ດ່ານພາສີສາກົນຂົວມິດຕະພາບ 4 ເລັ່ງເກັບລາຍຮັບໃຫ້ບັນລຸແຜນ, ສ່ວນ 8 ເດືອນຜ່ານມາຕົວເລກຫຼຸດປີກ່ອນ

278

ໃນ 8 ເດືອນຜ່ານມາການເກັບລາຍຮັບ ຂອງດ່ານພາສີສາກົນຂົວມິດຕະພາບ IV ແຂວງບໍ່ແກ້ວ ຂຶ້ນກັບກອງຄຸ້ມຄອງພາສີ I ປະຕິບັດໄດ້ພຽງ 58,69% ຂອງແຜນການປີ, ຖ້າທຽບໃສ່ປີຜ່ານມາຫຼຸດລົງ ເນື່ອງຈາກວ່າການນໍາເຂົ້າສິນຄ້າຫຼຸດລົງ, ການຂົນສົ່ງສິນຄ້າພົບຄວາມຫຍຸ້ງຍາກບວກກັບການລະບາດຂອງເຊື້ອພະຍາດໂຄວິດ – 19.

ທ່ານ ຄໍາຜາຍ ຈັນນີຍາວົງ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 4 ໃຫ້ສໍາພາດວ່າ: ດ່ານພາສີສາກົນຂົວມິດຕະພາບ 4 ປະກອບມີດ່ານພາສີທ້ອງຖິ່ນ – ດ່ານພາສີປະເພນີຂຶ້ນກັບ ເຊິ່ງຂຶ້ນກັບກອງຄຸ້ມຄອງພາສີ I, ເປັນເສນາທິການໃຫ້ແກ່ກົມພາສີໃນການໂຄສະນາເຜີຍແຜ່ດ້ານລະບຽບຫຼັກການ, ປະຕິບັດກົດໝາຍ ແລະ ນິຕິກໍາອື່ນໆທີ່ກ່ຽວຂ້ອງກັບວຽກງານຂະແໜງພາສີຢ່າງເຂັ້ມງວດ ໃນການຈັດຕັ້ງປະຕິບັດແຜນການການຈັດເກັບລາຍຮັບ, ຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້ຕາມພາລະບົດບາດ ແລະ ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ຖືກຕ້ອງສອດຄ່ອງຄົບຖ້ວນ, ໂປ່ງໃສສາມາດກວດໄດ້ ແລະ ທັນເວລາ.

ໃນປີ 2020 ໄດ້ຮັບຕົວເລກແຜນການໃຫ້ຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຈໍານວນທັງໝົດ 193 ຕື້ ກວ່າກີບ. ໃນນັ້ນ, ໄດ້ແບ່ງໃຫ້ແຕ່ລະດ່ານຈັດຕັ້ງປະຕິບັດເກັບລາຍຮັບ ເປັນຕົ້ນ: ດ່ານພາສີສາກົນຂົວມິດຕະພາບ 4, ດ່ານພາສີສາກົນບ້ານມອມ, ດ່ານພາສີສາກົນສາມຫຼ່ຽມຄໍາ, ດ່ານພາສີທ້ອງຖິ່ນຕົ້ນເຜິ້ງ, ດ່ານພາສີປະເພນີນໍ້າເກິ່ງ, ດ່ານພາສີທ້ອງຖິ່ນຫ້ວຍຊາຍ, ດ່ານພາສີປະເພນີບ້ານດ່ານ ແລະ ປາກທາ.

ຜ່ານການຈັດຕັ້ງປະຕິບັດໃນ 8 ເດືອນປີ 2020 ສາມາດເກັບລາຍຮັບໄດ້ 133,2 ຕື້ກີບ ເທົ່າກັບ 58,69% ຂອງແຜນການປີ ເຊິ່ງຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເຫັນວ່າມີທ່າອ່ຽງຫຼຸດລົງ ເນື່ອງຈາກວ່າການນໍາເຂົ້າສິນຄ້າຫຼຸດລົງ, ການຂົນສົ່ງສິນຄ້າພົບຄວາມຫຍຸ້ງຍາກບວກກັບການລະບາດຂອງເຊື້ອພະຍາດໂຄວິດ – 19 ສົ່ງຜົນກະທົບຕໍ່ການຈັດເກັບລາຍຮັບຄ່າທຳນຽມ ໂດຍສະເພາະຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ.

ດ່ານພາສີສາກົນຂົວມິດຕະພາບ 4 ໄດ້ນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນວຽກງານການບໍລິການການຄິດໄລ່ຄ່າພາສີ – ອາກອນ, ລະບົບ 53 ເຮັດໃຫ້ວຽກງານການຈັດເກັບລາຍຮັບເຂົ້າງົບປະມານມີຄວາມສະດວກ ວ່ອງໄວ – ໂປ່ງໃສ ສາມາດກວດສອບໄດ້, ການມອບເງິນຄ່າພາສີ – ອາກອນໄດ້ມອບດ້ວຍລະບົບສະມາດເທັກ ( ຜ່ານທະນາຄານ ) ເຮັດໃຫ້ມີຄວາມສະດວກຂຶ້ນ.

ຢ່າງໃດກໍຕາມ, ເພື່ອບັນລຸຕາມແຜນການໃນ 4 ເດືອນທ້າຍປີ 2020 ຄະນະດ່ານພາສີສາກົນ ຈະສຸມໃສ່ການເກັບລາຍຮັບ, ເອົາໃຈໃສ່ໃນການຕິດຕາມກວດກາ ການປະຕິບັດໜ້າທີ່ວຽກງານແຕ່ລະໜ່ວຍງານ, ເອົາໃຈໃສ່ໂຄສະນາເຜີຍແຜ່ລະບຽບກົດໝາຍແນະນໍາທາງລະບຽບກົດໝາຍ ແລະ ນິຕິກໍາຕ່າງໆ ໃນການຈັດຕັ້ງກ່ຽວກັບການສົ່ງອອກ – ນໍາເຂົ້າການຂົນສົ່ງຜ່ານແດນ, ປຸກລະດົມນັກທຸລະກິດໃຫ້ນຳເຂົ້າສິນຄ້າຜ່ານດ່ານໃຫ້ຫຼາຍຂຶ້ນ, ປະສານສົມທົບກັບຂະແໜງການກ່ຽວຂ້ອງທັງສາຍຕັ້ງ – ສາຍຂວາງ, ເພື່ອອຳນວຍ ຄວາມສະດວກໃນການຈັດເກັບລາຍຮັບການບໍລິການໃຫ້ວ່ອງໄວຖືກຕ້ອງຕາມລະບຽບການ, ເອົາໃຈໃສ່ຄຸ້ມຄອງນໍ້າມັນເຊື້ອໄຟ, ການເຄື່ອນຍ້າຍສິນຄ້າເຄື່ອງຂອງຕາມຊາຍແດນ, ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງແນວຄິດໃຫ້ພະນັກງານສະມາຊິກພັກທີ່ຂຶ້ນກັບ ຄວາມຮັບຜິດຊອບ ແລະ ອື່ນໆ.

( ຂໍ້ມູນ – ຮູບ: ກະຊວງການເງິນ )