າງປ່າ, ປີນເຂົາ, ຂີ່ສະລິງຢ່່ອນໂຕຕາໜ່າງແມງມູມ, ຊົມນໍ້າຕົກຕາດ, ກາງເຕັ້ນ, ຢ່ອນໂຕລົງໜ້າຜາ ແລະ ຫຼາຍໆກິດຈະກຳ, ແຕ່ສະເພາະຄະສະສື່ມວນຊົນໄດ້ຫຼີ້ນກິດຈະກຳແມ່ນຂີ່ລົດຊົມວິວ, ຍ່າງປ່າ, ໄຕ່ຂົວອູ່, ຊົມນໍ້າຕົກຕາດ, ນັ່ງກິນກາເຟ ທີ່ແຂວນຢູ່ສາຍສະລິງ ທ່າມກາງທຳມະຊາດ ແລະ ສາຍນໍ້າກັດ. ຂີ່ສະລິງຢ່່ອນໂຕລົງ ຖ່າຍຮູບຢູ່ຕະໜ່າງແມງມູມ ເປັນຕົ້ນ.

ນອກນີ້ຄະນະສື່ມວນຊົນຍັງໄດ້ໄປຢ້ຽມຢາມ ແລະ ທ່ຽວຊົມ ວັດພູທາດ ໄຊມຸງຄຸນ ລັດຕະນະມິ່ງເມືອງ ທີ່ຕັ້ງຢູ່ເທດສະບານເມືອງໄຊ ແຂວງອຸດົມໄຊ ທີ່ເປັນວັດທີ່ຕັ້ງຢູ່ເທິງພູສູງ ມີປະຫວັດຄວາມເປັນມາຍາວນານ, ຈາກນັ້ນກໍ່ໄດ້ໄປທ່ຽວຊົມ ຖໍ້າຈອມອອງ ຢູ່ບ້ານຈອມອອງ ເມືອງໄຊ ແຂວງອຸດົມໄຊ ທີ່ເປັນແຫຼ່ງທ່ອງທ່ຽວທຳມະຊາດໜຶ່ງທີ່ງົດງາມ ແລະ ມີປະຫວັດຄວາມເປັນມາຕິດພັນກັບປະຊາຊົນເຂດນັ້ນອີກດ້ວຍ ເຊິ່ງປັດຈຸບັນກຳລັງມີການພັດທະນາເສັ້ນທາງໄປຫາຖໍ້າແຫ່ງນີ້ ໂດຍໄດ້ຮັບທຶນຊ່ວຍເຫຼືອ ທະນາຄານ ເອດີບີ ADB ອີກດ້ວຍ.