ກຽມຈັດງານຕະຫຼາດນັດ ລາວສໍາພັນ ສົ່ງເສີມສິນຄ້າກະສິກໍາອິນຊີ

173

ຕະຫຼາດນັດລາວສໍາພັນ ສົ່ງເສີມສິນຄ້າກະສິກໍາອິນຊີ, ສິນຄ້າໂອດ໋ອບ ແລະ ສິນຄ້າຄອບຄົວຕົວແບບ ປະຈໍາປີ 2020 ຈະຈັດຂຶ້ນທີ່ຕະຫຼາດລາວສໍາພັນ ບ້ານຊໍາເກດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 18 – 22 ຕຸລາ 2020 ໂດຍເປີດໃຫ້ຜູ້ປະກອບການໄດ້ຈັບຈອງແບບບໍ່ເສຍຄ່າເຊົ່າ.

ພິທີຖະແຫຼງຂ່າວການຈັດງານມີຂຶ້ນໃນວັນທີ 10 ຕຸລາ 2020 ທີ່ຕະຫຼາດລາວສໍາພັນ ໂດຍເຂົ້າຮ່ວມຂອງ ທ່ານ ບຸນລໍ້າ ວົງສຸດທິ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ, ທ່ານ ອິນປອງ ບຸນມາ ຮອງເຈົ້າເມືອງສີໂຄດຕະບອງ ມີພາກສ່ວນກ່ຽວຂ້ອງ, ເຈົ້າຂອງຕະຫຼາດເຂົ້າຮ່ວມ.

ທ່ານ ອິນປອງ ບຸນມາ ກ່າວວ່າ: ຈຸດປະສົງຂອງການຈັດງານເພື່ອສົ່ງເສີມການຜະລິດສິນຄ້າກະສິກໍາອິນຊີ, ສິນຄ້າໂອດ໋ອບ, ສິນຄ້າຄອບຄົວຕົວແບບ ແລະ ການເປີດການຕະຫຼາດໃຫ້ກວ້າງຂຶ້ນ ທັງເປັນການກະຕຸ້ນເສດຖະກິດໃນໄລຍະທີ່ລັດຖະບານຜ່ອນຜັນມາດຕະການປ້ອງກັນພະຍາດໂຄວິດ – 19 ລວມທັງເປັນການຄໍານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ.

ງານຕະຫຼາດນັດ ລາວສໍາພັນ ສົ່ງເສີມສິນຄ້າກະສິກໍາອິນຊີ, ສິນຄ້າໂອດ໋ອບ ແລະ ສິນຄ້າຄອບຄົວຕົວແບບ ປະຈໍາປີ 2020 ເປົ້າໝາຍຜູ້ເຂົ້າຮ່ວມວາງສະແດງມີສິນຄ້າໂອດ໋ອບ 30 ຫົວໜ່ວຍ, ຄອບຄົວຕົວແບບ 20 ຫົວໜ່ວຍ, ສິນຄ້າຜັກອິນຊີ 30 ຫົວໜ່ວຍ, ກະສິກໍາປຸງແຕ່ງ 10 ຫົວ ໜ່ວຍ, ເບ້ຍໄມ້ 9 ຫົວໜ່ວຍ ແລະ ຫົວໜ່ວຍທຸລະກິດອາຫານ ແລະ ເຄື່ອງດື່ມຈໍານວນໜຶ່ງ ໂດຍມີການຈັດສັນ 90 ຫ້ອງວາງສະແດງ ເຊິ່ງເຈົ້າຂອງສະຖານທີ່ຄືຕະຫຼາດລາວສໍາພັນບໍ່ເກັບຄ່າເຊົ່າ ເພື່ອສົ່ງເສີມການຜະລິດສິນຄ້າ.

ທ່ານ ບຸນລໍ້າ ວົງສຸດທິ ກ່າວວ່າ: ງານຄັ້ງນີ້ເປັນການສົ່ງເສີມຜູ້ປະກອບການສິນຄ້າລາວໃຫ້ສາມາດຂະຫຍາຍຕາໜ່າງການຄ້າ, ສ້າງໂອກາດໃຫ້ຜູ້ຜະລິດສິນຄ້າເປັນການພົບປະກັນລະຫວ່າງຜູ້ຜະລິດສິນຄ້າ ແລະ ລູກຄ້າ ລວມທັງຜູ້ຈັດຈໍາໜ່າຍສິນຄ້າກ້າວໄປສູ່ການພັດທະນາສິນຄ້າໃຫ້ມີຄຸນນະພາບ ແລະ ຖືກຕ້ອງຕາມຄວາມຕ້ອງການຂອງຕະຫຼາດໃຫ້ນັບມື້ເພີ່ມຂຶ້ນ.