ຄັ້ງປະຫວັດສາດໃນລາວ ແລ່ນວຽງຈັນ 60 ກິໂລແມັດ ອັລຕຣາ ມາຣາທອນ ສໍາເລັດຮຽບຮ້ອຍ

190

ຖືເປັນລາຍການແລ່ນທີ່ຍາວທີ່ສຸດທີ່ເຄີຍຈັດຂຶ້ນໃນ ສປປ ລາວ ສໍາລັບການແຂ່ງຂັນ ແລ່ນ ວຽງຈັນ 60 ກິໂລແມັດ ອັລຕຣາ ມາຣາທອນ ( 1st Vientiane Ultra Marathon 2020 ) ສໍາເລັດຢ່າງເປັນທາງການໃນຕອນເຊົ້າວັນທີ 11 ຕຸລາ 2020 ທີ່ສວນປະຕູໄຊ.

ເຂົ້າຮ່ວມພິທີ ແລະ ມອບລາງວັນມີ ທ່ານ ອາໂນລັກ ທຳມະວົງ ຫົວໜ້າຝ່າຍຂາຍ ບໍລິສັດMecedes- Benz Laos, ທ່ານ ສິດທິໄຊ ສັກປະເສີດ ເລຂາທິການ ສະຫະພັນ ແລ່ນ-ລານ ແຫ່ງຊາດລາວ ແລະ ທ່ານ ນາງ ວັນເພັງ ສຸດທິຈັກ ຜູ້ອຳນວຍການ ວິສາຫະກິດ ສ່ວນບຸກຄົນ ອີ່ເວັ້ນຟໍກູດ ພ້ອມດ້ວຍນັກກີລາທີ່ເຂົ້າຮ່ວມແລ່ນຄັ້ງນີ້ ຈຳນວນ 64 ຄົນ ໃນນັ້ນເປັນເພດຊາຍ 48 ຄົນ ແລະ ຍິງ 16 ຄົນ.

ທ່ານ ນາງ ວັນເພັງ ສຸດທິຈັກ ໃຫ້ສໍາພາດຕໍ່ທີມຂ່າວເສດຖະກິດ-ການຄ້າວ່າ: ທີ່ຜ່ານມາພວກເຮົາໃນນາມຜູ້ຈັດການແຂ່ງຂັນໄດ້ພະຍາຍາມເພີ່ມໄລຍະທາງການແລ່ນ ເພື່ອສ້າງຄວາມທ້າທາຍໃໝ່ໆ ແລະ ຝຶກຝົນຕົວເອງໃຫ້ກັບນັກແລ່ນຢູ່ພາຍໃນ ສປປ ລາວ ຂຶ້ນມາເລື້ອຍໆ ເລີ່ມຈາກ 12 ກິໂລແມັດ ເພີ່ມເປັນ 21 ກິໂລແມັດ ແລະ 42 ກິໂລແມັດ ລວມເຖິງຢາກໃຫ້ມີກິດຈະກໍາແລ່ນຢ່າງຕໍ່ເນື່ອງ. ດັ່ງນັ້ນ ຈິ່ງຈັດການແຂ່ງຂັນແລ່ນທີ່ມີໄລຍະທາງຍາວທີ່ສຸດໃນ ສປປ ລາວ ທີ່ເຄີຍຈັດມາຄື ແລ່ນວຽງຈັນ 60 ກິໂລແມັດ.

“ ແນ່ນອນວ່າເປັນໄລຍະທາງທີ່ຍາວ ສໍາລັບນັກແລ່ນນັ້ນຕ້ອງເວົ້າເລື່ອງຄວາມແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ ແນ່ນອນວ່ານັກກີລາທີ່ເຂົ້າຮ່ວມ ແລ່ນວຽງຈັນ 60 ກິໂລແມັດຄັ້ງນີ້ຕ້ອງມີເງື່ອນໄຂຕ້ອງຜ່ານການແລ່ນ 42 ກິໂລແມັດມາກ່ອນ ແລະ ມີໃບກວດສຸຂະບວນຢ່າງຄັກແນ່ ຈິ່ງສາມາດເຂົ້າຮ່ວມການແຂ່ງຂັນໄດ້ ” ທ່ານ ນາງ ວັນເພັງ ກ່າວ.

ສໍາລັບ ເສັ້ນທາງໃນການແຂ່ງຂັນແລ່ນຄັ້ງນີ້ແມ່ນເລີ່ມຈາກ ປະຕູໄຊ ໄປຕາມເສັ້ນທາງສາມແສນໄທ, ການຊ່າງປາກປາສັກ, ແຄມຂອງ, ຈີນາຍໂມ້, ຊຽງຄວນ. ໂຄ້ງກັບ ລ້ຽວຂວາໄປທາງ ສະຖານນີລົດໄຟ,ດົງໂພສີ,ໄຟແດງບຶງທາດຫຼວງ,ລ້ຽວຊ້າຍໄປລາວທ໋ອບ,ໄຟຟ້າລາວ, ວິທະຍາໄລລາວເຢຍລະມັນ, ແຄມຂອງ,ສາມແຍກປາກປ່າສັກ,ທະນາຄານພັດທະນາລາວ, ຫໍຄຳ ແລະເຂົ້າເສັ້ນໄຊທີ່ ປະຕູໄຊ.

ຜ່ານການແຂ່ງຂັນປາກົດວ່າ: ຝ່າຍຊາຍຊະນະເລີດເປັນຂອງ ວຽງນະຄອນ, ອັນດັບ 2 ແກ້ວບຸນມີ, ອັນດັບ 3 ສຸລິຍາເດດ, ອັນດັບ 4 ຄໍາເພັດ ແລະ ອັນດັບ 5 ເດືອນເພັງ; ສ່ວນຝ່າຍຍິງຊະນະເລີດເປັນຂອງ ສະໂຕນິ ໂຢຊິໂນ, ອັນດັບ 2 ເພັດມານີ, ອັນດັບ 3 ມິມີ່, ອັນດັບ 4 ຍອດ ແລະ ອັນດັບ 5 ດວງໃຈ.

ສໍາລັບ ອັນດັບ 1 ຫາອັນດັບ 5 ຈະໄດ້ຮັບຂອງລາງວັນເປັນຫຼຽນ ແລະ ຂັນລາງວັນ ພ້ອມເງິນ ແລະ ກິບເຊັດຈາກຜູ້ສະໜັບສະໜູນຫຼັກຢ່າງ Mecedes-Benz Laos ແລະ ຜູ້ໃຫ້ການສະໜັບສະໜູນອື່ນໆເຊັ່ນ: ນ້ຳດື່ມກາຫົວເສືອ ແລະ ເຄື່ອງດື່ມເກືອແຮ່ ຣີວາຍ, ບໍລິສັດ AK ຈະເລີນຊັບ, ຄອບຄົວ ທ່ານ ຄຳ ທອງລີວົງ ຈາກທາງ ສະຫະລັດ ອາເມລິກາ, ຮ້ານຂາຍຢາໃສສະອາດ LSH Co Ltd , Under Amour ແລະ Box Undergeound.

ຂ່າວ: ຫຼ້າ, ຮູບ: ແອັດດີ້ – ສົງການ